ຍສໝ - ທຸກຄົນພຽງແຕ່ຮູ້ສຶກແປກປະຫຼາດໃຈເມື່ອເຫັນວ່າສານຍອມຮັບວ່າ ບັນດາບໍລິສັດທີ່ກ່ຽວຂ້ອງ ເໝືອນຄືວ່າ ມີການກະທຳຍ້ອນຖືກບັງຄັບຈາກລັດຖະບານ ອາເມລິກາ, ໃນຂະນະທີ່ ຕາມຄວາມຈິງ ເຂົາເຈົ້າພຽງແຕ່ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມການປະມູນ, ແລະ ດັ່ງນັ້ນ ເຂົາເຈົ້າມີສິດເສລີໃນການຕັດສິນວ່າ ຈະເຮັດຫຼືບໍ່ເຮັດ.
ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແງ່ຫວັງສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ນີ້ແມ່ນລາງວັນອັນລ້ຳຄ່າທີ່ສຸດເຊິ່ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມມອບໃຫ້ ທ່ານເອກອັກຄະລັດຖະທູດ Kari Kahiluoto ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກຂອງທ່ານເອກອັກຄະລັດຖະທູດ.
ຍສໝ - ວັນທີ 24 ສິງຫາ, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.
ຍສໝ - ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Emily Blanchard ຫົວໜ້າຂະແໜງເສດຖະກິດ ກະຊວງການຕ່າງປະເທດ ອາເມລິກາ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ໃນບັນຍາກາດຂອງການຢ້ຽມຢາມທີ່ຫວຽດນາມ, ວັນທີ 5 ມັງກອນ 2024, ຄະນະຜູ້ແທນ ສະພາແຫ່ງຊາດລາວ ນໍາໂດຍທ່ານຮອງປະທານ ສະພາແຫ່ງຊາດ ຈະເລີີນ ເຢຍປາວເຮີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78.
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍມອບຫຼຽນກາລະນຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ” ໃຫ້ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ສໍາລັບການປະກອບສ່ວນທີ່ສໍາຄັນຂອງທ່ານໃນການປະກອບສ່ວນຊຸກຍູ້ການຮ່ວມມືການພັດທະນາວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ຢ່າງຕັ້ງໜ້າ.
ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 28 ຈັດຂຶ້ນວັນທີ 28-29 ມັງກອນ 2020 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງ ຫົວໜ້າພະແນກການ ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເວທີປາໄສໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຢ່າງສຸດຂີດ, ເຕົ້າໂຮມພູມປັນຍາຢ່າງຄົບຖ້ວນ, ການປະກອບສ່ວນບໍ່ພຽງແຕ່ຂອງບັນດາສະມາຊິກ ສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງດຶງດູດ, ສ້າງເຄືອຂ່າຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງລົງເລິກແຖວໜ້າພາຍໃນປະເທດ ແລະ ຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ.
ອົງການສຶກສາ STEAM for Vietnam Foundation ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດທີ່ດີທີ່ສຸດ ເພື່ອແຕ່ງຫຼັກສູດການຮຽນທີ່ກ້າວໜ້າໃນບັນດາຂົງເຂດ ເຊິ່ງເດັກຍິງບໍ່ຍັງບໍ່ທັນໄດ້ເຂົ້າເຖິງ. ການຮ່ຳຮຽນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ, ສິລະປະ ແລະ ຄະນິດສາດ ດ້ວຍວິທີຮຽນທີ່ທັນສະໄໝນີ້ ຈະຊຸກຍູ້ສົ່ງເສີມການພັດທະນາຫົວຄິດປະດິດສ້າງ, ຈິນຕະນາການ ແລະ ທັກສະໃນການແກ້ໄຂບັນດາບັນຫາຂອງເດັກ…
ຍສໝ - ຫວ່າງມໍ່ໆມານີ, ວາລະສານ Travel & Leisure ຫາກໍ່ປະກາດລາງວັນ Asia’s Best Awards 2022. ຢູ່ລາຍການນະຄອນແຖວໜ້າອາຊີຕາເວັນອອກ, ຫວຽດນາມ ມີດ່ານັ້ງຢືນຢູ່ອັນດັບທີ 3, ຮ່າໂນ້ຍຢືນຢູ່ອັນດັບທີ 5 ແລະ ນະຄອນໂຮ່ຈີມິນຢືນຢູ່ອັນດັບທີ 8.
ໜ່ວຍງານພິເສດແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ທ້າຍອາທິດທີ່ຜ່ານມາ, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ທ່ານ ມາຍ ຕ້ຽນ ຢຸ້ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ແຕ່ວັນທີ 22-25 ມີນາ, ສະມາຄົມນັກທຸລະກິດສິງກະໂປ (SBF) ໄດ້ຈັດຕັ້ງກອງປະຊຸມສຸດຍອດທຸລະກິດສິງກະໂປ (APEX 2022). ເຈົ້າໜ້າທີ່ລັດຖະບານ ແລະ ຜູ້ນຳທຸລະກິດ 3,000 ກວ່າຄົນທີ່ມາຈາກ 57 ປະເທດໄດ້ເຂົ້າຮ່ວມກອງປະຊຸມ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງທ໊າຍ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກແຕ່ວັນທີ 23 - 24 ພຶດສະພາ ຢູ່ Davos, ປະເທດ ສະວິດ.
ລັດຖະບານ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາລົງທຶນ 4,9 ຕື້ AUD ໃຫ້ແກ່ບໍລິສັດ Ascend Vietnam Ventures (AVV), ກອງທຶນລົງທຶນພະຈົນໄພໜຶ່ງຂອງ ຫວຽດນາມ. ພ້ອມກັບບັນດາບ້ວງເງິນໜູນຊ່ວຍແຕ່ກ່ອນນີ້, ຄຳໝັ້ນສັນຍານີ້ຈະລະດົມເງິນເກືອບ 70 ລ້ານ AUD ທຶນສ່ວນຕົວເພື່ອໝູນຊ່ວຍຕະຫຼາດ Start up ເຕັກໂນໂລຊີທີ່ກຳລັງຂະຫຍາຍຕົວຢ່າງແຮງຢູ່ ຫວຽດນາມ.
ຍສໝ - ສຳນັກຂ່າວສານ Reuters ໄດ້ລົງຂາວວ່າ FPT Semiconductor ຫາກໍ່ເປີດຕົວຊິບທຳອິດໃນຊຸດຜະລິດຕະພັນ Internet of thing ໃຫ້ແກ່ຂົງເຂດສາທາລະນະສຸກ. ບໍລິສັດຕັ້ງເປົ້າໝາຍຈະແຊກຊຶມເຂົ້າຕະຫຼາດພາກພື້ນ ອາຊີ - ປາຊີຟິກ ດ້ວຍແຜນການສະໜອງຊິບ 25 ລ້ານອັນໃນທົ່ວໂລກ ໃນປີ 2023.
ຍສໝ - ນາມມະຍົດ “ນັກສຶກສາ ລາວ - ກຳປູເຈຍທີ່ດີເດັ່ນ” ເພື່ອແນໃສ່ເຊີດຊູ, ຍ້ອງຍໍໃຫ້ແກ່ບັນດາຜູ້ທີ່ເປັນແບບຢ່າງຂອງນັກສຶກສາລາວ, ກຳປູເຈຍໃນການຮ່ຳຮຽນ, ຕັ້ງໜ້າເຂົ້າຮ່ວມ ບັນດາການເຄື່ອນໄຫວຂອງຂະບວນການ. ຜ່ານນັ້ນ, ປະກອບສ່ວນເຂົ້າການທະວີຄູນບັນດາແບບຢ່າງນັກສຶກສາລາວ, ກຳປູເຈຍເພື່ອແນໃສ່ສ້າງການແຜ່ຂະຫາຍອອກສູ່ນັກສຶກສາສອງປະເທດທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ
ຍສໝ- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA-44) ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຕອນບ່າຍວັນທີ 6 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຟີລິບປິນ Ferdinand Martin Romualdez.