ເງະອ່ານ ຈັດ​ກອງ​ປະ​ຊຸມວິ​ທະ​ຍາ​ສາດ​ກ່ຽວ​ກັບ​ວຽກງານການ​ທູດ​ປະ​ຊາ​ຊົນ

10:51 | 29/11/2023

ຍສໝ - ຕອນບ່າຍວັນທີ 27 ພະຈິກ, ຄະນະກຳມະການປະຊາຊົນແຂວງ ເງະອ່ານ ໄດ້ສົມທົບກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຫະພັນ ບັນດາອົງການມິດຕະພາບແຂວງ ຈັດກອງປະຊຸມວິທະຍາສາດ “ວຽກງານການທູດປະຊາຊົນໃນຂະບວນການການເຊື່ອມໂຍງ ແລະ ພັດທະນາເສດຖະກິດສັງຄົມ - ສັງຄົມ ແຂວງ ເງະອານ”.

ແຂວງ​ຕວຽນ​ກວາງ: ນັກ​ສຶກ​ສາ 150 ຄົນ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ການ​ທູດ​ປະ​ຊາ​ຊົນ
ແຂວງກອນຕູມ: ການ​ທູດ​ປະ​ຊາ​ຊົນ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ​ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

ເງະອ່ານ ຈັດ​ກອງ​ປະ​ຊຸມວິ​ທະ​ຍາ​ສາດກ່ຽວ​ກັບ​ວຽກງານການ​ທູດ​ປະ​ຊາ​ຊົນ

ຕອນບ່າຍວັນທີ 27 ພະຈິກ, ຄະນະກຳມະການປະຊາຊົນແຂວງ ເງະອ່ານ ໄດ້ສົມທົບກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຫະພັນ ບັນດາອົງການມິດຕະພາບແຂວງ ຈັດກອງປະຊຸມວິທະຍາສາດ “ວຽກງານການທູດປະຊາຊົນໃນຂະບວນການການເຊື່ອມໂຍງ ແລະ ພັດທະນາເສດຖະກິດສັງຄົມ - ສັງຄົມ ແຂວງ ເງະອານ”.

​ໃນ​ຊຸມ​ປີ​ຜ່ານມາ​, ວຽກ​ງານ​ການ​ທູດປະຊາຊົນ ເຊິ່ງ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມສົນໃຈໃນການ​ຊີ້​ນຳ ​ແລະ ນຳ​ພາຢ່າງ​ໃກ້ຊິດ​ຈາກ​ພັກ ແລະ ລັດ; ກໍ່ຄືໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສະໜັບສະໜູນ ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ. ຄຽງ​ຄູ່​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ວຽກງານການທູດຂອງ​ລັດ, ວຽກ​ງານ​ການ​ທູດ​ປະຊາຊົນ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງແຮງ, ​ເປັນ​ເອກະ​ພາບ, ມີ​ປະສິດທິ​ຜົນ, ​ ປະກອບສ່ວນເຂົ້າໃນການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານການທູດ, ການ​ພົວພັນຕ່າງປະເທດຂອງຫວຽດນາມ ຢ່າງ​ຮອບດ້ານ ​ແລະ ທັນ​ສະ​ໄໝ.

ທ່ານ ບຸຍດິງລ່ອງ, ​ຮອງ​ປະທານ ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ເງະອ່ານ ​ໃຫ້​ຮູ້​ວ່າ: ​ແຂວງ ເງະອ່ານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນທີ່ໄດ້ຮັບການຕີລາຄາການເຄື່ອນໄຫວ​ໃນວຽກງານ​ການ​ທູດ​ປະຊາຊົນຢ່າງມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ ລະຫວ່າງ ​ແຂວງ ເງະອ່ານ ກັບ​ຫຼາຍ​ປະ​ເທດ​ໃນ​ໂລກ, ໂຄສະນາ​ຮູບ​ພາບຂອງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ບັນດາ​ຄຸນຄ່າ​ທາງດ້ານວັດທະນະທຳ, ທ່າແຮງ​ບົ່ມ​ຊ້ອນ ​ແລະ ທ່າໄດ້​ປຽບ​ຂອງ​ນະຄອນເງະອ່ານ ​ໃຫ້​ກັບບັນດານັກ​ລົງທຶນ​ຕ່າງປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ແຂວງ.

GS.TS Lê Văn Lợi - Phó giám đốc Học viện Chính trị Quốc gia Hồ Chí Minh, ông Bùi Đình Long - Phó Chủ tịch UBND tỉnh Nghệ An và ông Nguyễn Hồng Kỳ, Phó chủ tịch Thường trực LHCTCHN Nghệ An đồng chủ trì buổi Hội thảo ທ່ານ ສາດສະດາຈານ, ປອ ເລວັນເລິຍ, ຮອງອໍານວຍການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ແລະ ທ່ານ ຫງວ້ຽນຮົ່ງກີ, ຮອງປະທານ ຄະນະປະຈໍາສະຫະພັນ ບັນດາອົງການມິດຕະພາບ ແຂວງ ເງ້ອານ ຮ່ວມກັນເປັນປະທານກອງປະຊຸມ
ທ່ານ ສາດສະດາຈານ, ປອ ເລວັນເລິຍ, ຮອງອໍານວຍການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອ່ານ ແລະ ທ່ານ ຫງວ້ຽນຮົ່ງກີ, ຮອງປະທານ ຄະນະຜູ້ປະຈໍາການສະຫະພັນບັນດາອົງການມິດຕະພາບ ແຂວງ ເງະອ່ານ ຮ່ວມກັນເປັນປະທານກອງປະຊຸມ

ເພື່ອ​ເຮັດໃຫ້ວຽກ​ງານ​ການ​ທູດ​ປະຊາຊົນເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິ​ຜົນທີ່ແທດເປັນ​ຈິງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ໃນ​ຂະ​ບວນການ​ເຊື່ອມ​ໂຍງ ​ແລະ ພັດທະນາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ເງະອ່ານ ໄດ້ປະສານສົມທົບ​ກັບ​ ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ “ວຽກງານການທູດປະຊາຊົນໃນຂະບວນການການເຊື່ອມໂຍງ ແລະ ພັດທະນາເສດຖະກິດສັງຄົມ - ສັງຄົມ ແຂວງ ເງະອານ”.

​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວ້ຽນ​ເຟືອງ​ງາ, ອະດີດ​ປະທານ​ສະຫະພັນບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ມີຄຳເຫັນແລກປ່ຽນ​​ ​ດ້ວຍ​ການຍົກບັນຫາປຶກສາຫາລື “ການ​​ທູດ​ປະຊາຊົນ​​ໃນ​ການ​ພົວພັນ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ” ດ້ວຍ 3 ​ເນື້ອ​ໃນ​ຕົ້ນ​ຕໍ: ບົດບາດ​ຂອງການ​ທູດຊາຊົນ​ໃນ​ການ​ພົວພັນ​​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ; ປັບປຸງ​ປະສິດທິ​ຜົນໃນ​ການ​ເຄື່ອນ​ໄຫວ​ວຽກ​ງານການ​ທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່; ເສີມຂະຫຍາຍ​ກຳລັງ​ແຮງ​ດ້ານ​ການ​ທູດ​ປະຊາຊົນ​ ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ແຂວງ ​ເງະອ່ານ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເຊື່ອ​ໝັ້ນ​ວ່າ ດ້ວຍທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​ວິລະ​ຊົນ, ອຸດົມສົມບູນ​ດ້ວຍ​ມູນເຊື້ອການ​ປະຕິວັດ, ບັນລຸ​ໄດ້​ບັນດາ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ດ້ວຍ​ແຫຼ່ງກຳລັງ​ຂອງ​ປະຊາຊົນ​ເກືອບ 60.000 ຄົນທີ່ພວມດຳລົງ​ຊີວິດ​ຢູ່, ​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ແລະ 17 ອົງການຈັດຕັ້ງມິດຕະພາບ ​ກັບ​ບັນດາ​ປະ​ເທດ ​ແລະ ຖັນແຖວ​ພະນັກງານທີ່ເຮັດວຽກງານ​ການທູດປະຊາຊົນ ທີ່ມີ​ປະສົບ​ການ, ວຽກ​ງານ​ການທູດ​ປະຊາຊົນ​ແຂວງ ເງະອ່ານ ຈະເສີມຂະຫຍາຍມູນເຊື້ອ​ອັນ​ດີງາມ ​ແລະ ປະສົບ​ຜົນສຳ​ເລັດ​ໃໝ່​ຫລາຍ​ຢ່າງ; ​ເຊິ່ງຈະນໍາເອົາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ລຸງ​ໂຮ່ ​ທີ່​ເຄົາລົບຮັກ​ ກາຍ​ເປັນ​ແຂວງ​ອຸດສາຫະກຳຕາມທິດ​ທີ່​ທັນ​ສະ​ໄໝ​ໃນ​ປີ 2030, ພ້ອມ​ກັນ​ນັ້ນ ​ກໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນ​ບັນດາ​ປະ​ເທດ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ການ​ນຳ​ສະ​ເໜີ ​ແລະ ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​​ປະຊາຊົນ​ ໃນ​ຂະ​ບວນການ​ເຊື່ອມ​ໂຍງເຂົ້າ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ເງະອ່ານ ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ຄື: ການທູດປະຊາຊົນໃນການ​ພົວພັນທາງ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ; ຕົວຈິງໃນການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບເຂດ​ຊາຍ​ແດນ​ຫວຽດນາມ - ລາວ; ຂຸດ​ຄົ້ນ​ຄວາມຮັບ​ຮູ້​ຂອງຊາວ​ຊົນ​ເຜົ່າ​ສ່ວນໜ້ອຍ ​ຢູ່​ທາງທິດ​ຕາ​ເວັນ​ຕົກແຂວງ ເງະອ່ານ ໃນ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ໄປສູ່ສາ​ກົນ; ສື່ສານໂຄສະນາຮູບພາບຕາມວິທີເຮັດແບບໃຫມ່ ...

GS.TS Lê Văn Lợi - Phó giám đốc Học viện Chính trị Quốc gia Hồ Chí Minh kết luận buổi Hội Thảo ສາດສະດາຈານ, ປອ ເລວັນເລີຍ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສະຫຼຸບໃນກອງປະຊຸມ
ທ່ານ ສາດສະດາຈານ, ປອ ເລວັນເລີຍ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສະຫຼຸບທີ່ກອງປະຊຸມ

ທ່ານ ສາດສະດາຈານ, ປອ ເລ​ວັນເ​ລີຍ, ຮອງ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ ວຽກ​ງານ​ການ​ທູດ​ປະຊາຊົນ ​ຕ້ອງ​ໄດ້​ວາງ​​ໃນ​ຍຸດ​ທະ​ສາດ ​ແລະ ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ການ​ເມືອງ ​ແລະ ວັດທະນະທຳ​ຂອງ​ແຂວງ ເງະອ່ານ . ພ້ອມ​ກັນ​ນັ້ນ, ກໍ່ຕ້ອງ​ສືບ​ຕໍ່​ປ່ຽນ​ແປງໃໝ່ດ້ານ​ແນວ​ຄິດຈິນຕະນາການ, ວິທີ​ການເຂົ້າເຖິງ, ​ເນື້ອ​ໃນ, ແບບວິທີການ, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໃຫ້ນັບມືນັບເຂັ້ມແຂງກວ່າ, ດ້ວຍ​ຈິດ​ໃຈ​ກ້າ​ຄິດ, ກ້າ​ເຮັດ, ກ້າ “ກ້າວ​ຜ່ານຂ້າມ​ແນວ​ຄວາມຄິດ​ແບບເກົ່າ, ບັນດາຂົງ​ເຂດ​ທີ່​ຄຸ້ນ​ເຄີຍ ​ເພື່ອ​ມີແນວຄິດ ​ແລະ ການກະທຳໃນລະດັບ​​ຊາດ, ບັນລຸລະດັບ​ພາກ​ພື້ນ ​ແລະ ສາກົນ".

ຄຽງຄູ່​ກັນ​ນັ້ນ, ກໍ່ສືບ​ຕໍ່​ເສີມ​ຂະຫຍາຍ​ທ່າແຮງ​ຂອງ​ການ​ທູດ​ປະຊາຊົນ, ເຮັດ​ບົດບາດ​ເປັນ “ຂົວ​ຕໍ່” ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ, ການທ່ອງທ່ຽວ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະ​ເທດໃຫ້ເປັນຢ່າງດີ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມືທີ່​ມີ​ທ່າ​ແຮງ, ພິ​ເສດ​ແມ່ນ​ ໃນ​ຂົງ​ເຂດ​ກໍ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ນະວັດຕະກຳ, ການ​ຫັນ​ເປັນ​ດິຈິ​ຕອລ...ເໝາະສົມກັບທ່າແຮງ ​ແລະ ຄວາມ​ຕ້ອງການ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ແຕ່ລະ​ທ້ອງ​ຖິ່ນ.

ພ້ອມ​ກັນ​ນັ້ນ, ກໍ່ເສີມຂະຫຍາຍທ່າໄດ້​ປຽບຂອງການທູດປະຊາຊົນ​ໃນ​ການ​ສ້າງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມທີ່ມີ​ສັນຕິພາບ ​ແລະ ຄວາມໝັ້ນຄົງ ​ເພື່ອ​ພັດທະນາ​ປະ​ເທດຊາດ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຊົນເຜົ່າ; ສືບ​ຕໍ່​ຍູ້​ແຮງ​ການ​ດຶງ​ດູດ​ແຫຼ່ງທຶນ​ຈາກ​ບັນດາ​ອົງການທີ່​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ; ລະດົມ​ວົງຄະນາຍາດ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກັບມາ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຕົນ.

ຄຽງ​ຄູ່​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ສື່ສານ ​ແລະ ​ໂຄສະນາຮູບ​ພາບຂອງ​ແຂວງ ເງະອ່ານ ​ເຖິງ​ເພື່ອນ​ມິດສາ​ກົນ ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວວຽກງານ​ການ​ທູດ​ປະຊາຊົນ​, ຕ້ອງ​ຂຸດ​ຄົ້ນ​ບັນດາ​ທ່າ​ແຮງດ້ານ​ວັດທະນະທຳ ​ແລະ ​ເສດຖະກິດ​ຂອງ​ແຂວງ ເງະອ່ານ. ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ມິດຕະພາບ​ທີ່​ຕິດ​ພັນ​ກັບ​ການ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ​ຂອງ​ທ້ອງ​ຖິ່ນ. ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ອົງການ​​ສາກົນ ກ່ຽວກັບວັດທະນະທຳ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃນການຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທໍາ.

​ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ວຽກງານການທູດປະຊາຊົນໃນຂະບວນການການເຊື່ອມໂຍງ ແລະ ພັດທະນາເສດຖະກິດສັງຄົມ - ສັງຄົມ ແຂວງ ເງະອານ”, ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າແຮງທີ່ມີຢູ່ແລ້ວນັ້ນ ພ້ອມ​ກັບ​ການ ຈັດຕັ້ງປະຕິບັດບັນດາວິທີການແກ້ໄຂວຽກງານ​ການ​ທູດ​ປະຊາຊົນຢ່າງ​ຄົບຊຸດ ແລະ ມີ​ປະສິດທິ​ຜົນ ຈະ​ປະກອບສ່ວນ​ສຳຄັນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ຍົກສູງ​ທີ່​ຕັ້ງ​ຂອງ​ແຂວງ ​ເງະອ່ານ ​ໃນ​ການ​ພັດທະນາລວມ​ຂອງ​ທົ່ວ​ປະ​ເທດ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.