ຍສໝ - ດ້ວຍແຜນປະຕິບັດງານໄລຍະໃໝ່ 2021-2025, ອາຊຽນ - ນິວຊີແລນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສຸມໃສ່ແຫຼ່ງກຳລັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ, ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທືນ ແລະ ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ການສຶກສາ, ປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງໄພພິບັດ, ການຮ່ວມມືພັດທະນາອະນຸພາກພື້ນ ແລະ ຫຼຸດຊ່ອງຫວ່າງໃນການພັດທະນາ.
ວັນທີ 22 ມີນາ 2021, ທ່ານ ຟາມ ບິງ ມິ່ງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມ ນິຍົມຫວຽດນາມ ໄດ້ສົ່ງໂທລະເລກ ຊົມເຊີຍເຖິງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່ ນະຄອນຫລວງວຽງຈັນ ມີເນື້ອໃນດັ່ງນີ້:
ເພື່ອເປັນການປະກອບສ່ວນ ເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 - 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆ ລະ ຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 10-16 ມີນາ 2021, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ, ຊຶ່ງເປັນເຂດທີ່ມີໂຄງການຮ່ວມມືພົ້ນເດັ່ນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານນາງ Nanaia Mahuta - ລັດຖະມົນຕີການຕ່າງປະເທດນິວຊີແລນ ໄດ້ເຫັນດີເພີ່ມທະວີບົດບາດ ຂອງສອງກະຊວງການຕ່າງປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.
ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ.
ຍສໝ - ລັດຖະມົນຕີການຕ່າງປະເທດສອງທ່ານ ໄດ້ຢືນຢັນຄວາມຕັດສິນໃຈປະຕິບັດຄຳໝັ້ນສັນຍາຂັ້ນສູງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ກູບາ, ປະຕິບັດວາລະປະຊຸມ 2021 ຢ່າງມີປະສິດທິຜົນ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Niels Annen ໄດ້ຢືນຢັນວ່າ ນະໂຍບາຍຂອງເຢຍລະມັນໃນການເອົາໃຈໃສ່ ແລະ ເພີ່ມທະວີການມີໜ້າ ແລະ ຮ່ວມມືກັບພາກພື້ນ, ໃນນັ້ນຫວຽດນາມສືບຕໍ່ແມ່ນທິດທາງບຸລິມະສິດສູງຂອງເຢຍລະມັນ.
ຍສໝ - ເນື່ອງໃນໂອກາດທີ່ທ່ານ Antony Blinken ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ, ໃນວັນທີ 27 ມັງກອນ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ສົ່ງຈົດໝາຍສະແດງຄວາມອວຍພອນຊົມເຊີຍ.
ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.
ຍສໝ - ໃນວັນທີ 9 ມີນາ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດຟີລິບປິນ ປະຈຳຫວຽດນາມ, ທ່ານ Meynardo Montealegre.
ຍສໝ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວວ່າ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບບົນພື້ນຖານກົດໝາຍ ສາກົນຢູ່ທະເລຕາເວັນອອກ.
ຍສໝ - ໃນວັນທີ 26 ກຸມພານີ້, ຄະນະພັກກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມໂດຍແບບຫ່າງໄກ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.
ຍສໝ - ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.
ສະຖານທູດຫວຽດນາມ ປະຈໍາມຽນມາ ໄດ້ເປັນເຈົ້າການຕິດຕໍ່ພົວພັນກັບບັນດາຫົວໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ມຽນມາ ເພື່ອຢ້ຽມຢາມຖາມຂ່າວສະພາບຂອງພໍ່ແມ່ປະຊາຊົນ, ຕັກເຕືອນພົນລະເມືອງ, ວິສາຫະກິດຮັບປະກັນການເຄື່ອນໄຫວເປັນປົກກະຕິ...
ຍສໝ - ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ປາດຖະໜາຫວັງວ່າ ປະເທດມຽນມາ ຈະມີສະຖຽນລະພາບໂດຍໄວເພື່ອສ້າງສາ ແລະ ພັດທະນາປະເທດ, ເພື່ອຄວາມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
ການແກ້ໄຂການພົວພັນກັບບັນດາຄູ່ຮ່ວມມືຢ່າງກົມກຽວແມ່ນສິ່ງທ້າທາຍໃຫຍ່ສຳລັບ ຫວຽດນາມ.
ໃນວັນທີ 21 ມັງກອນ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມ ວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງໄກ ເຊິ່ງເປັນກອງປະຊຸມທຳອິດ ພາຍໃຕ້ການເປັນປະທານ ອາຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບສົກປີ 2021) ໂດຍມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຕື່ມອີກ.
ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ Robert O’Brien ໄດ້ຢືນຢັນວ່າສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ", ເຊິ່ງມີບົດບາດສຳຄັນຫຼາຍຂື້ນໃນການພັດທະນາພາກພື້ນ ແລະ ສາກົນ.
ຍສໝ - ຫວ່າງແລ້ວນີ້, ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ທີ່ລັດຖະບານອິນເດຍມອບໃຫ້ຜູ້ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຂຶ້ນຢູ່ຫຼາຍແຂວງພາກກາງຫວຽດນາມ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.