ສະ​ມັດ​ຕະ​ພາບ​ຂຸດ​ຄົ້ນນ້ຳ​ມັນ​ຂອງ PVEP ໃນ​ເດືອນ​ກຸມ​ພາ ​ບັນ​ລຸ​ໄດ້ 0,23 ລ້ານ​ໂຕນ

07:50 | 23/02/2022

ຍ​ສ​ໝ - ບໍ​ລິ​ສັດ​ໃຫຍ່​ສຳຫຼວດ​ຂຸດ​ຄົ້ນ ນ້ຳ​ມັນ (PVEP) ໄດ້​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ​ພັດ​ທະ​ນາ​ບັນ​ດາ​ອ່າງ (ບໍ່) ນ້ຳ​ມັນ​ຕາມ​ແຜນ​ການ, ພ້ອມ​ທັງ​ກວດຄືນ, ຜັນ​ຂະ​ຫຍາ​ຍ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ບໍ່​ແຮ່.

ບັນ​ຍາ​ກາດ​ຟົດ​ຟື້ນ​ຢູ່ຕະຫຼາດດອກ​ໄມ້ ແລະ ຂອງ​ຂວັນ​ ໃນ​ວັນ​ແຫ່ງ​ຄວາມ​ຮັກ Valentine ບັນ​ຍາ​ກາດ​ຟົດ​ຟື້ນ​ຢູ່ຕະຫຼາດດອກ​ໄມ້ ແລະ ຂອງ​ຂວັນ​ ໃນ​ວັນ​ແຫ່ງ​ຄວາມ​ຮັກ Valentine
ໂຮ້ຍ​ອານນອນ​ໃນ​ບັນ​ດາ​ສະ​ຖານ​ທີ່ ໂຣແມນ​ຕິກ​ທີ່​ສຸດ​ໃນ​ໂລກ ໂດຍ CNN ຄັດ​ເລືອກ ໂຮ້ຍ​ອານນອນ​ໃນ​ບັນ​ດາ​ສະ​ຖານ​ທີ່ ໂຣແມນ​ຕິກ​ທີ່​ສຸດ​ໃນ​ໂລກ ໂດຍ CNN ຄັດ​ເລືອກ
ສະ​ມັດ​ຕະ​ພາບ​ຂຸດ​ຄົ້ນນ້ຳ​ມັນ​ຂອງ PVEP ໃນ​ເດືອນ​ກຸມ​ພາ ​ບັນ​ລຸ​ໄດ້ 0,23 ລ້ານ​ໂຕນ
ພາບ​ປະ​ກອບ: TTXVN

ໃນ​ເດືອນ​ກຸມ​ພານີ້, ບໍ​ລິ​ສັດ​ໃຫຍ່​ ​ດຳ​ເນີນ​ການ​ຂຸດ​ຄົ້ນ​ນ້ຳ​ມັນ (PVEP) ຄາດ​ວ່າ​ຈະ​ຂຸດ​ຄົ້ນ​ນ້ຳ​ມັນ​ໄດ້ 0.23 ລ້ານ​ໂຕນ, ໃນ​ນັ້ນ​ມີ​ປະ​ລິ​ມານ​ນ້ຳ​ມັນ ແລະ ອາຍ​ condensate ແມ່ນ 0,18 ລ້ານ​ໂຕນ, ປະ​ລິ​ມານ​ອາຍແກັສ​ແມ່ນ 544 ລ້ານ​ແມັດ​ກ້ອນ.

ປັດ​ຈຸ​ບັນ​, PVEP ພວມ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ອ່າງ​ນ້ຳ​ມັນ​ຕາມ​ແຜນ​ການ​ທີ່​ວາງ​ອອກ, ພ້ອມ​ທັງ​ສຳຫຼວດກວດ​ກາ, ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ບໍ່​ແຮ່, ຮັບ​ປະ​ກັນ​ຄວາມ​ຄືບໜ້າ​ໃນ​ໂຄງ​ການ​ທີ່​ມີ​ແຫຼ່ງ​ນ້ຳ​ມັນ ແລະ ອາຍ​ແກັດ​ທຳ​ອິດ​ໂດຍ​ໄວ.

ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ຂອງ PVEP ຍັງຮັ​ກ​ສາ​ເປັນ​ປົກ​ກະ​ຕິ, ຕໍ່​ເນື່ອງ, ມີ​ປະ​ສິດ​ທິ​ຜົນ, ປະ​ລິ​ມານ​ຂຸດ​ຄົ້ນ​ສຳ​ເລັດ​ລື່ນກາຍແຜນ​ການ​ທີ່​ໄດ້​ວາງ​ອອກ​ໃນ​ເດືອນ.

ບົນ​ພື້ນ​ຖານ​ປະ​ລິ​ມານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ ແລະ ລາ​ຄາ​ຂາຍ​ນ້ຳ​ມັນ​ຕາມ​ຕົວ​ຈິງ​ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ລາ​ຄາ​ນ້ຳ​ມັນ​ຕາມ​ແຜນ​ການ, ຍອດ​ລາ​ຍ​ຮັບ​ເດືອ​ນ​ມັງ​ກອນ​ຂອງ PVEP ບັນ​ລຸ 3.586 ຕື້​ດົ່ງ, ລື່ນ​ກາຍ 55% ແຜນ​ການ​ເດືອນ, ອັດຕາກຳ​ໄລຫຼັງ​ພາ​ສີ​ແມ່ນ 1.121 ຕື້​ດົ່ງ, ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ບັນ​ລຸ 1.096 ຕື້​ດົ່ງ.

ບຸນ​ຄົງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.