ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

00:00 | 18/11/2023

ຍສໝ - ​ເປັນ​ຄັ້ງ​ທຳ​ອິດທີ່ 8 ປະຊາ​ຄົມ​ທີ່​​ພິທີ ແລະ ການລະຫຼິ້ນດຶງເຊືອກຢູ່​ຫວຽດນາມ ​ແລະ ສ.​ເກົາຫຼີ ​ເຊິ່ງໄດ້​ເຕົ້າ​ໂຮມ​ຢູ່​ຮ່າ​ໂນ້ຍ ​ເພື່ອ​ແບ່ງປັນ, ສະແດງ, ແນະນຳ​ມໍລະດົກ​ຂອງ​ວົງຄະນະຍາດຕົນ. ເຫດການໄດ້ຈັດຂຶ້ນຕອນບ່າຍວັນທີ 18 ພະຈິກ, ຢູ່ວັດ ເຈີ່ນຫວູ (ລອງບຽນ, ຮ່າໂນ້ຍ), ໃນຂອບເຂດບັນດາເຄື່ອນໄຫວງານບຸນອອກແບບປະດິດສ້າງ ຮ່າໂນ້ຍ 2023.

ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ​ ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ຫວຽດ​ນາມ - ລາວ
ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ ປະ​ຊາ​ຄົມ​ສາ​ກົນສະເໜີແຜນການຕໍ່ໄປເພື່ອຊ່ວຍ​ ​ກາວ​ບັ່ງ ​ພັດ​ທະ​ນາ
ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

​ພິທີ ແລະ ການລະຫຼິ້ນດຶງເຊືອກ ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປະກອນ, ຜູ້ເຮັດພິທີ ແລະ ​ລະຫຼິ້ນດຶງເຊືອກເກືອບ 500 ຄົນ​ທີ່​ມາ​ຈາກ​ບັນດາແຂວງ ບັກ​ນິງ, ລາວ​ກາຍ, ​​ວິ້ງ​ຟຸກ, ນະຄອນ ​ໂຮ່ຈີ​ມິນ, ຮ່າ​ໂນ້ຍ ​ແລະ ນະຄອນ Dangjin (ສ. ເກົາຫຼີ). (ພາບ: ໜັງສືພິມເອເລັກໂຕນິກປະເທດຊາດ)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

ເຫດການໄດ້ຮັບ​ການຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ ​ໂດຍ​ພະແນກວັດທະນະທຳ ​ແລະ ກິລາ ຮ່າ​ໂນ້ຍ ສົມທົບ​ກັບ​ສະມາຄົມ​ມໍລະດົກ​ວັດທະນະທຳ ຫວຽດນາມ ​ແລະ ​ເມືອງ ລອງ​ບຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ ​ແລະ ​ແລກປ່ຽນ​ລະຫວ່າງ​ບັນດາ​ປະຊາ​ຄົມ​ທີ່​ປະຕິບັດ​ບັນດາ​ມໍລະດົກ​ພິທີ ​ແລະ ການລະຫຼິ້ນດຶງເຊືອກ​ຢູ່​ຫວຽດນາມ ​ແລະ ບັນດາ​ປະ​ເທດທີ່ມີມໍລະດົກໂດຍ UNESCO ຮັບຮອງ. (ພາບ: Chinhphu.vn)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

ການສະແດງດຶງເຊືອກແບບນັ່ງ ຢູ່ວັດ ເຈິ່ນຫວູ (ພາບ: ໜັງສືພິມຂ່າວສານ)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

ການສະແດງດຶງເຊືອກ ມໍ໋ ຢູ່​ບ້ານ ຊວນ​ລາຍ (ເມືອງ​ຊອກ​ເຊີນ, ຮ່າ​ໂນ້ຍ).(ພາບ: ໜັງສືພິມຂ່າວສານ)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

​ໃນ​ພິທີດຶງເຊືອກຢູ່ ​ສ.​ເກົາຫຼີ, ເຊືອກ​ດຶງ​ເຊືອກ​ສາມາດ​ຍາວ​ເຖິງ 200 ​ແມັດ, ໜັກ​ເຖິງ 40 ​ໂຕນ ​ແລະ ທຸກ​ຄົນ​ທີ່​ມີໜ້າ ​​ລ້ວນ​ແຕ່​ສາມາດ​ເຂົ້າ​ຮ່ວມ​ດຶງ​ເຊືອກ, ເປັນການສ້າງ​ຄວາມ​ສາມັກຄີ​ໃນ​ປະຊາ​ຄົມ.(ພາບ: ໜັງສືພິມເອເລັກໂຕນິກປະເທດຊາດ)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

​ເຖິງ​ວ່າ​ແຕ່ລະ​ປະຊາຄົມ ​ແລະ ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ມີ​ຊື່​ເອີ້ນ, ວິທີດຳເນີນພິທີ ແລະ ການລະຫຼິ້ນດຶງເຊືອກທີ່​ແຕກ​ຕ່າງ​ກັນ, ​ແຕ່​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ການ​ອະທິຖານ​ເພື່ອ​ໃຫ້​ປະຊາຊົນ​ມີ​ສຸຂະພາບ​ເຂັ້ມ​ແຂງ, ດິນຟ້າອາກາດເອື້ອ​ອຳນວຍ ​ແລະ ຜົນລະປູກ​ຝັງ​ໄດ້ຮັບຜົນດີ. (ພາບ: Chinhphu.vn)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

ຈຸດລວມຂອງ​ພິທີ​ ແລະ ​ການລະຫຼິ້ນດຶງເຊືອກ​ຂອງ​ຫວຽດ​ນາມ ​ກັບ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ​ແມ່ນ​ໃຊ້ເຊືອກດຽວ. ເຊືອກແມ່ນສັນຍາລັກຂອງຄວາມສາມັກຄີປະຊາຄົມ, ການເຊື່ອມຕໍ່ລະຫວ່າງຄົນ ແລະ ທໍາມະຊາດ, ແມ່ນການຕໍ່ອ້ອມວົງແຂນ, ການສົ່ງພະລັງຈາກປະຊາ​ຄົມຫນຶ່ງໄປຫາປະຊາ​ຄົມໜຶ່ງອີກ. (ພາບ: Chinhphu.vn)

ການລະຫຼິ້ນດຶງເຊືອກ ເຊື່ອມຕໍ່​​ປະ​ຊາ​ຄົມ​ຫວຽດ​ນາມ - ສ​. ເກົາ​ຫຼີ

ພາຍຫຼັງ​ການ​ສະ​ແດງ​ທີ່​ງານ​ບຸນອອກແບບ​ປະດິດ​ສ້າງ​ ຮ່າ​ໂນ້ຍ ປີ 2023, ສະມາຄົມ​ດຶງເຊືອກ Gijisi Tug ​ໄດ້​ມອບ​ເຊືອກດຶງ​ໃຫ້​ວັດ ເຈີ່ນຫວູ ​ເປັນ​ຂອງຂວັນ​ແລກປ່ຽນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. (ພາບ: ໜັງສືພິມເອເລັກໂຕນິກປະເທດຊາດ

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.