ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານສະ​ພາມອບ​ໂອນ​ກອງ​ທຶນ ອາ​ຊຽນ

12:16 | 10/12/2020

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກອງທຶນ ອາຊຽນ ເພື່ອປະຕິບັດບົດບາດເປັນປະທານ AFBOT ປີ 2021 ໃຫ້ເປັນຢ່າງດີ.

​ຫວຽດ​ນາມ​ສ້າງ​ຂີດ​ໝາຍ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ
ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານສະ​ພາມອບ​ໂອນ​ກອງ​ທຶນ ອາ​ຊຽນ

ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ (ພາບ: baoquocte.vn)

ວັນທີ 8 ທັນວາ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ປະທານຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ, ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ສະພາມອບໂອນກອງທຶນ ອາຊຽນ (AFBOT) ຕາມຮູບການອອນລາຍ.

ກອງ​ປະ​ຊຸມ​ໄດ້​ຮັບ​ເອົາ ແລະ ຕີ​ລ​າ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍກອງ​ທຶນ ອາ​ຊຽນ​ຈັດ​ຕັ້ງ ແລະ ຜັນ​ຂະ​ຫຍາຍ​ໃນ​ປີ 2020, ເຖິ​ງວ່າ ໂລກ​ລະ​ບາດ ໂຄວິດ - 19 ເກີດ​ຂຶ້ນ​ແຕ່​ຕົ້ນ​ປີ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາຍຫຼາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ລາຍ​ການ​ຂອງກອງ​ທຶນກ​ໍ່​ຕາມ. ລາຍ​ລະ​ອຽດ​ແມ່ນ, ອາ​ຊຽນ​ໄດ້​ຜັ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ສຳ​ເລັດ​ທຸກ​ໂຄງ​ການ, ຂໍ້​ລິ​ເລີ່ມ​ຂຶ້ນ​ກັບ 4 ຂົງ​ເຂດ​ຕົ້ນ​ຕ​ໍ່​ແມ່ນ ສຶກ​ສາ, ສິ​ລ​ະ​ປະ ແລະ ວັດ​ທະ​ນະ​ທຳ, ສື່ມວນ​ຊົນ ແລະ ສ້າງ​ປະ​ຊາ​ຄົມ

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຮັບການມອບໝາຍບົດບາດເປັນປະທານ AFBOT ໃນປີ 2021 ຈາກ ທ່ານເອກອັກຄະລັດຖະທູດ ໄທ ເຊິ່ງເປັນປະທານ AFBOT ໃນປີ 2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກອງທຶນ ອາຊຽນ ເພື່ອປະຕິບັດບົດບາດເປັນປະທານ AFBOT ປີ 2021 ໃຫ້ເປັນຢ່າງດີ.

“ອາຊຽນ ໃນໃຈຂອງພວກເຮົາ” - ຫົວຂໍ້ໃໝ່ໃນງານວາງສະແດງຮູບພາບ ແລະ ຮູບເງົາທີ່ແຂວງບິ່ງເຟືອກ ສສ.ຫວຽດນາມ

ຍສໝ - ຈຸດປະສົງຂອງງານວາງສະແດງຮູບພາບ ແລະ ຮູບເງົາ ໃນຄັ້ງນີ້ແມ່ນເພື່ອນຳມາສູ່ປະຊາຊົນຫວຽດນາມເວົ້າລວມ ແລະຊາວບິ່ງເຟືອກເວົ້າສະເພາະກ່ຽວກັບຄວາມງາມຂອງປະເທດ ແລະ ຜູ້ຄົນໃນປະຊາຄົມອາຊຽນ. ພ້ອມດຽວກັນນັ້ນກໍ່ເວົ້າເຖິງການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນຊຸມຊົນອາຊຽນ.

ຫວຽດນາມ ໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ພາຍໃນພາກພື້ນ

ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ (AMMTC 14) ຄັ້ງທີ 14 ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ.

ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ອາຊຽນ ແລະ ອີຢູ ໄດ້ຖະແຫຼງຢ່າງເປັນທາງການວ່າ ໄດ້ຍົກລະດັບການພົວພັນຄູ່ຮ່ວມເຈລະຈາອາຊຽນ-ອີຢູ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.