ສັບປະດາຮູບເງົາອາຊຽນ 2022 ກຳລັງຈະຈັດຂຶ້ນຢູ່ຫວຽດນາມ

07:38 | 21/04/2022

ຍ​ສ​ໝ - ສັບປະດາຮູບເງົາອາຊຽນ 2022 ຄາດວ່າຈະຈັດ​ຂຶ້ນໃນ 6 ວັນ ຢູ່ຮ່າໂນ້ຍ, ດ່ານັ້ງ ແລະ ໂຮຈີ່ມິນ

ຊ່ອງໂທລະພາບ BBC ຜະລິດຮູບເງົາກ່ຽວກັບ ຟອງຍາ-ແກບາງ ຊ່ອງໂທລະພາບ BBC ຜະລິດຮູບເງົາກ່ຽວກັບ ຟອງຍາ-ແກບາງ
12 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານຫວຽດນາມ - ເອີລົບ ຄັ້ງທີ 12 12 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານຫວຽດນາມ - ເອີລົບ ຄັ້ງທີ 12

ສັບປະດາຮູບເງົາອາຊຽນ 2022 ຢູ່ຫວຽດນາມ ແມ່ນກິດຈະກໍາເພື່ອລະລຶກ 55 ປີ ການສ້າງຕັ້ງປະ​ຊາ​ຄົມອາຊຽນ, ກ້າວ​ສູ່​ການເຊື່ອມໂຍງວັດທະນະທໍາ ແລະ ປະກອບສ່ວນການກໍ່ສ້າງປະ​ຊາ​ຄົມ​ແຫ່ງສັນຕິພາບ, ສະ​ຖຽນ​ລະ​ພາບ ແລະ ມີ​ຊີ​ວິດ​ຊີ​ວາ.

ສັບປະດາຮູບເງົາອາຊຽນ 2022 ກຳລັງຈະຈັດຂຶ້ນຢູ່ຫວຽດນາມ
ພາບປະກອບ

ສັບປະດາຮູບເງົາຈະ​ນຳ​ສະ​ເໜີບັນດາຜົນ​ງານທີ່ດີເດັ່ນຂອງຮູບເງົາບັນດາສະມາຊິກອາຊຽນ; ທີ່ສະແດງເຖີງສີສັນທາງວັດທະນະທໍາທີ່ເປັນລັກສະນະສະເພາະ ແລະ ຄວາມງາມທາງທໍາມະຊາດ, ສັງຄົມການ​ເປັນ​ຢູ່, ຊົນ​ຊາດ​ຊົນ​ເຜົ່າ​ຂອງ​ແຕ່​ປະ​ເທດ; ຊຶ່ງບໍ່ມີປະ​ເດັນທີ່ແຕະ​ຕ້ອງທາງ​ດ້ານການເມືອງ, ອຳນາດອະທິປະໄຕ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາສະໜາ; ຖືກ​ຕ້ອງ​ເໝາະສົມກັບຂະ​ໜົບ​ທຳນຽມຮີດຄອງປະເພນີ ແລະ ວັດທະນະທໍາອັນ​ດີ​ງາມ​ຂອງຫວຽດນາມ.

ສັບປະດາຮູບເງົາ ຈັດໂດຍ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໂດຍມອບໃຫ້ ກົມຮູບເງົາ ເປັນເຈົ້າການ ແລະ ສົມທົບກັບກົມຮ່ວມມືສາກົນ, ພະແນກແຜນການການເງິນ, ສູນສະ​ແດງຮູບເງົາແຫ່ງຊາດ, ພະແນກວັດທະນະທໍາ-ກິລາ ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮຈິມິນ ຮ່ວມ​ກັນ​ຈັດ​ຕັ້ງ.ຮູບເງົາແຕ່​ລະເລື່ອງຈະຖືກສາຍໃຫ້​ຮັບ​ຊົມ (ບໍລິການຜູ້ຊົມໂດຍບໍ່​ເສັຍ​ຄ່າ) 1 ຄັ້ງຢູ່ບັນດານະຄອນຮ່າໂນ້ຍ, ນະ​ຄອນ​ດ່ານັ້ງ ແລະ ນະຄອນໂຮຈີ່ມິນ. ກິດຈະກໍາສາຍໜັງຕ້ອງເຄົາ​ລົບລະບຽບຕ່າງໆ​ຢ່າງ​ຄົບ​ຖ້ວນກ່ຽວກັບການປ້ອງກັນພະຍາດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.