ທ່ານ​ຮອງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ: ອາ​ຊຽນ​ບັນ​ລຸ​ໄດ້​​ບັນ​ດາບາດ​ກ້າວ​ກະ​ໂດ​ດ​ຂັ້ນ

06:31 | 10/08/2022

ນັບແຕ່ປີ 1995 ເຂົ້າຮ່ວມອາຊຽນ, ດ້ວຍຈິດໃຈ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ”, ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ການພັດທະນາຂອງ ອາຊຽນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55 ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ສອງ​ຝ່າຍ​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ຄັ້ງ​ທີ 55
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Jaya Ratnam ແລະ ຜູ້​ອໍ​າ​ນວຍ​ການ​ຝ່າຍ​ບໍ​ລິ​ຫານກອງ​ທຶນ Temasek Ng Boon Heong
ທ່ານ​ຮອງ​ລັດ​ຖ​ະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮ່າ​ກິມງອກ: ອາ​ຊຽນ​ບັນ​ລຸ​ໄດ້​​ບັນ​ດາບາດ​ກ້າວ​ກະ​ໂດ​ດ​ຂັ້ນ
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມງອັກ (ພາບ: baoquocte.vn)

ໂດຍຕອບສຳພາດເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ (8 ສິງຫາ 1967 - 8 ສິງຫາ 2022), ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຮ່າກິມງອັກ ຖືວ່າ: 55 ປີຜ່ານມາ, ອາຊຽນບັນລຸໄດ້ບັນດາບາດກ້າວກະໂດດຂັ້ນ. ອາຊຽນໄດ້ສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບໃນພາກພື້ນ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງໃນຫຼາຍທົດສະວັດຜ່ານມາ. ປັດຈຸບັນ, ອາຊຽນ ແມ່ນປະຊາຄົມທີ່ມີລະດັບການຮ່ວມມື, ຮ່ວມສຳພັນນັບມື້ນັບເລິກເຊິ່ງກວ້າງຂວາງໃນ 3 ເສົາຄ້ຳຄື ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ; ກາຍເປັນໜຶ່ງໃນບັນດາພາກພື້ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ດ້ວຍ GDP ປະມານ 3300 ຕື້ USD (ໃນປີ 2021) ແລະ ແມ່ນພື້ນຖານເສດຖະກິດຢືນຢູ່ອັນດັບທີ 5 ໃນໂລກ, ນຳເອົາ ຜົນປະໂຫຍດອັນແທ້ຈິງມາໃຫ້ແກ່ປະຊາຊົນປະມານ 680 ລ້ານຄົນ.

ໃນສະພາບການສາກົນ, ອາຊຽນ ໄດ້ສະແດງໃຫ້ເຫັນທັດສະນະເປັນເອກະລາດ ແລະ ເປັນກາງ, ອາຊຽນຫວັງວ່າ ບັນດາປະເທດໃຫຍ່ຈະມີການແກ່ງແຍ້ງຢ່າງປອດໄສ, ມີຄວາມຮັບຜິດຊອບ, ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ.

ນັບແຕ່ປີ 1995 ເຂົ້າຮ່ວມອາຊຽນ, ດ້ວຍຈິດໃຈ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ”, ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ການພັດທະນາຂອງ ອາຊຽນ. ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງກຳນົດທິດພັດທະນາ ແລະ ບັນດາລັດຖະນະໂຍບາຍໃຫຍ່ຂອງ ອາຊຽນ ແລະ ຍາມໃດກໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບໃນຖານະເປັນສະມາຊິກ, ປະກອບສ່ວນເຂົ້າຜົນສຳເລັດລວມຂອງ ອາຊຽນ.

vovworld.vn

ເຫດການ
302 Found

Found

The document has moved here.