ຫວຽດ​ນາມ ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ພ້ອມ​ກັນ​ຊຸກ​ຍູ້​ການ​ຄ້າ ແລະ ການ​ພັດ​ທະ​ນາ

07:58 | 08/10/2021

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD), ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 15 ຂອງ UNCTAD. ກອງປະຊຸມຖືກຈັດຂຶ້ນໃນລະຫວ່າງວັນທີ 3 ຫາວັນທີ 7 ຕຸລາ 2021 ຕາມຮູບການທາງໄກ ແລະ ໂດຍກົງ ຢູ່ ເຊີແນວ (ປະເທດສະວິດ) ແລະ Bridgetown (Barbados), ດ້ວຍຫົວຂໍ້ “ຈາກການຂາດຄວາມສະເໝີພາບ ແລະ ມີຄວາມສ່ຽງພາໄປເຖິງການນຳເອົາວັດທະນາຖາວອນມາໃຫ້ໝົດທຸກຄົນ”.

ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ
ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ (ພາບ: ກະຊວງການຕ່າງປະເທດ)
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ (ພາບ: ກະຊວງການຕ່າງປະເທດ)

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມໃນວັນທີ 6 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ ໄດ້ສະເໜີ 3 ຂໍ້ສະເໜີແນະຕໍ່ UNCTAD. ທີໜຶ່ງແມ່ນ ຄວາມຍູ້ແຮງລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນ ເພື່ອແນໃສ່ຄວບຄຸມໂລກລະບາດ, ຍົກສູງກຳລັງຄວາມສາມາດຮັບມື ແລະ ຍູ້ໄວວິວັດການຟື້ນຟູເສດຖະກິດໃນຂອບເຂດທົ່ວໂລກ. ທີສອງແມ່ນ, ໃນອະນາຄົດ ຄວນເພີ່ມທະວີບັນດາຄວາມມານະພະຍາຍາມສາກົນ ເພື່ອໜູນຊ່ວຍການຍົກສູງຄວາມສາມາດຮັບມືຢູ່ເຂດທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ, ມີອະນຸພາກພື້ນແມ່ນ້ຳຂອງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທີສາມແມ່ນ, UNCTAD ຄວາມເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມືທົ່ວໂລກກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃໝ່ແກ່ການພັດທະນາແບບຍືນຍົງ ແລະ ເຕີບໂຕໃນພື້ນຖານເຕັກໂນໂລຢີ.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ກໍໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ UNCTAD ແລະ ປະຊາຄົມສາກົນ ຢ່າງແໜ້ນແຟ້ນ ໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອຮັບປະກັນສະພາບແວດລ້ອມສາກົນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ.

vovworld.vn

ເຫດການ
302 Found

Found

The document has moved here.