ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ

11:30 | 25/01/2022

ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ ເບິ່ງ​ແຍງດ​ູ​ແລ​ບຸນ​ເຕັດ​ປະ​ຈຳ​ຊາດ ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ທ້ອງ​ຖິ່ນ
ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ມອບຂອງຂວັນ ແລະ ເຮືອນແຫ່ງສາຍຈິດມິດໃຈໃຫ້ປະຊາຊົນໃນບໍລິເວນຊາຍແດນແຂວງ ກວ໋າງນາມ (ພາບ: baoquangnam.vn)
ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ມອບຂອງຂວັນ ແລະ ເຮືອນແຫ່ງສາຍຈິດມິດໃຈໃຫ້ປະຊາຊົນໃນບໍລິເວນຊາຍແດນແຂວງ ກວ໋າງນາມ (ພາບ: baoquangnam.vn)

ຕອນບ່າຍວັນທີ 23 ມັງກອນ, ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ; ເຂົ້າຮ່ວມລາຍການ “ບຸນເຕັດຢູ່ເຂດຊາຍແດນ - ອຸ່ນໃຈປະຊາຊົນ” ໂດຍກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວ໋າງນາມ ຈັດຂຶ້ນຢູ່ ຕາແສງ ດັກປຣິງ, ເມືອງ ນາມຢາງ.

ທ່ານນາງ ອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ມອບທຶນການສຶກສາຈຳນວນ 300 ທຶນໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກຢູ່ ຕາແສງ ດັກປຣິງ ແລະ ດັກເປີແຣ, ເມືອງ ນາມຢາງ, ແຂວງ ກວ໋າງນາມ, ລວມມູນຄ່າ 300 ລ້ານດົ່ງ; ມອບເຮືອນແຫ່ງສາຍຈິດມິດໃຈ 10 ຫຼັງ ໃຫ້ແກ່ປະຊາຊົນໃນບໍລິເວນຊາຍແດນແຂວງ ກວ໋າງນາມ, ລວມມູນຄ່າ 500 ລ້ານດົ່ງ.

vovworld.vn

ເຫດການ
302 Found

Found

The document has moved here.