ປີ 2021 ແມ່ນປີ ຫວຽດນາມ ເລີ່ມປະຕິບັດຍຸດທະສາດຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ຂອງໄລຍະໃຫມ່ (2021- 2026). ເຖິງວ່າ ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ -19 ກໍຕາມ ແຕ່ດ້ວຍຄວາມຕັດສິນໃຈຂອງລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ, ການປະຕິບັດຍຸດທະສາດດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ ແລະ ບັນລຸໄດ້ໝາກຜົນຕັ້ງຫນ້າ, ຫນູນຊ່ວຍຢ່າງແຮງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຜ່ານຜ່າໂລກລະບາດ.
ຍສໝ - ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ຫງວຽນທິທູຢາງ - ປະທານກຳມະບານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານປະທານປະເທດ ຫງວຽນຊວັນຟຸກ, ພະນັກງານ, ລັດຖະບານ, ຜູ້ອອກແຮງງານຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ປະກອບສ່ວນສະໜັບສະໜູນກອງທຶນ ໂຄວິດ - 19, ພ້ອມກັບປະຊາຊົນແບບຫາບໜ້າທີ່ເພື່ອປະເທດຊາດ.
ຍສໝ - ສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ ຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການຊຸກຍູ້ການແລກປ່ຽນການຢ້ຽມຢາມ ແລະ ຊຸກຍູ້ການປະຕິບັດບັນດາໂຄງການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຕອນບ່າຍວັນທີ 23 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານມາຍດຶກງວຽນ, ຮອງເລຂາທິການ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາເທາະໄຕໄດ້ເນັ້ນໜັກວ່າ ໜ່ວຍສະມາຄົມຕ້ອງມີຄວາມຮັບຜິດຊອບສືບທອດ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຫວຽດນາມ - ກຳປູເຈຍ.
ຍສໝ - ພິທີເປີດຕົວຄະນະບໍລິຫານງານໄດ້ດຳເນີນທ່າມກາງບັນຍາກາດທີ່ມ່ວນຊື່ມ, ອົບອຸ່ນ ແລະ ມີຫຼາຍລາຍການສະແດງສິລະປະທີ່ພົ້ນເດັ່ນ.
ຍສໝ - ອາຊຽນພວມບັນລຸໄດ້ບັນດາຜົນງານເທື່ອລະກ້າວ ເປັນຕົ້ນແມ່ນການສ້າງຕັ້ງກອງທຶນຮ່ວມມືຮັບມືກັບໂລກລະບາດ Covid – 19, ສ້າງສາງແຮວັດຖຸ, ອຸປະກອນການແພດຂອງພາກພື້ນອາຊຽນ ແລະ ຮຽບຮຽງແຜນການຟື້ນຟູ ອາຊຽນຢ່າງຮອບດ້ານໃນໄລຍະຫຼັງ ໂລກລະບາດ Covid – 19.
ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ກັບປະຊາຄົມວິສາຫະກິດ ແລະ ທ້ອງຖິ່ນຕ່າງໆກ່ຽວກັບບັນດາມາດຕະການສືບຕໍ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງ “ກຳລັງຕຳຫຼວດ ຫວຽດນາມ - ກຳປູເຈຍ - ລາວ - ຂີດໝາຍແຫ່ງໄມຕີຈິດມິດຕະພາບ ແລະ ການຮ່ວມມື”.
ຍສໝ - ບໍລິສັດໃຫຍ່ສຳຫຼວດຂຸດຄົ້ນ ນ້ຳມັນ (PVEP) ໄດ້ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວສຳຫຼວດ, ຂຸດຄົ້ນພັດທະນາບັນດາອ່າງ (ບໍ່) ນ້ຳມັນຕາມແຜນການ, ພ້ອມທັງກວດຄືນ, ຜັນຂະຫຍາຍບັນດາໂຄງການພັດທະນາບໍ່ແຮ່.
ຍສໝ - ທ່ານ ຮ່ວຽນກົງມີ ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ແບນຊິກ ໄດ້ມອບຜ້າອັດປາກ - ດັງ 1200 ອັນໃຫ້ແກ່ການນຳ ເມືອງ Ixelles ໂດຍເປັນບ່ອນສະຖານທູດ ຫວຽດນາມ ປະຈຳ ແບນຊິກຕັ້ງສຳນັກງານ ແລະ ແມ່ນບໍລິເວນທີ່ມີພໍ່ແມ່ປະຊາຊົນຊາວ ຫວຽດນາມ ພ້ອມກັບນັກສຶກສາພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຫຼາຍທີ່ສຸດ.
ຍສໝ - ວັນທີ 10 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລກວາງລອງ ໄດ້ໄປຢ້ຽມຢາມ ແລະ ຮັບຮູ້ໝາກຜົນແຫ່ງການປະຕິບັດໂຄງການຮ່ວມມື ຫວຽດນາມ - ກູບາ ກ່ຽວກັບການພັດທະນາການຜະລິດເຂົ້າສານ ໄລຍະ 2019-2023 (ໄລຍະ 5) ຢູ່ຟາມ José Martí, ເມືອງ Calimete, ແຂວງ Matanzas.
ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
ຍສໝ - “ໂດຍຊາບຊືມບັນດາຄຳໂອວາດສຸດທ້າຍຂອງປະທານ ໂຮ່ຈີມິນ ຢ່າງເລິກເຊີ່ງນັັ້ນ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງຢ່າງແທ້ຈິງທັງກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຄວາມສາມາດຂອງການກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ".
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ຍສໝ - ນີ້ແມ່ນງານວາງລະແດງຄັ້ງທີ 4 ຂອງນັກຈິດຕະກອນ ທີຫງວຽນເຈືອງມິງ. ລາວມີຄວາມປາດຖະໜາວ່າ ພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19, ລາວຈະສືບຕໍ່ປະຕິບັດຫຼາຍໂຄງການຢູ່ ຫວຽດນາມ ກໍ່ຄືຖ່າຍທອດເຕັກນິກໃນການແຕ້ມພາບດ້ວຍ ວິທີຄະນິດ ໃຫ້ແກ່ບັນດານັກສຶກສາຢູ່ ຫວຽດນາມ.
ດັດຊະນີສຳຄັນໜຶ່ງອີກ ເພື່ອສ່ອງແສງກຳລັງຄວາມສາມາດຜະລິດ ແລະ ກຳລັງຄວາມສາມາດແກ້ງແຍ້ງຂອງປະເທດໜຶ່ງ ແມ່ນມູນຄ່າເພີ່ມຂອງ ຂະແໜງອຸດສາຫະກຳ ປຸງແຕ່ງປະດິດສ້າງ(MVA). MVA ຂອງ ຫວຽດນາມໄດ້ເພີ່ມຂຶ້ນຈາກ ລະດັບ 15.15 ຕື້ USD ໃນປີ 2006 ຂຶ້ນເປັນ 26.61 ຕື້ USD ໃນປີ 2016.
ໂດຍຂຶ້ນກັບເຂດຕາແສງນຸຍໂຕ, ເມືອງຈີໂຕນ, ທົ່ງນາທີ່ກວ້າງໃຫຍ່ໄພສານ ຢູ່ຕິນພູ ຕ່າປາ ແລະ ໂກໂຕ ມີຄວາມງາມແບບໂຮແມນຕິກທີ່ມີລັກສະນະທີ່ເປັນເອກະລັກສະເພາະ ດ້ວຍທົ່ງນາທີ່ມີຫຼາຍສີສັນສະຫຼັບກັນ.
ຍສໝ - ການໂອ້ລົມສົນທະນາ “ພົບປະກັນຄະນະການທູດ, ສະຫະສະມາຄົມວິສາຫະກິດຕ່າງປະເທດ, ເຊື່ອມຕໍ່ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ” ເພື່ອ “ການຮ່ວມມື 3 ຝ່າຍ” ພ້ອມກັນກຳແໜ້ນກາລະໂອກາດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ ພາຍຫຼັງໂລກລະບາດໂຄວິດ - 19.
ຍສໝ - ໂຄງການຮ່ວມມື ເຊື່ອມຕໍ່ -ກຳລັງແຮງການທ່ອງທ່ຽວຫວຽດນາມ ຈະເຊື່ອມຕໍ່ວິສາຫະກິດໃນຂະແໜງການທ່ອງທ່ຽວຂອງ 3 ພາກ ເໜືອ - ກາງ - ໃຕ້ເພື່ອແນໃສ່ຜັນຂະຫຍາຍການຮ່ວມມືຢ່າງຮອບດ້ານ ແລະ ສົ່ງເສີມການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ.