WB: ການ​ເຕີບ​ໂຕເສດ​ຖະ​ກິດ​ຫວຽດ​ນາມ​ອາດຈະ​ບັນ​ລຸ​ກ່​ວາ 7%ໃນ​ໄຕ​ມາດ II 2021

11:30 | 05/01/2021

ຍ​ສ​ໝ - ຕາມ​ການ​ຄາດ​ຄະ​ເນ​ຂອງ WB, ຂະ​ແໜງ​ກະ​ສິ​ກຳ​ຄາດ​ວ່າ​ຈະ​ມີ​ການ​ຟື້ນ​ຟູ​ພາຍຫຼັງ​ຜົນ​ກະ​ທົບ​ຈາກໂລກລະບາດໃນ​ໄຕ​ມາດ I 2020 ແລະ ບັນ​ດາ​ຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ​ໃນ​ປີ 2020. ຂະ​ແໜງ​ການ​ບໍ​ລິ​ການ​ສືບ​ຕໍ່​ຟື້ນ​ຟູ​ຍ້ອນ​ການ​ຍົກ​ເລິກ​ມາດ​ຕະ​ການ​ຈຳ​ກັດ​ບໍ​ລິ​ເວນ​ໃນ​ສັງ​ຄົມ ເກືອບ​ທັງ​ໝົດ ແລະ ດ້ວຍ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ຂອງ​ຊັ້ນ​ກາງ​ພາຍ​ໃນ​ປະ​ເທດ

WB ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢູ່​ບັນ​ດ​ເຂດ​ແຄມ​ທະ​ເລ​ຂອງ ຫວຽດ​ນາມ
WB: ຫວຽດນາມແມ່ນປະເທດ ທີ່ມີ ກຳລັງບືນ​ຕົວ​ຂຶ້ນທີ່ດີໃນຄວາມຫຍຸ້ງຍາກ
WB: ການ​ເຕີບ​ໂຕເສດ​ຖະ​ກິດ​ຫວຽດ​ນາມ​ອາດຈະ​ບັນ​ລຸ​ກ່​ວາ 7%ໃນ​ໄຕ​ມາດ II 2021
ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ​ວ່າ ຫວຽດ​ນາມ​ການ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ປີ 2021

ທະ​ນາ​ຄານ​ໂລກ (WB) ຄາດ​ວ່າ ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ 6,8%ໃນ​ປີ 2021. ໃນ​ຂະ​ນະ​ນັ້ນ, ລະ​ດັບ​ນີ້​ອາດ​ຈະຫຼຸດ​ລົງ 6,5%ໃນ​ການ​ຄາດ​ຄະ​ເນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ຄົ້​ນ​ຄ້​ວາ​ມາ​ຫາ​ພາກ​ຂອງ ບໍ​ລິ​ສັດ​ຫຼັກ​ຊັບ SSI.

ທ່ານ Morisset ຫົວ​ໜ້າ​ຄະ​ນະ​​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຂອງ WB ປະ​ຈຳ ຫວຽດ​ນາມ​ໃນ​ທ້າຍ​ເດືອນ​ທັນ​ວາ ປີ 2020 ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ແງ່​ຫວັງ​ຂອງ ຫວຽດ​ນາມໄດ້​ຮັບ​ຖື​ວ່າ​ແມ່ນ​ຕັ້ງ​ໜ້າ ເມື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ຄາດ​ວ່າ ຈະ​ເຕີບ​ໂຕ​ຢູ່​ລະ​ດັບ ປະ​ມານ 6,8% ໃນ​ປີ 2021 ແລະ ຈະ​ມີ​ສະ​ຖຽ​ນ​ລະ​ພາບ​ຢູ່​ລະ​ດັບ 6,5% ໃນ​ຊຸມ​ປີ​ຕໍ່​ໄປ. ຄາດ​ຄ​ະ​ເນນີ້​ໄດ້ຍົກ​ອອກ​ໃນ​ກໍ​ລະ​ນີ ວິ​ກິດ​ການ​ໂຄວິດ - 19 ຈະຄ່ອຍ​ໆໄດ້​ຮັບ​ການ​ຄວບ​ຄຸມ, ເມື່ອ​ວັກ​ຊີນ​ໂຄວິດ - 19 ພິ​ສູດ​ໄດ້​ປະ​ສິດ​ທິ​ຜົນ.

ຕາມ​ການ​ຄາດ​ຄະ​ເນ​ຂອງ WB, ຂະ​ແໜງ​ກະ​ສິ​ກຳ​ຄາດ​ວ່າ​ຈະ​ມີ​ການ​ຟື້ນ​ຟູ​ພາຍຫຼັງ​ຜົນ​ກະ​ທົບ​ຈາກໂລກລະບາດໃນ​ໄຕ​ມາດ I 2020 ແລະ ບັນ​ດາ​ຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ​ໃນ​ປີ 2020. ຂະ​ແໜງ​ການ​ບໍ​ລິ​ການ​ສືບ​ຕໍ່​ຟື້ນ​ຟູ​ຍ້ອນ​ການ​ຍົກ​ເລິກ​ມາດ​ຕະ​ການ​ຈຳ​ກັດ​ບໍ​ລິ​ເວນ​ໃນ​ສັງ​ຄົມ ເກືອບ​ທັງ​ໝົດ ແລະ ດ້ວຍ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ຂອງ​ຊັ້ນ​ກາງ​ພາຍ​ໃນ​ປະ​ເທດ. ບັນ​ດາ​ມາດ​ຕະ​ການ​ຫ້າມ​ບໍ່​ໃຫ້​ແຂກ​ທ່ອງ​ທ່ຽວ​ຈະ​ຄ່ອຍໆ​ໄດ້​ຮັບ​ການ​ຍົກ​ເລິກ ແລະ ຂະ​ແໜງ​ກາ​ນ​ທ່ອງ​ທ່ຽວ​ຈະ​ຮັບ​ການຟື້ນ​ຟູເທື່ອ​ລະ​ກ້າວ.

ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ດິດ​ສ້າງ ແລະ ປຸງ​ແຕ່ງ​ຈະ​ດີ​ກ່​ວາ​ເມື່ອ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ ແລະ EU ຟື້ນ​ຟູ, ກາຍ​ເປັນ​ກຳ​ລັງ​ໜູນ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ຕ້ອງ​ການ​ສຳ​ລັບ​ຜະ​ລິດ​ຕະ​ພັນປະ​ເພດ​ສົ່ງ​ອອກ​ຂອງ ຫວຽດ​ນາມ. ວິ​ວັດ​ທະ​ນາ​ການ​ຟື້ນ​ຟູ​ຍັງ​ໄດ້​ເພີ່ມ​ຂຶ້ນ​ດ້ວຍ​ບັນ​ດາ​ສັນ​ຍາ​ໃນ​ພາກ​ພື້ນ​ສະ​ບັບ​ໃໝ່ ເຊິ່ງ​ໄດ້​ຮັບ​ຮອງ​ເອົາ ແລະ ການ​ສ້າງ​ຕັ້ງ​ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັດ​ລະ​ຫວ່າງ​ຊ​າດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂອບ​ເຂດ ແລະ ເວ​ລາ​ຄຸກ​ຄາມ​ຂອງ​ໂລກ​ລະ​ບາດ, ກໍ່​ຄື​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ຂອງ​ມັນ, ຍາກ​ທີ່​ຈະ​ຄາດ​ຄ​ະ​ເນ​ລ່ວ​ງ​ໜ້າ​ໄດ້. ເພາະ​ສະ​ນັ້ນ, ກໍ​ລະ​ນີ​ທີ່​ຮ້າຍ​ແຮງ​ກ່​ວາ​ກໍ່​ໄດ້​ຍົກ​ອອກ. ໃນ​ກໍ​ລະ​ນີ ໂລກ, ນັບ​ທັງ​ຫວຽດ​ນາມ​ຕ້ອງ​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ການ​ຟື້ນ​ຟູ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຈະ​ຢູ່​ລະ​ດັບ​ຕ່ຳ​ກ່​ວາ, ແລະ ການ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ກັ​ບ​ຄືນ​ສູ່​ສະ​ພາບ​ການ​ເຕີບ​ໂຕ ແລະ ປັບ​ປຸງ​ປີ​ການ​ເງິນ​ຄື​ໄລ​ຍະ​ເກີດ​ການ​ເກີດ​ໂລກ​ລະ​ບາດ ໂຄວິດ - 19 ກໍ່​ຈະ​ດຳ​ເນີນ​ຊ້າ​ກ່​ວາ​ການ​ຄາ​ດ​ຄະ​ເນ.

ໃນ​ກໍ​ລະ​ນີ​ພື້ນ​ຖານ​ດັ່ງ​ກ່​າວ, ເມື່ອ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ປັບ​ປຸງ, ບັນ​ດາ​ນະ​ໂຍ​ບາຍ​ການ​ເງິນ ແລະ ເງິນ​ຕາ​ໄດ້​ປະ​ກາດ​ເພື່ອ​ແນ​ໃສ່​ຮັບ​ມື ກັບ​ວິ​ກິດ​ການ​ທີ່​ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ. ນະ​ໂຍ​ບາຍ​ເງິນ​ຕາ​ຈະ​ກັບ​ຄືນ​ສູ່​ວິ​ທີ​ການ​ສຳ​ຜັດ​ຢ່າງ​ປອດ​ໄພ​ເພື່ອ​ດຸນ​ດຽງ​ລະ​ຫວ່າງ​ການ​ໜູນ​ຊ່ວຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ພ້ອມ​ທ​ກັງ​ຕິດ​ຕາມ​ສຸ​ຂະ​ພາບ​ຂອງ​ເຂດ​ການ​ເງິນ​ຢ່າງ​ໃກ້​ຊິດ.

ຕາມ WB ແລ້ວ, ເຖິງວ່າ ການ​ປັບ​ປຸງ​ການ​ເງິນ​ແມ່ນ​ບາດ​ກ້າວ​ທີ່​ຈຳ​ເປັນ​ເພື່ອ​ຮັກ​ສາກ​ນາ​ໜິ້​ສາ​ທາ​ລະ​ນະ ຢູ່​ລະ​ດັບ​ຢືນ​ຍົງ​ຄົງ​ຕົວ ແຕ່​ຂັ້ນ​ທີ່​ມີ​ສິດ​ອຳ​ນາດ​ຍັງ​ຈຳ​ເປັນ​ຕ້ອງ​ປັບ​ປຸງ​ໝາກ​ຜົນ​ຂອງ​ລາ​ຍ​ຮັບ​ງົບ​ປະ​ມານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ລາຍ​ຮັບ​ໃຫ້​ແກ່​ຄວາມ​ຕ້ອງ​ການ​ໃຊ້​ຈາຍ ເຊິ່ງ​ຄາດ​ວ່າ​ຈ​ະ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ ແລະ ບັນ​ດາ​ການ​ບໍ​ລິ​ການ​ສັງ​ຄົມ​ທີ່​ມີ​ຄຸນ​ນະ​ພາບ ເຊິ່ງ​ລັດ ຈະ​ຕ້ອງ​ການ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ເປົ້າ​ໝາຍ​ການ​ເງິນ​ສັງ​ລວມ​ອາດ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຜ່ານ​ການ​ຍົກ​ສູງປະ​ສິດ​ທິ​ພາບ​ຂອງ​ການ​ໃຊ້​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ ຢູ່​ສູນ​ກາງ, ທ້ອງ​ຖິ່ນ.

WB ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢູ່​ບັນ​ດ​ເຂດ​ແຄມ​ທະ​ເລ​ຂອງ ຫວຽດ​ນາມ

ຍ​ສ​ໝ - ບົດ​ລານ​ງານ​ກໍ່​ສະ​ເໜີ​ຫວຽດ​ນາມ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ກຳ​ນົດ​ຢູ່​ແຄມ​ທະ​ເລຢ່າງ​ສິ້ນ​ເຊິ່ງ​ໂດຍ​ອີງ​ໃສ່​ການ​ໄຈ້​ແຍກ​ກ່ຽວ​ກັບ​ຄວາມ​ສ່ຽງ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ເຕີບ​ໂຕ ທີ່​ຕ້ອງ​ຄິດ​ໄລ່​ເຖິງ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ຄວາມ​ອົດ​ທົນ, ບໍ່​ປະ​ໃຫ້​ເກີ​ດ​ຜົນ​ຕາ​ມຫຼັງ.

WB: ຫວຽດນາມແມ່ນປະເທດ ທີ່ມີ ກຳລັງບືນ​ຕົວ​ຂຶ້ນທີ່ດີໃນຄວາມຫຍຸ້ງຍາກ

ຍ​ສ​ໝ - ທ່ານ Jacques Morisset ເຊື່ອວ່ານີ້ແມ່ນກາລະໂອກາດທີ່ດີ ແລະ ຫວຽດນາມພວມຢູ່ໃນ "ສາຍຕາ" ຂອງນັກລົງທຶນຫຼາຍຄົນ.

WB: ສັນ​ຍາ EVFTA ກຳ​ລັງ​ໜູນ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ

ຍ​ສ​ໝ - ຕາມ​ການ​ຄົ​້​ນ​ຄ​້​ວາ​ຂອງ​ທະ​ນາ​ຄານ​ໂລກ (WB) ໃຫ້​ເຫັນ​ວ່າ, ສັນ​ຍາ​ການ​ຄ້າ​ເສ​ລີ EVFTA ຈະ​ຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ 1 ແສນ - 8 ແສນ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2030, ບັນ​ລຸ​ໄດ້​ລະ​ດັບ​ປະ​ມານ 0,7% ເມື່​ອ​ທຽບ​ໃສ່​ກັບ​ກໍ​ລະ​ນີ​ທີ່​ບໍ່​ມີ​ສັນ​ຍາ EVFTA.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.