ນະຄອນຫຼວງ ຈັດ­ຕັ້ງ​ປະ­ຕິ­ບັດ​ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ ແລະ ງົບ­ປະ­ມານ​ປະ­ຈຳ​ປີ 2020

14:08 | 29/01/2020

ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 28 ຈັດ​ຂຶ້ນ​ວັນ​ທີ 28-29 ມັງ­ກອນ 2020 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບັນ­ດາ​ທ່ານ​ຮອງ​ເຈົ້າ​ຄອງ ຫົວ­ໜ້າ​ພະ­ແນກ­ການ ເຈົ້າ­ເມືອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ນະຄອນຫຼວງ ຈັດ­ຕັ້ງ​ປະ­ຕິ­ບັດ​ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ ແລະ ງົບ­ປະ­ມານ​ປະ­ຈຳ​ປີ 2020

ກອງ​ປະ­ຊຸມ​ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 28 ຈັດ​ຂຶ້ນ​ວັນ​ທີ 28-29 ມັງ­ກອນ 2020.(ພາບ: vientianemai.net)

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ລາຍ​ງານ ແລະ ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ບັນ­ຫາ​ຕ່າງໆ​ຂອງ ນວ ເປັນ­ຕົ້ນ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ ຄົມ ແລະ ງົບ­ປະ­ມານ​ປະ­ຈຳ​ປີ 2020 ຈາກ​ທ່ານ​ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ພະ­ແນກ­ການ​ເງິນ ນວ ແລະ ການ​ລາຍ​ງານ​ເພີ່ມ​ເຕີມ​ຂອງ 9 ຕົວ​ເມືອງ ຂະ­ແໜງ​ສ່ວຍ​ສາ​ອາ­ກອນ ກອງ​ຄຸ້ມ​ຄອງ​ພາ­ສີ​ເຂດ V ແລະ ຄັງ​ເງິນ​ປະ­ຈຳ ນວ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ແຜນ­ການ​ປະ­ດັບ​ປະ­ດາ​ຕົວ​ເມືອງ ກະ­ກຽມ​ໃຫ້​ແກ່​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ບຸນ​ໃຫຍ່​ຂອງ​ຊາດ​ປີ 2020 ພິ­ຈາ­ລະ­ນາ​ໃຫ້​ທິດ​ຊີ້​ນຳ​ໂຄງ­ການ​ສ້ອມ­ແປງ​ທາງ​ແຕ່​ຫຼັກ 21 ຫາ​ເຂດ​ກວມ​ລວມ​ໄຊ​ເສດ​ຖາ​ຫາ ເສັ້ນ­ທາງ 450 ປີ ແລະ ເສັ້ນ ທາງ​ເລກ​ທີ 13 ໃຕ້​ຫາ​ບ້ານ​ປາກ​ກວາງ ເມືອງ​ປາກ​ງື່ມ ການ​ກຳ­ນົດ​ແຜນ­ຜັງ ແລະ ການ​ພັດ­ທະ­ນາ​ມໍ ລະ​ດົກ​ພະ​ທາດ­ຫຼວງ-ສະ­ໜາມ​ຫຼວງ ແລະ ສະ­ພາບ​ການ​ແກ້​ໄຂ​ບັນ­ຫາ​ລາ­ຄາ​ຊີ້ນ​ໝູ​ເໜັງ​ຕີງ​ປັບ​ຂຶ້ນ​ຢູ່ ນວ ການ​ກະ­ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຢູ່​ແຂວງ​ຊຽງ​ຂວາງ ແລະ ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ອອກ​ອະ­ນຸ­ຍາດ ແລະ ກວດ­ກາ​ແກ້​ໄຂ​ບັນ­ຫາ​ຫຍໍ້­ທໍ້​ໃນ​ຮ້ານ​ອິນ​ເຕີ​ເນັດ​ກາ­ເຟ ການ​ພິ­ຈາ­ລະ­ນາ​ກຳ­ນົດ​ເອົາ 300 ບ້ານ ເປັນ​ບ້ານ​ເປົ້າ​ໝາຍ​ສະ­ອາດ ແລະ ການ​ກຳ ຈັດ​ຂີ້​ເຫຍື້ອ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ປະ­ສານ​ງານ​ລະ­ຫວ່າງ​ບັນ­ດາ​ພະ­ແນກ­ການ ອົງ­ການ​ລັດ​ທຽບ​ເທົ່າ​ພະ­ແນກ­ການ ແລະ ອົງ­ການ​ປົກ­ຄອງ​ຂັ້ນ​ເມືອງ​ກັບ​ຫ້ອງ​ວ່າ­ການ ນວ.

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ (ສປ ນວ) ຊຸດ​ທີ I ດຳ­ເນີນ​ມາ​ເປັນ​ເວ­ລາ 5 ວັນ ເຖິງ​ວັນ​ທີ 24 ມັງ­ກອນ 2020 ຈຶ່ງ​ໄດ້​ອັດ​ລົງ​ດ້ວຍ​ຜົນ­ສຳ­ເລັດ​ຈົບ­ງາມ ຢູ່ ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ປະ­ທານ ສປ ນວ ໂດຍ​ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ການ​ນຳ ນວ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ (ສສ ນວ) ເຂົ້າ​ຮ່ວມ. ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ກ່າວ​ອັດ​ກອງ​ປະ­ຊຸມ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ທ່ານ​ເຈົ້າ​ຄອງ ນວ ກ່ຽວ​ກັບ​ຜົນ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ ປະ­ມານ​ປີ 2019 ແລະ ທິດ​ທາງ​ປີ 2020 ເຊິ່ງ​ຕີ​ລາ­ຄາ​ສູງ​ຕໍ່​ຄວາມ​ພະ­ຍາ­ຍາມ​ຂອງ​ອົງ­ການ​ປົກ­ຄອງ ໃນ​ການ​ຊີ້​ນຳ-ນຳ­ພາ ບັນ­ດາ​ພະ­ແນກ­ການ ອົງ­ການ ໃນ​ການ​ສູ້​ຊົນ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ ເສດ­ຖະ­ກິດ-ສັງ­ຄົມ ແລະ ແຜນ​ງົບ­ປະ­ມານ​ປີ 2019 ໄດ້​ຮັບ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ເຮັດ​ໃຫ້ ນວ ສືບ­ຕໍ່​ມີ​ສະ­ຖຽນ​ລະ​ພາບ​ດ້ານ​ການ­ເມືອງ ສັງ­ຄົມ​ມີ​ຄວາມ​ສະ­ຫງົບ​ໂດຍ​ພື້ນ­ຖານ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ດີ​ຂຶ້ນ​ເປັນ​ກ້າວໆ ຄຽງ​ຄູ່​ກັນ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ປະ­ກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່​ບັນ­ຫາ​ຂໍ້­ຄົງ­ຄ້າງ ສິ່ງ​ທ້າ​ທາຍ ແລະ ອຸດ​ຕັນ ໃນ​ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ພ້ອມ​ທັງ​ສະ­ເໜີ​ຫຼາຍ​ມາດ​ຕະ­ການ ແລະ ວິ­ທີ​ແກ້​ໄຂ​ຕົວ​ຈິງ ເພື່ອ​ສູ້​ຊົນ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ​ຖະ ກິດ-ສັງ­ຄົມ ແລະ ແຜນ​ງົບ­ປະ­ມານ​ປີ 2020 ໃຫ້​ບັນ­ລຸ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້ ນອກ​ນີ້ ຍັງ​ໄດ້​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ຜົນ​ການ­ເຄື່ອນ­ໄຫວ​ວຽກ​ງານ ປີ 2019 ແລະ ທິດ​ທາງ ປີ 2020 ຂອງ​ອົງ­ການ​ກວດ​ສອບ​ປະ­ຈຳ​ພາກ​ກາງ ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ​ບົດ​ສະ­ຫຼຸບ​ຂາດ​ຕົວ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ ປີ 2018 ຂອງ ນວ ໂດຍ​ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ອົງ­ການ​ດັ່ງ­ກ່າວ ທີ່​ພະ­ຍາ­ຍາມ​ກວດ​ສອບ ແລະ ສາ­ມາດ​ລາຍ​ງານ​ຜົນ​ຂອງ​ການ​ກວດ​ສອບ ເຊິ່ງ​ໄດ້​ສະ­ເໜີ​ຕໍ່​ອົງ­ການ​ປົກ­ຄອງ ໂດຍ​ສະ­ເພາະ ພະ ແນກ​ການ​ເອົາ­ໃຈ­ໃສ່​ຊີ້​ນຳ ແລະ ຊຸກ­ຍູ້ ແກ້​ໄຂ​ຜົນ​ການ​ກວດ​ສອບ ຕາມ​ມະ­ຕິ​ກອງ​ປະ­ຊຸມ​ສະ­ພາ​ຄັ້ງ​ນີ້ ໃຫ້​ເປັນ​ຮູບ​ປະ​ທຳ ແນ­ໃສ່​ສະ­ກັດ​ກັ້ນ​ປາ­ກົດ­ການ​ຫຍໍ້­ທໍ້ ໃນ​ການ​ລະ­ເມີດ​ວິ­ໄນ​ແຜນ­ການ-ວິ­ໄນ​ການ​ເງິນ ແລະ ກົດ­ໝາຍ​ໃຫ້​ຫຼຸດ​ລົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.