ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ

06:30 | 22/10/2021

ຫວຽດນາມ ພວມຮັບຮອງເອົາ ປາດສະປໍ ດ້ານສຸຂະພາບ ຂອງ 72 ປະເທດ ແລະ ເຂດແຄວ້ນ ເປັນການຊົ່ວຄາວ ແລະ ກົງກັນຂ້າມ ກໍມີບາງປະເທດ, ເຂດແຄວ້ນຮັບຮອງເອົາໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຫຼື ໃບຢັ້ງຢືນຜູ້ທີ່ຕິດເຊື້ອພະຍາດໂຄວິດ - 19 ແລະ ໄດ້ຮັບການປິ່ນປົວຫາຍດີໃນຂັ້ນຕອນການແຈ້ງໜັງສືຜ່ານແດນເຂົ້າເມືອງ.

ບົດທີ 3: ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ ບົດທີ 3: ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ
ພາບ​ປະ​ກອບ
ພາບ​ປະ​ກອບ

ຕອນບ່າຍວັນທີ 21 ຕຸລາ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຖືກຈັດຂຶ້ນຕາມຮູບການທາງໄກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ຫວຽດນາມ ພວມຮີບເຮັ່ງເຮັດວຽກກັບເກືອບ 80 ຄູ່ຮ່ວມມື ເພື່ອຮັບຮອງ ປາດສະປໍ ປາດສະປໍ ດ້ານສຸຂະພາບຂອງ ຫວຽດນາມ, ພ້ອມທັງ ວາງອອກນະໂຍບາຍທີ່ເໝາະສົມເພື່ອໜູນຊ່ວຍຜູ້ເຂົ້າເມືອງ ຫວຽດນາມ ກໍຄືບັນດານັກລົງທຶນ, ວິສາຫະກິດຕ່າງປະເທດທີ່ພວມເຄື່ອນໄຫວຢູ່ ຫວຽດນາມ.

ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ປັດຈຸບັນ, ຫວຽດນາມ ພວມຮັບຮອງເອົາ ປາດສະປໍ ດ້ານສຸຂະພາບຂອງ 72 ປະເທດ ແລະ ເຂດແຄວ້ນ ເປັນການຊົ່ວຄາວ ແລະ ກົງກັນຂ້າມ ກໍມີບາງປະເທດ, ເຂດແຄວ້ນຮັບຮອງເອົາໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຫຼື ໃບຢັ້ງຢືນຜູ້ທີ່ຕິດເຊື້ອພະຍາດໂຄວິດ - 19 ແລະ ໄດ້ຮັບການປິ່ນປົວຫາຍດີໃນຂັ້ນຕອນການແຈ້ງໜັງສືຜ່ານແດນເຂົ້າເມືອງ.

ກ່ຽວຂ້ອງເຖິງມາດຕະການໜູນຊ່ວຍຂອງລັດຖະບານ ສຳລັບນັກລົງທຶນ, ວິສາຫະກິດຕ່າງປະເທດ ເມື່ອ ຫວຽດນາມ ຫັນໄປສູ່ສະພາບປົກກະຕິໃໝ່, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ:

“ລັດຖະບານກໍພວມດຳເນີນຫຼາຍມາດຕະການຂ້ຽວຂາດ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ, ສ້າງໜ່ວຍປະຕິບັດງານພິເສດເພື່ອແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກຂອງວິສາຫະກິດ ແລະ ປະກາດໃຊ້ມະຕິ, ນະໂຍບາຍຫຼາຍສະບັບເພື່ອຊ່ວຍເຫຼືອວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດໃນສະພາບພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19”.

ກໍຢູ່ທີ່ການຖະແຫຼງຂ່າວດັ່ງກ່າວ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ການເຄື່ອນໄຫວຂອງ ຈີນ ແລະ ກ່ຳປັ່ນທະຫານເຮືອ ອາເມລິກາ ຢູ່ ເຂດທະເລຕາເວັນອອກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ເນັ້ນໜັກວ່າ:

“ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ບັນດາປະເທດຕ້ອງເຄົາລົບກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດແຄມທະເລ. ທຸກການເຄື່ອນໄຫວຢູ່ທະເລ ຕ້ອງໄດ້ເຄົາລົບບັນດາຂໍ້ກຳນົດຂອງ UNCLOS 1982 ແລະ ຂໍ້ກຳນົດ, ທຳນຽມອື່ນໆທີ່ກ່ຽວຂ້ອງ; ຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ. ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ປາດຖະໜາຢາກສ້າງທະເລຕາເວັນອອກໃຫ້ເປັນເຂດທີ່ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ”.

vovworld.vn

ເຫດການ
302 Found

Found

The document has moved here.