ຍສໝ - ຕາມຂໍ້ມູນທີ່ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານການຄຸ້ມຄອງນັກສຶກສາລາວ ສົກປີ 2020 - 2021, 2021 - 2022 ແລະ ແຜນການປີ 2023 ທີ່ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລວິງແລ້ວ, ໃນສົກຮຽນ 2021-2022 ມີນັກສຶກສາລາວ 14.050 ຄົນພວມຮ່ຳຮຽນຢູ່ຫວຽດນາມ, ໃນນັ້ນມີນັກສຶກສາຮຽນ ຂົງເຂດບໍລິຫານ11.884 ຄົນ, ມີ 2.166 ຄົນຮຽນໃນຂົງເຂດປ້ອງກັນຊາດ.
ໃນສະພາບການ ຫວຽດນາມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບັນດານັກຊ່ຽວຊານ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາກ່ຽວກັບບັນດາຜົນສຳເລັດ ທີ່ສ້າງອິດທິພົນຊື່ສຽງໃຫ້ແກ່ ຫວຽດນາມ.
ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ຍສໝ - ໃນຕະລາງ THE WUR ໄດ້ຕີລາຄາບັນດາມະຫາວິທະຍາໄລໃນທົ່ວໂລກ ອີງຕາມການຄົ້ນຄ້ວາຂອງບັນດາໜ້າທີ່ຫຼັກແຫຼ່ງຂອງໂຮງຮຽນມະຫາວິທະຍາໄລ, ຕາມບັນດາດັດຊະນີວັດແທກມາດຖານເພື່ອແນໃສ່ສະໜອງບັນດາການປຽບທຽບຢ່າງຮອບດ້ານ ແລະ ມີຄວາມສະເໝີພາບ.
ຍສໝ - ວັນທີ 14 ກໍລະກົດ, ສະຖາບັນວິທະຍາສາດການສຶກສາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການສຶກສາຫວຽດນາມ 2011 – 2020” ພາຍໃຕ້ຮູບການທາງອອນລາຍ ສົມທົບກັບໂດຍກົງ. ເຂົ້າຮ່ວມກອງປະຊຸມສຳມະນາມີ ນັກບໍລິຫານ, ພະນັກງານສ້າງນະໂຍບາຍ, ນັກຊ່ຽວຊານ, ນັກວິທະຍາສາດທີ່ມີຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 1.000 ຄົນ...
ຍສໝ - Good Neighbors International ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍໂຄງການ “ພັດທະນາວຽກງານສັງຄົມ ແລະ ໃຫ້ຄຳປຶກສາດ້ານຈິດໃຈໃນໂຮງຮຽນໄລຍະ 2022 - 2024”.
ທ່ານນາງໂຕມິງທູ ໃຫ້ຮູ້ວ່າໃນສະພາບການເກີດພະຍາດໂຄວິດ - 19, ຫວຽດນາມ ຖືການເຫັນການສຶກສາເປັນດີຈີຕອນແມ່ນໜ້າທີ່ແຖວໜ້າ, ຜ່ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສຶ່ສານ (ICT), ຫັນຫຼັກສູດການຮຽນເປັນດີຈີຕອນ, ຍົກສູງລະດັບ ICT ໃຫ້ແກ່ຄູສອນ ແລະ ນັກຮຽນໃນການຮຽນການສອນ.
ຍສໝ - ຄະນະປະຕິບັດງານ ສະຖານທູດ ຫວຽດນາມ ປະຈຳລາວຫາກໍ່ມີການພົວປະ ແລະ ເຮັດວຽກກັບ ກະຊວງສຶກສາທິການ ແລະ ກິລາ ລາວ ເພື່ອແລກປ່ຽນກ່ຽວກັບແຜນການຮ່ວມມືຂົງເຂດການສຶກສາສອງຝ່າຍ. ຕາມນັ້ນແລ້ວ, ສອງຝ່າຍຄາດວ່າຈະລົງນາມຂໍ້ຕົກລົງກ່ຽວກັບແຜນການຍຸດທະສາດຮ່ວມມືການສຶກສາໄລຍະ 2021 – 2030 ໃນທ້າຍປີນີ້,
ຍສໝ - ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮາຍຟອງ (ສະຫະພັນຮາຍຟອງ) ສົມທົບກັບອົງການຈັດຕັ້ງມະຫາຊົນ, ສະມາຄົມມິດຕະພາບຫວຽດນາມ-ລາວ ແລະ ມະຫາວິທະຍາໄລ ນະຄອນຮາຍຟອງ ຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບ ແລະ ມອບຂອງຂວັນໃຫ້ບັນດານັກສຶກສາລາວ.
ຍສໝ - ປະທານປະເທດ ສະແດງຄວາມດີໃຈເມື່ອເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ສືບຕໍ່ມີການພັດທະນາຢ່າງຕັ້ງໜ້າ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ພົບປະກັນລະຫວ່າງການນຳທຸກຂັ້ນ. ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນສອງຝ່າຍ ບັນລຸໄດ້ບັນດາບາດກ້າວພັດທະນາກະໂດດຂັ້ນ.
ຍສໝ - ວັນທີ 12 ກັນຍາ, ຢູ່ແຂວງ ເຊີນລາ ໄດ້ດຳເນີນກອງປະຊຸມພົບປະເພື່ອປຶກສາຫາລືກ່ຽວກັບມາດຕະການແກ້ໄຂຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງລະຫວ່າງ ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເຊີນລາ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ພາກເໜືອຂອງລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ມີນັກລົງທຶນຕ່າງປະເທດຫຼາຍຄົນ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າຫວຽດນາມແມ່ນສະຖານທີ່ດຶງດູດການລົງທຶນ. ເຂົ້າເຈົ້າເວົ້າວ່າ: “ບໍ່ມີຫຍັງສາມາດກີດຂວາງພວກເຮົາຂຸດຄົ້ນກາລະໂອກາດຢູ່ຫວຽດນາມ”.
ຍສໝ - ໂດຍການຕົກລົງເຫັນດີຈາກລັດຖະບານປະເທດຕ່າງໆ ແລະເຈົ້າໜ້າທີ່, ສາຍການບິນ Vietjet Air ຄາດຄະເນຈະເຊື່ອມຕໍ່ສາຍການບິນສາກົນເປັນປົກກະຕິຄືນໃໝ່ແຕ່ວັນທີ 1 ມັງກອນ 2022.
ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັດທະນາທີ່ເປັນໜ້າຊື່ນຊົມ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ. ສະມາຄົມນັກທຸລະກິດ ໄທ - ຫວຽດ, ດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິສາຫະກິດສອງປະເທດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ.
ຍສໝ - ນັກຮຽນຮູ້ຈີນ ຖືວ່າ ພາຍຫຼັງ 35 ປີແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ໃນທຸກຂົງເຂດຂອງການດຳເນີນຊີວິດການເມືອງ, ເສດຖະກິດ, ສັງຄົມ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ສຳຄັນຫຼາຍຢ່າງ, ໃນນັ້ນ, ພົ້ນເດັ່ນແມ່ນການປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ເພີ່ມລາຍຮັບ, ສ້າງວຽກເຮັດງານທຳມຸ່ງໄປເຖິງສັງຄົມທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ.
ຍສໝ - ຕາມແຜນການແລ້ວ, ນິວຊີແລນ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍສຶກສາຂອງສະຕະວັດ 21, ມຸ່ງໄປສູ່ການບຳລຸງສ້າງລຸ້ນນັກສຶກສາຈົບການສຶກສາທີ່ໄດ້ປະກອບຄວາມຮູ້ເປັນຢ່າງດີ, ບູລະນະບັນດາທັກສະທີ່ຈຳເປັນໃຫ້ສົມບູນແບບເພື່ອພ້ອມແລ້ວທີ່ຈະຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງຕະຫຼາດທົ່ວໂລກທີ່ພວມປ່ຽນແປງຢ່າງວ່ອງໄວ.
ຍສໝ - ມະຕິດັ່ງກ່າວອະນຸຍາດໃຫ້ການນຳຂອງກະຊວງສຶກສາ ແລະ ບຳລຸງສ້າງ ເປັນຕາງໜ້າຂອງລັດຖະບານເຊັນບົດບັນທຶກຊ່ວຍຈຳກັບຜູ້ຕາງໜ້າຂອງທີ່ໄດ້ຮັບໜ້າທີ່ຈາກລັດຖະບານແຫ່ງຣາຊະອານາຈັກໄທກ່ຽວກັບການຮ່ວມມືດ້ານການສຶກສາ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ.
ຍສໝ - ພາບຖ່າຍສິລະປິນ ຈິງງອກ ທີ່ມີອາຍຸ 90 ປີ, ຜູ້ທີ່ເຄີຍເຮັດເກີບໃຫ້ແກ່ພະບໍລົມວົງສານຸວົງກຳປູເຈຍຂອງນັກຖ່າຍຮູຍ ວຽດວັນ ຄ້ວາໄດ້ຫຼຽນເງິນໃນການສອບເສັງພາບຖ່າຍ “ສື່ມວນຊົນ/ການທ່ອງທ່ຽວ” ໃນການສອບເສັງພາບຖ່າຍສາກົນ PX3 (ປາຣີ, ຝລັ່ງ) ປີ 2021.
ອ້າຍບ່າຍຊາວເຜົ່າຂະແມ ທີ່ມີຊື່ວ່າ Danh Chanh Da ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອກຈັງ ໄດ້ພະຍາຍາມຮຽນຈົບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ນະຄອນ ໂຮ່ຈີມິນ. ຫຼັງຈາກນັ້ນ, ອ້າຍບ່າວຄົນນີ້ ໄດ້ຮັບສະໝັກເຂົ້າເຮັດວຽກເປັນນັກຂ່າວຢູ່ສຳນັກຂ່າວສານ ຫວຽດນາມ. ນັກຂ່າວຊາວເຜົ່າສ່ວນໜ້ອຍຜູ້ນີ້ ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ຕາມການມອບໝາຍໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີຄວາມມານະພະຍາຍາມຫຼາຍຢ່າງ, ເປັນແບບຢ່າງອັນໃສແຈ້ງຂອງເພື່ອນນັກຂ່າວຄົນອື່ນໆໃນເຂດຮ່ຳຮຽນຕາມ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ແຈງຕຸຍ ດ້ວຍຫົວຂໍ້: Danh Chanh Da - ນັກຂ່າວຊາວເຜົ່າຂະແມທີ່ໄດ້ຮັບຫຼຽນໄຊຮ່ວມມືມິດຕະພາບສາກົນ”.