ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto

15:25 | 12/08/2021

ຍສໝ - ນີ້ແມ່ນລາງວັນອັນ​ລ້ຳ​ຄ່າ​ທີ່ສຸດເຊິ່ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມມອບໃຫ້ ທ່ານເອກອັກຄະລັດຖະທູດ Kari Kahiluoto ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກຂອງທ່ານເອກອັກຄະລັດຖະທູດ.

ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ ສະ​ມາ​ຄົມ​ນັກ​ຊ່ຽວ​ຊານຊາວ​ຫວຽດ​ນາມ​ໃນ​ທົ່ວ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ເທດ​ຊາດ​ຍູ້​ໂລກ​ລະ​ບາ​ດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຂອງ Pfizer/BioNtech ກວ່າ 97.000 ໂດ​ສ ງວດ​ທຳ​ອິດ​ໄດ້​ສົ່ງ​ມາ​ຮອ​ດ ຫວຽດ​ນາມ ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຂອງ Pfizer/BioNtech ກວ່າ 97.000 ໂດ​ສ ງວດ​ທຳ​ອິດ​ໄດ້​ສົ່ງ​ມາ​ຮອ​ດ ຫວຽດ​ນາມ
ມອບຫຼຽນກາລະນຶກ
ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto. ພາບ: ຕວນຫວຽດ

ວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ​ໂດຍຕາງໜ້າໃຫ້ຄະນະປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານ Kari Kahiluoto ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດແຟງລັງ ປະຈຳ ຫວຽດນາມ.

ນີ້ແມ່ນລາງວັນອັນ​ລ້ຳ​ຄ່າ​ທີ່ສຸດເຊິ່ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມມອບໃຫ້ ທ່ານເອກອັກຄະລັດຖະທູດ Kari Kahiluoto ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກຂອງທ່ານເອກອັກຄະລັດຖະທູດ.

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ຫວຽດນາມ ແລະແຟງລັງ ໄດ້ສ້າງຕັ້ງການພົວພັນທາງການທູດນັບແຕ່ປີ 1973. ໃນຕະຫຼອດໄລ​ຍະ​ເກືອບ 50 ປີທີ່ຜ່ານມາ, ການພົວພັນມິດຕະພາບທີ່​ເປັນ​ມູນ​ເຊື້ອລະຫວ່າງສອງປະເທດໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະເຂົ້າສູ່ລວງເລິກໃນຫຼາຍຂົງເຂດຄື: ເສດຖະກິດ, ການຄ້າ, ການສຶກສາ, ເຕັກໂນໂລຢີສູງ, ນະວັດຕະກໍາໃໝ່, start up, ນໍ້າສະອາດ, ພະລັງງານທີ່ສະອາດ ແລະການພົບ​ປະແລກປ່ຽນປະຊາຊົນ...

ໃນໄລຍະດຳລົງຕຳແໜ່ງ ຢູ່ຫວຽດນາມ, ດ້ວຍປະສົບການ ແລະຄວາມສຸດອົກສຸດໃຈຂອງຕົນ, ທ່ານເອກອັກຄະລັດຖະທູດ Kari Kahiluoto ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການ​ເພີ່​ມ​ທະ​ວີ ແລະຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງຫວຽດນາມ ແລະແຟງລັງ, ເຮັດໃຫ້ເກີດຄວາມປະທັບໃຈອັນດີງາມຢູ່ໃນໃຈຂອງຄົນຫວຽດນາມ.

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫວັງວ່າ ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ ແຕ່ທ່ານເອກອັກຄະລັດຖະທູດ Kari Kahiluoto ກໍ່ຈະສືບຕໍ່ມີການປະກອບສ່ວນໃນການ​ປັບ​ປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະແຟງລັງ ໃຫ້ຫຼາຍກວ່າອີກ.

ທ່ານເອກອັກຄະລັດຖະທູດ Kari Kahiluoto ​ກໍ່​ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ແຟງລັງ (ສະມາຊິກຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ທີ່ໄດ້ໃຫ້ການໜູນຊ່ວຍຕົນ​ໃນຕະຫຼອດໄລຍະທີ່ດໍາລົງຕໍາແໜ່ງ; ຢືນຢັນວ່າຈະສືບຕໍ່ມານະພະຍາຍາມ​ປະ​ກອບ​ສ່ວ​ນ​ເຂົ້​າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການ​ປັບ​ປຸງ ແລະພັດທະນາສາຍພົວພັນມິດຕະພາບ ຫວຽດນາມ-ແຟງລັງ.

ໄຊພອນ

ເຫດການ
302 Found

Found

The document has moved here.