ຮາຍຟອງ ຈັດການພົບປະແລກປ່ຽນມິດຕະພາບ ແລະ ມອບຂອງຂວັນໃຫ້ນັກສຶກສາລາວ

19:00 | 20/04/2022

ຍ​ສ​ໝ - ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮາຍຟອງ (ສະຫະພັນຮາຍຟອງ) ສົມທົບກັບອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ສະມາຄົມມິດຕະພາບຫວຽດນາມ-ລາວ ແລະ ມະຫາວິທະຍາໄລ ນະ​ຄອນ​ຮາຍ​ຟອງ ຈັດຕັ້ງລາຍການພົບປະແລກ​ປ່ຽນມິດຕະພາບ ແລະ ມອບຂອງຂວັນໃຫ້ບັນດານັກສຶກສາລາວ.

ນັກສຶກສາລາວ ທີ່ໂຮງຮຽນມິດຕະພາບ 80 ຈັດບຸນປີໃໝ່ ນັກສຶກສາລາວ ທີ່ໂຮງຮຽນມິດຕະພາບ 80 ຈັດບຸນປີໃໝ່
ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ

ລາຍ​ການດັ່ງກ່າວ ແມ່ນເປັນການປຸກລະດົມນັກສຶກສາລາວທີ່ກໍາລັງສຶກສາຢູ່ຂອບ​ເຂດນະຄອນຮາຍຟອງ, ຊຸມ​ຍູ້​ສົ່ງ​ເສີມການພົບປະ ແລະ ປູກຝັງມິດຕະພາບໃນຄົນ​ຍຸກ​ສະ​ໄໝ​ໄວໜຸ່ມ, ເພີ່ມ​ທະ​ວີນໍ້າໃຈສາມັກຄີມິດຕະພາບກັບປະຊາຊົນລາວ, ພ້ອມທັງ​ເປັນການລະລຶກເຖິງວັນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ (ວັນ​ທີ 5 ກັນ​ຍາ 1962 ຫາ ວັນ​ທີ 5 ກັນ​ຍາ 2022).

ຮາຍຟອງ ຈັດການພົບປະແລກປ່ຽນມິດຕະພາບ ແລະ ມອບຂອງຂວັນໃຫ້ນັກສຶກສາລາວ
ຮາຍຟອງ ຈັດການພົບປະແລກປ່ຽນມິດຕະພາບ ແລະ ມອບຂອງຂວັນໃຫ້ນັກສຶກສາລາວ

ທ່ານ ບຸຍດຶກກວ່າງ ຮອງປະທານສະພາປະຊາຊົນ ນະຄອນຮາຍຟອງ ໄດ້ອວຍພອນນັກສຶກສາລາວໃນຕະຫຼອດປີໃໝ່ໃຫ້ມີຄວາມສະຫງົບສຸກ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ. ທ່ານ ກວ່າງ ໄດ້ສະແດງຄວາມມຸ້ງຫວັງໃຫ້ນັກສຶກສາລາວສືບຕໍ່ສ້າງ​ຄວາມສາມັກຄີ, ພະຍາຍາມສູ້ຊົນໃນການສຶກສາຮ່ຳ​ຮຽນ ແລະ ຝຶກຝົນຫຼໍ່ຫຼອມ, ຮັກສາ ແລະ ເສີມຂະຫຍາຍນໍ້າໃຈອັນດີງາມທີ່ບັນດາຍຸກ​ສະ​ໄໝການນໍາ ແລະ ປະຊາຊົນສອງປະເທດທີ່ໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງມາ.

ເນື່ອງໃນໂອກາດນີ້ ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນຮາຍຟອງ ໄດ້ປະກາດອອກ​ຂໍ້ຕົກລົງສ້າງຕັ້ງ ແລະ ນຳສະເໜີຕົວຄະນະປະ​ສານ​ງານນັກຮຽນ-ນັກສຶກສາ ຫວຽດນາມ-ລາວ (ຂຶ້ນກັບສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນຮາຍຟອງ).

ວິ​ລະ​ຊົນ

302 Found

Found

The document has moved here.