ພິທີການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

17:14 | 18/05/2020

ຍ​ສ​ໝ -  “ໂດຍຊາບຊືມບັນດາຄຳໂອວາດສຸດທ້າຍຂອງປະທານ ໂຮ່ຈີມິນ ຢ່າງເລິກເຊີ່ງນັັ້ນ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງຢ່າງແທ້ຈິງທັງກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຄວາມສາມາດຂອງການກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ".

ພ ທ ການສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງປະທານ ໂຮ ຈ ມ ນ ເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ
ພ ທ ການສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງປະທານ ໂຮ ຈ ມ ນ ເຂດອະນຸສອນສະຖານປະທານ ໂຮ່ຈີມິນ: ບ່ອນສະໜິດຕິດພັນນໍ້າໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ - ລາວ
ພ ທ ການສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງປະທານ ໂຮ ຈ ມ ນ
ພາບ​ປະ​ກອບ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ ມີ໋ດີ່ງ, ທີ່ ໂຮ່ໂນ້ຍ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະ​ນະ​ກຳ​ມະ​ການສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍ ໄດ້ຈັດຕັ້ັ້ງພິທີສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຢ່າງສົມກຽດ (19/5/1890 - 19/5/2020). ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ເຈີ່ນກວກເວຶ້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຈີ່ນແທັງເມິ໋ນ, ອະດີດການນຳ ພັກ, ລັດຖະບານ, ສະພາແຫ່ງຊາດ… ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ອົງການຈັດຕັ້ງມະຫາຊົນ, ບັນດານັກປະຕິວັດຜູ້ອາວຸໂສ,ບັນດາແມ່ຫວຽດນາມ ວິລະຊົນ, ວິລະຊົນກຳລັງປະກອບອາວຸດປະຊາຊົນ…ພ້ອມກັບປະຊາຊົນ ຢູ່ ນະຄອນຫຼວງທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ.

ໂດຍຕາງໜ້າການນຳພັກ, ລັດຖະບານຂຶ້ນກ່າວສູນກອນພົດຢູ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງ ມີຄວາມຕຶ້ນຕັນໃຈຫວນຄືນຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈີມິນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ ແນວຄິດ ໂຮ່ຈີມິນ ແລະ ພາລະກິດການປະຕິວັດອັນອຸດົມສົມບຸນ ແລະ, ຍິ່ງໃຫຍ່ທີ່ສຸດຂອງປະທານ ໂຮ່ຈີມິນ ແມ່ນຊັບສົມບັດອັນລ້ຳຄ່າຂອງ ປະຊາຊົນ ຫວຽດນາມ

“ໂດຍຊາບຊືມບັນດາຄຳໂອວາດສຸດທ້າຍຂອງປະທານ ໂຮ່ຈີມິນ ຢ່າງເລິກເຊີ່ງນັັ້ນ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງຢ່າງແທ້ຈິງທັງກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຄວາມສາມາດຂອງການກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ. ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ “ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ” ຢ່າງແທ້ຈິງ. ຕ້ອງສືບຕໍ່ເສິມຂະຫຍາຍມູນເຊື້ອການພົວພັນສະໜິດຕິດພັນລະຫວ່າງ ພັກ ແລະ ປະຊາຊົນ; ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ອອກແຮງເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງ ປະຊາຊົນ, ຮັກສາຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນພັກ, ສົມກັບບົດບາດ, ພາລະກຳນຳພາການປະຕິວັດ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຂອງປະຊາຊົນ”.

ພ ທ ການສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງປະທານ ໂຮ ຈ ມ ນ ເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ

ຍສໝ - ວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 10 ປີ ແຫ່ງການປະຕິບັດບັນດາການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ.

ພ ທ ການສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງປະທານ ໂຮ ຈ ມ ນ ເຂດອະນຸສອນສະຖານປະທານ ໂຮ່ຈີມິນ: ບ່ອນສະໜິດຕິດພັນນໍ້າໃຈສາມັກຄີມິດຕະພາບລະຫວ່າງຫວຽດນາມ - ລາວ

ມາຢ້ຽມຢາມເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານຊຽງຫວາງ ແມ່ນສະແດງຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖື ແລະອາລົມຈິດຂອງປະຊາຊົນລາວ ທີ່ສະຫງວນໃຫ້ແກ່ປະທານ ໂຮ່ຈີມິນ.

ພ ທ ການສະເຫ ມສະຫ ອງ 130 ປ ແຫ ງວ ນຄ າຍວ ນເກ ດຂອງປະທານ ໂຮ ຈ ມ ນ ສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານປະເທດ ໂຕນດຶກຖັ໋ງ

ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງ ອານຢາງ, ຄະນະພັກແຂວງໆ ອານຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018) - ເຊິ່ງເປັນ ນັກກອມມູນິດ ຜູ້ອົງອາດກ້າຫານ, ການນຳດີເດັ່ນ, ເພື່ອນຮ່ວມຮົບທີ່ສະໜິດສະໜົມ ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.