ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ຊີ້ແຈ້ງວ່າ ດ້ວຍຄວາມຕັດສິນໃຈປະຕິບັດສຳເລັດແຜນການຜະລິດດຳເນີນທຸລະກິດ ໃນໄຕມາດທີ IV/2021, ຮັບປະກັນໃຫ້ພື້ນຖານເສດຖະກິດມີການເຕີບໂຕປະມານ 2,5%, ບັນດາທ້ອງຖິ່ນຄວນສືບຕໍ່ຈັດຕັ້ງການພົບປະກັບວິສາຫະກິດ, ສ້າງຄະນະຊີ້ນຳ, ບັນດາກຸ່ມແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ EU - ອາຊຽນ ແລະ ສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ.
ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Robyn Mudie ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພັດທະນາໃນຫຼາຍຂົງເຂດ.
ຍສໝ - ວັນທີ 22 ກັນຍາ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຢູ່ນິວຢອກ (ອາເມລິກາ), ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດເມັກຊິກ ແລະ ອີຣານ.
ຍສໝ - ທີ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019.
ຍສໝ - ອົດສະຕາລີ ແມ່ນຄູ່ຮ່ວມມືໃນຊຸມປີຜ່ານມາທີ່ໄດ້ຊ່ວຍເຫຼືອ ຫວຽດນາມ ໃນການປະຕິບັດການຄົ້ນຄ້ວາໃຫຍ່ກ່ຽວກັບເຕັກໂນໂລຢີ, ປະກອບສ່ວນສຳຄັນເຂົ້າໃນການຕີລາຄາ ແລະກໍານົດນະໂຍບາຍຂອງຫວຽດນາມ ໃຫ້ເປັນຮູບເປັນຮ່າງ. ວັນທີ 3 ພະຈິກ, ບົດລາຍງານໂດຍ ອົດສະຕາລີ ສົມທົບປະຕິບັດໄດ້ຮັບການເປີດຕົວ ເພື່ອຕີລາຄາຜົນກະທົບຂອງເຕັກໂນໂລຢີເຖິງການເຕີບໂຕເສດຖະກິດຂອງຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນງານທີ່ບຸກທະລຸຂອງ ຫວຽດນາມ ໃນປີ 2021, ກາຍເປັນແບບຢ່າງປະສົບຜົນສຳເລັດທີ່ຫາຍາກໃນໂລກ ກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງຍັງຮັກສາໄດ້ການພັດທະນາເສດຖະກິດ - ສັງຄົມໃນສະພາບການເສດຖະກິດໂລກຖືກຊຸດໂຊມຢ່າງຮ້າຍແຮງທີ່ສຸດໃນທົດສະວັດ.
ຍສໝ - ໃນການຢ້ຽມຢາມ ແລະ ເຮັດວຽກກັບບັນດາອົງການຮ່ວມສໍາພັນສະຫະກອນ Agriterra ແລະ ເວທີປາໄສປູກພືດສວນໂຮນລັງ ຫວຽດນາມ (NVHP) ຢູ່ World Horticulture Centre, ຄະນະຜູ້ແທນໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບຮູບແບບການຈັດຕັ້ງ ແລະ ບັນດາຂົງເຂດທີ່ສາມາດຮ່ວມມືກັບແຂວງ.
ໃນປີ 2021, ທຶນລົງທຶນຈາກຫວຽດນາມ ມາ ລາວ ບັນລຸ 118,3 ລ້ານ USD, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020. ເພື່ອຍົກສູງລະດັບການຮ່ວມ ມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ລາວ, ຕາມ ບັນດານັກຊ່ຽວຊານຕ້ອງເລີ່ມຈາກເລື່ອງສອງປະເທດແກ້ໄຂບັນຫາ ພື້ນຖານຄົມມະນາຄົມເຊື່ອມຕໍ່ ແລະ ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ຍສໝ - ຕາມການຄົ້ນຄ້ວາຂອງທະນາຄານໂລກ (WB) ໃຫ້ເຫັນວ່າ, ສັນຍາການຄ້າເສລີ EVFTA ຈະຊ່ວຍໃຫ້ຊາວຫວຽດນາມ 1 ແສນ - 8 ແສນຄົນຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2030, ບັນລຸໄດ້ລະດັບປະມານ 0,7% ເມື່ອທຽບໃສ່ກັບກໍລະນີທີ່ບໍ່ມີສັນຍາ EVFTA.
ຍສໝ - ໃນສະພາບການໂລກລະບາດ Covid – 19 ໄດ້ສ້າງຜົນກະທົບຫຍໍ້ທໍ້ຕໍ່ບັນດາຄວາມມານະພະຍາຍາມຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ບາງປະເທດໃນພາກພື້ນ, ກະຊວງຕຳຫຼວດຫວຽດນາມໄດ້ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ໜູນຊ່ວຍບັນດາອຸປະກອນການແພດ ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເພື່ອຮ່ວມແຮງຮ່ວມໃຈແບ່ງປັນບັນດາສິ່ງທ້າທາຍເຊິ່ງອົງການປະຕິບັດກົດໝາຍອາຊຽນຕ້ອງປະເຊີນໜ້າ.
ຍສໝ - ຄະນະຜູ້ແທນລັດຖະບານລັດ Victoria (ອົດສະຕາລີ) ໂດຍທ່ານນາງ Rebecca Hall, ກຳມະການຂັ້ນສູງຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງລັດ Victoria ນຳໜ້າ ໄດ້ມີການເຮັດວຽກກັບນະຄອນ ຫາຍຟ່ອງ...
ຍສໝ - ຕອນເຊົ້າວັນທີ 25 ພະຈິກ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ IV ປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເສີມຂະຫຍາຍປັນຍາຊົນໜຸ່ມ ຫວຽດນາມ ໃນວິກິດການຫັນເປັນດີຈີຕອນແຫ່ງຊາດ”.
ຖ້າຫາກວ່າໃນກອງປະຊຸມຄັ້ງນີ້ຂອງ CIC – MAB, ເຂດນິເວດວິທະຍາ 2 ແຫ່ງດັ່ງກ່າວໄດ້ຮັບການປ່ອນບັດຮັບຮອງ ຫວຽດນາມ ຈະມີເຂດນິເວດວິທະຍາ 11 ແຫ່ງ ແລະ ແມ່ນໜຶ່ງໃນ ບັນດາປະເທດທີ່ມີຈຳນວນເຂດນິເວດວິທະຍາໄດ້ຮັບການຮັບຮອງຫຼາຍທີ່ສຸດໃນໂລກຄັ້ງນີ້.
ຍສໝ - ໂຄງການທາງດ່ວນແຕ່ພະນົມເປັນໄປຫາດ່ານໝົກບາຍ ແນໃສ່ເພີ່ມທະວີການເຊື່ອມໂຍງ ແລະ ຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງແຂວງຊາຍແດນ ຫວຽດນາມ-ກຳປູເຈຍ ໂດຍສະເພາະແມ່ນສູມໃສ່ຊຸດດັນການນຳເຂົ້າ-ສົ່ງອອກລະຫວ່າງສອງຝ່າຍ.
ບໍລິສັດຊາວທ໊າຍເຢືອງ ໄດ້ກາຍເປັນວິສາຫະກິດ ຫວຽດນາມ ແຫ່ງທຳອິດທີ່ມີຮ້ານວາງສະແດງສິນຄ້າຢູ່ອັງກິດພາຍຫຼັງເປີດນຳໃຊ້ຮ້ານວາງສະແດງສິນຄ້າ Nature Queen ຢູ່ຮ້ານສັບພະສິນຄ້າ Longdan Crawley.
ຍສໝ - ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ອາເມລິກາຖືວ່າ ໄລຍະ 1 ຂອງ ຂໍ້ຕົກລົງການຄ້າລະຫວ່າງປະເທດນີ້ກັບຈີນບໍ່ຈຳເປັນຕ້ອງສຳເລັດໃນເດືອນໜ້າ.
ພາຍຫຼັງ 2 ປີປະຕິບັດ, EVFTA - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໄດ້ປະກອບສ່ວນນຳການຄ້າສອງສົ້ນ ລະຫວ່າງ ຫວຽດນາມ - EU ເຕີບໂຕຢ່າງຕໍ່ເນື່ອງ, ການລົງທຶນຈາກ EU ເຂົ້າ ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນ.
ຍສໝ - ຕາມໜັງສືພິມ Inside Trade ແລ້ວ, ສອງຝ່າຍໄດ້ຈັດຕັ້ງບັນດາການໂອ້ລົມສົນທະນາຂັ້ນສູງ ດ້ວຍໝາກຜົນທີ່ຕັ້ງໜ້າ. ຈັດວາງພາສີບໍ່ແມ່ນການຄັດເລືອກທີ່ດີທີ່ສຸດໃຫ້ແກ່ທັງຫວຽດນາມ ແລະ ອາເມລິກາກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ວັນທີ 06 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍຂອບໃຈທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ທີ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນ ພ້ອມດ້ວຍວັດຖຸອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ ຫວຽດນາມ.