![]() | ລາຍການສະແດງສິລະປະ “ນັກສຶກສາ ຫວຽດ - ລາວ, ເອກອ້າງທະນົງໃຈສືບຕໍ່ກ້າວເດີນ” |
![]() | ເພີ່ມທະວີການຮ່ວມມືກໍ່ສ້າງພັກລະຫວ່າງ ຫວຽດນາມ - ລາວ |
![]() |
ນັບແຕ່ວັນທີ 26 – 27 ກັນຍາ, ຢູ່ນະຄອນ ໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ສະຫວັນນະເຂດ ໄດ້ສົມທົບກັບສະຫະພັນ STEM ຫວຽດນາມ ແລະ ພະແນກການສຶກສາ ແລະ ບຳລຸງສ້າງແຂວງ ລ້າງເຊີນ ໄດ້ຈັດກອງປະຊຸມສຳມະນາ ແລະ ແນະນຳໂດຍກົງກ່ຽວກັບການສຶກສາ STEM (ວິທະຍາສາດ, ເຕັກໂນໂລຢີ, ເຕັກນິກ ແລະ ຄະນິດສາດ) – Robotics. ໃນສອງເວັນດຳເນີນກອງປະຊຸມສຳມະນາ, ຄູສອນ 20 ຄົນມາຈາກ ລ້າງເຊີນ ໄດ້ແນະນຳຄູ່ຮ່ວມງານ ລາວ ປະຕິບັດກັບ robot ເພື່ອໝູນໃຊ້ເຂົ້າການສິດສອນໂດຍໄວ. ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ. ນີ້ແມ່ນບາດກ້າວແທ້ຈິງປະກອບສ່ວນເຂົ້າການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນຍຸກສະໄໝໃໝ່, ພ້ອມທັງສືບຕໍ່ຮັດແໜ້ນນ້ຳໃຈມິດຕະພາບແບບພິເສດ, ສະໝີຕົ້ນສະເໝີປາຍລະຫວ່າງ ຫວຽດນາມ ແລະ ລາວ. |
![]() | ເພີ່ມທະວີການຮ່ວມມືຫວຽດນາມ - ລາວ ໃນການປະຕິຮູບວິສາຫະກິດແຫ່ງລັດ ຍສໝ - ວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຫາຍ ເຈີ່ນລືວກວາງ, ເລຂາສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໄດ້ມີການເຮັດວຽກ ແລະ ແລກປ່ຽນປະສົບການກັບຄະນະຜູ້ແທນປະຕິຮູບວິສາຫະກິດສູນກາງພັກປະຊາຊົນປະຕິວັດລາວ ໂດຍສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະ, ເປັນນຳໜ້າ ເນື່ອງໃນຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. |
![]() | ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນ, ເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ ວັນທີ 12 ສິງຫາ, ຢູ່ແຂວງເຊີນລາ ໄດ້ດຳເນີນການພົບປະເຈລະຈາປະຈຳປີ 2025 ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ). |
ມີງດຶກ