ຍສໝ - ທ່ານ Masataka Fujita, ເລຂາທິການໃຫຍ່ສູນອາຊຽນ - ຍີ່ປຸ່ນ (AJC)ໃຫ້ຮູ້ວ່າ ໃນຖານະທີ່ເປັນປະເທດທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງ COVID-19, ຫວຽດນາມສາມາດນຳໜ້າບໍ່ພຽງແຕ່ໃນການຄວບຄຸມການລະບາດຂອງພະຍາດ, ແຕ່ຍັງສາມາດຟື້ນຕົວໃຫ້ເຂັ້ມແຂງໃນຂະນະທີ່ອີກຫຼາຍໆປະເທດຍັງປະສົບກັບຄວາມຫຍຸ້ງຍາກຈາກການໂລກລະບາດ COVID-19
ຍສໝ - ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກອງທຶນ ອາຊຽນ ເພື່ອປະຕິບັດບົດບາດເປັນປະທານ AFBOT ປີ 2021 ໃຫ້ເປັນຢ່າງດີ.
ຍສໝ - ທ່ານຮ້ອຍໂທ ເຈິ່ນງອກເຊີນ, ພະນັກງານຄວບຄຸມກວດກາປ້ອມປ້ອງກັນຊາຍແດນວິງເງືອນ ແບ່ງປັນວ່າ “ຍ້ອນຕ້ອງປະຕິບັດໜ້າທີ່, ດັ່ງນັ້ນປີນີ້ ຂ້າພະເຈົ້າ ແລະ ອ້າຍນ້ອງຢູ່ປ້ອມປ້ອງກັນ, ຕ້ານໂລກລະບາດ ບໍ່ສາມາດກັບຄືນເມືອຢາມບ້ານໄດ້, ແຕ່ເມື່ອໄດ້ກິນບັນແຊ່ວຢູ່ປ້ອມໃນໂອກາດວັນບຸນດວານເງາະ, ກໍ່ຮູ້ສຶກວ່າແຊບ ແລະ ອົບອຸ່ນໃຈຂຶ້ນຕື່ມ..”
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD), ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຂອງ UNCTAD. ກອງປະຊຸມຖືກຈັດຂຶ້ນໃນລະຫວ່າງວັນທີ 3 ຫາວັນທີ 7 ຕຸລາ 2021 ຕາມຮູບການທາງໄກ ແລະ ໂດຍກົງ ຢູ່ ເຊີແນວ (ປະເທດສະວິດ) ແລະ Bridgetown (Barbados), ດ້ວຍຫົວຂໍ້ “ຈາກການຂາດຄວາມສະເໝີພາບ ແລະ ມີຄວາມສ່ຽງພາໄປເຖິງການນຳເອົາວັດທະນາຖາວອນມາໃຫ້ໝົດທຸກຄົນ”.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານກຳມະການແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະເທດຈີນ ຫວາງອີ ; ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເດີນທາງມາຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການແຕ່ວັນທີ 3-4 ທັນວາ 2021.
ຍສໝ - ເປັນຄັ້ງທຳອິດທີ່ 8 ປະຊາຄົມທີ່ພິທີ ແລະ ການລະຫຼິ້ນດຶງເຊືອກຢູ່ຫວຽດນາມ ແລະ ສ.ເກົາຫຼີ ເຊິ່ງໄດ້ເຕົ້າໂຮມຢູ່ຮ່າໂນ້ຍ ເພື່ອແບ່ງປັນ, ສະແດງ, ແນະນຳມໍລະດົກຂອງວົງຄະນະຍາດຕົນ. ເຫດການໄດ້ຈັດຂຶ້ນຕອນບ່າຍວັນທີ 18 ພະຈິກ, ຢູ່ວັດ ເຈີ່ນຫວູ (ລອງບຽນ, ຮ່າໂນ້ຍ), ໃນຂອບເຂດບັນດາເຄື່ອນໄຫວງານບຸນອອກແບບປະດິດສ້າງ ຮ່າໂນ້ຍ 2023.
ຍສໝ - ໃນວາລະການພົບປະກັນຢູ່ທີ່ສຳນັກງານຄະນະເລຂາທິການອາຊຽນໃນນະຄອນຈາກາຕ່າ ວັນທີ 23 ກຸມພາ, ສອງຝ່າຍໄດ້ສົນທະນາກ່ຽວກັບຂົງເຂດຕ່າງໆທີ່ຮ່ວມກັນໃຫ້ຄວາມສົນໃຈເປັນຕົ້ນສະຖານະການການຟື້ນຟູຮອບດ້ານຂອງອາຊຽນ (ACRF), ຄວາມຍືນຍົງ ແລະ ການປ່ຽນແປງສະພາບອາກາດ, ການພັດທະນາພື້ນຖານໂຄງລ່າງ, ປ່ຽນແປງໃໝ່ທາງນະວັດຕະກຳດິຈິຕອລ ແລະ ບົດບາດເປັນສູນກາງຂອງອາຊຽນໃນມະຫາສະໝຸດອິນເດຍ.
ນັບແຕ່ປີ 1995 ເຂົ້າຮ່ວມອາຊຽນ, ດ້ວຍຈິດໃຈ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ”, ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ການພັດທະນາຂອງ ອາຊຽນ.
ຍສໝ - ຕອນບ່າຍວັນທີ 27 ພະຈິກ, ຄະນະກຳມະການປະຊາຊົນແຂວງ ເງະອ່ານ ໄດ້ສົມທົບກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຫະພັນ ບັນດາອົງການມິດຕະພາບແຂວງ ຈັດກອງປະຊຸມວິທະຍາສາດ “ວຽກງານການທູດປະຊາຊົນໃນຂະບວນການການເຊື່ອມໂຍງ ແລະ ພັດທະນາເສດຖະກິດສັງຄົມ - ສັງຄົມ ແຂວງ ເງະອານ”.
ຍສໝ - ກະຊວງການຕ່າງປະເທດຍີ່ປຸ່ນມີຄວາມຫວັງວ່າ ຂໍ້ຕົກລົງສະບັບໃໝ່ນີ້ ຈະຊຸ້ກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນໃຫ້ຫຼາຍກ່ວາອີກ, ແລະ ຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ແລ້ວ, ຈຳນວນເງິນບໍລິຈາກສະໜັບສະໜູນໃຫ້ແກ່ປະຊາຊົນລາວໄດ້ຂຶ້ນເຖິງ 150 ລ້ານກິບ (ປະມານ ເກືອບ 17,3 ພັນ USD). ຈຳນວນເງິນ 100 ລ້ານກີບທີ່ຍັງເຫຼືອ ພ້ອມກັບເຄື່ອງຂອງທີ່ຈຳເປັນ ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ ຈະມອບໂດຍກົງໃຫ້ປະຊາຊົນເຂດຖືກນຳຖ້ວມຢູ່ 8 ເມືອງຢູ່ແຂວງ ສະຫວັນນະເຂດ.
ຍສໝ - ສັບປະດາຮູບເງົາອາຊຽນ 2022 ຄາດວ່າຈະຈັດຂຶ້ນໃນ 6 ວັນ ຢູ່ຮ່າໂນ້ຍ, ດ່ານັ້ງ ແລະ ໂຮຈີ່ມິນ
ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ.
ຍສໝ - ທ່ານ ຮ່ວາງວັນເລິຍ ເອກອັກຄະລັດຖະທູດ ຫວຽດນາມຖືວ່າ ອາຊຽນໃນຖານະແມ່ນອົງການຈັດຕັ້ງພາກພື້ນ ໄດ້ມີການປະກອບສ່ວນໃນການນຳພາອາຊີຕາເວັນອອກສ່ຽງໃຕ້ ມຸ່ງໄປສູ່ຄວາມກ້າວໜ້າ ແລະ ວັດທະນາຖາວອນ, ພ້ອມທັງປະກອບສ່ວນເຂົ້າການສ້າງການພົວພັນເພື່ອສັນຕະພາບ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນ ແລະ ໃນໂລກ.
ຍສໝ - ໃນສະພາບການໂລກລະບາດ Covid – 19 ໄດ້ສ້າງຜົນກະທົບຫຍໍ້ທໍ້ຕໍ່ບັນດາຄວາມມານະພະຍາຍາມຮັກສາຄວາມໝັ້ນຄົງ, ຄວາມປອດໄພຢູ່ບາງປະເທດໃນພາກພື້ນ, ກະຊວງຕຳຫຼວດຫວຽດນາມໄດ້ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ໜູນຊ່ວຍບັນດາອຸປະກອນການແພດ ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເພື່ອຮ່ວມແຮງຮ່ວມໃຈແບ່ງປັນບັນດາສິ່ງທ້າທາຍເຊິ່ງອົງການປະຕິບັດກົດໝາຍອາຊຽນຕ້ອງປະເຊີນໜ້າ.
ຜົນຜະລິດເຂົ້ານາແຊງ ບັນລຸໄດ້ປະມານ 453.230 ໂຕນ ເທົ່າກັບ 10,3% ຂອງແຜນການຜະລິດເຂົ້ານາແຊງ, ສາລີອາຫານສັດ ປະມານ 30.000 ໂຕນ ເທົ່າກັບ 3% ຂອງແຜນການ, ມັນຕົ້ນ ປະມານ 113.056 ໂຕນ ເທົ່າກັບ 4,9% ຂອງແຜນການ; ການນໍາເຂົ້າ-ສົ່ງອອກ ບັນລຸໄດ້ 2.573 ລ້ານໂດລາສະຫະລັດ ເທົ່າກັບ 22,7% ຂອງແຜນການ ໃນນີ້ການນໍາເຂົ້າ ໄດ້ປະມານ 1.217 ລ້ານໂດລາສະຫະລັດ, ເທົ່າກັບ 21% ຂອງແຜນການ ການສົ່ງອອກ: ປະຕິບັດໄດ້ 1.356 ລ້ານໂດລາສະຫະລັດ ເທົ່າກັບ 24,5 % ຂອງແຜນການ.
ຕາມທ່ານ ບູຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນແລ້ວ, ໄລຍະຈະມາເຖິງ, ຄະນະຊາວໜຸ່ມທຸກຂັ້ນ ໄດ້ກຳນົດຈະສືບຕໍ່ຂົນຂວາຍແຫຼ່ງກຳລັງ ແລະ ເຊື່ອມຕໍ່, ຜັນຂະຫຍາຍການມອບເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ໃຫ້ຫຼາຍຄົນຕື່ມອີກຈາກໂຄງການທີ່ມີຄວາມໝາຍນີ້.
ວັນທີ 10 ເມສາ, ໃນລາຍການສະພາບການຫວຽດນາມ ຂອງໜັງສືພິມເອເລັກໂຕນິກເສດຖະກິດ Aju (ສ.ເກົາຫຼີ) (https://m.ajunews.com/view/20200409180043091) ໂດຍໄດ້ລົງບົດຂຽນກ່ຽວກັບບັນຫາອະທິປະໄຕຂອງຫວຽດນາມກັບໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ຂອງທ່ານສາດສະດາຈານ Ahn Kyong Hwan -ໂດຍເປັນອາຈານຂອງມະຫາວິທະຍາໄລ Chosun, ປະທານສະຫະພັນຄົ້ນຄ້ວາ ຫວຽດນາມຂອງ ສ.ເກົາຫຼີ. ທ່ານກໍ່ແມ່ນປະທານຂອງສະມາຄົມຄົ້ນຄ້ວາ ຫວຽດນາມສາດ ຢູ່ ສ.ເກົາຫຼີ, ຮອງປະທານສະມາຄົມພົວພັນແລກປ່ຽນວັດທະນະທຳ ສ.ເກົາຫຼີ - ຫວຽດນາມຢູ່ Gwangju, ທີ່ປຶກສາດ້ານເສດຖະກິດ, ວັດທະນະທຳ ສ.ເກົາຫຼີ - ຫວຽດນາມ ຢູ່ ເຊີອູນ.
ເວທີປາໄສຈະດຳເນີນຕາມຮູບແບບໂດຍເຊິ່ງໜ້າ ສົມທົບກັບທາງໄກ. ທີ່ເວທີປາໄສ, ບັນດາຜູ້ແທນຈະປຶກສາຫາລື, ແລກປ່ຽນບົດຮຽນປະສົບການໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມໃນທຸກຂົງເຂດ; ກົນໄກສົມທົບກັນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ; ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊຽນ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.