ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການຕິດຕໍ່ພົວພັນທຸກຂັ້ນ, ໃນນັ້ນມີທັງຂັ້ນສູງ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ, ເວທີປາໄສການປະສານງານການກະທຳ ແລະ ບັນດາມາດຕະການສ້າງຄວາມໝັ້ນໃຈ (CICA)…
ວັນທີ 24 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳ ລີບີ (UNSMIL).
ຍສໝ - ຫວ່າງແລ້ວນີ້, ການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ມີການເຮັດວຽກກັບ ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ, ເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວພົວພັນມິດຕະພາບ, ການຮ່ວມມືໃນໄລຍະຈະມາເຖິງ, ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ (07/01/1972 - 07/01/2022).
ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ.
ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດກອງປະຊຸມສາກົນຂອງ ທ່ານປະທານາທິບໍດີ Mahmoud Abbas ແລະ ທຸກຄວາມມານະພະຍາຍາມເພື່ອມຸ່ງໄປສູ່ພື້ນຖານສັນຕິພາບຢ່າງຮອບດ້ານ, ສະເໝີພາບ ແລະ ຍາວນານ ລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເຊິ່ງເໝາະສົມກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ.
ຍສໝ - ໜ້າທີ່ຈຸດສຸມຂອງລະບົບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໃນປີ 2022 ແມ່ນຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເສີມຂະຫຍາຍບົດບາດນຳໜ້າຂອງການທູດ, ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ໜ້າທີ່ນີ້ຮຽກຮ້ອງໃຫ້ທົ່ວລະບົບ VUFO ມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບພາລະກຳຂອງການທູດປະຊາຊົນໃນສະພາບການໃໝ່, ສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ເລິກເຊິ່ງກ່ຽວກັບຈິນຕະນາການ ກໍ່ຄືວິທີການເຄື່ອນໄຫວ…
ຍສໝ - ໂດຍນອນຢູ່ໃນບໍລິເວນຕົວເມືອງໃຫຍ່ The Global City ທີ່ໃກ້ຈະໄດ້ຮັບການກໍ່ສ້າງ ແລະ ມອບຮັບສຳເລັດ, ອ່າວແຫ່ງຄວາມຮັກ ໝັ້ນໝາຍວ່າຈະກາຍເປັນສະຖານທີ່ນັດພົບທີ່ໃໝ່ອ່ຽມ, ມີຄວາມຈັບອົກຈັບໃຈຢູ່ນະຄອນໂຮ່ຈີມິນ.
ຍສໝ - ບົດຂຽນຍັງຖືວ່າ EVFTA ແລະ EVIPA ຈະນຳບັນດາຜົນປະໂຫຍດມາໃຫ້ພື້ນຖານເສດຖະກິດ ຫວຽດນາມ. ບັນດານັກສົ່ງອອກຂອງຫວຽດນາມແນ່ນອນວ່າຈະໄດ້ສຳຜັດກັບຕະຫຼາດ EU ເຊິ່ງມີມູນຄ່າ 18.000ຕື້ USD. ເມື່ອຕີລາຄາຢ່າງລະອຽດ, ສັນຍາສອງສະບັບດັ່ງກ່າວຈະຊ່ວຍເປີດກ້ວາງການຕະຫຼາດຂອງຫວຽດນາມຢູ່ EU ນັບທັງໄລຍະກາງ ແລະ ໄລຍະຍາວ.
ຍສໝ - ທ່ານ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ບັນດາການເຄື່ອນໄຫວຮັກສາສັນຕິພາບ ແລະ ບັນດາຂໍ້ລິເລີ່ມທີ່ເໝາະສົມ ເພື່ອແນໃສ່ຍົກສູງປະສິດທິຜົນການຮັກສາສັນຕິພາບ.
ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 27 ຂອງ ສະຫະພັນໄປສະນີໂລກ (UPU) ໄດ້ຮັບການຈັດຕັ້ງຂຶ້ນໃນລະຫວ່າງວັນທີ 9 – 27 ສິງຫາ 2021 ຕາມຮູບການທາງໄກສົມທົບໂດຍກົງຢູ່ ນະຄອນ Abidjan, ກົດດີວົວ. ໃນຂອບເຂດກອງປະຊຸມໃຫຍ່, ຫວຽດນາມ ເປັນຄັ້ງທຳອິດທີ່ໄດ້ຮັບສະໝັກເລືອກຕັ້ງ ແລະ ໄດ້ຮັບເລືອກຕັ້ງເປັນສະມາຊິກສະມາຂຸດຄົ້ນໄປສະນີ (POC) ຂອງສະຫະພັນໄປສະນີໂລກ ອາຍຸການ 2022 – 2025.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນງອກບິ່ງ ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນດ່ານັ້ງ (DAFO) ໄດ້ມີການເຮັດວຽກທາງໄກກັບ ທ່ານນາງ Indira Lopez Arguelles ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ມີບົດບາດເປັນຂົວຕໍ່ທີ່ໜ້າເຊື່ອຖື, ສ້າງເງື່ອນໄຂໃຫ້ສະມາຄົມວິສາຫະກິດ ຫວຽດນາມ ຢູ່ ຈີນ ເຊື່ອມຕໍ່ກັບບັນດາວິສາຫະກິດ, ອົງການຈັດຕັ້ງທີ່ມີຊື່ສຽງຂອງຈີນ, ໄດ້ຊ່ວຍໃຫ້ເຂົາເຈົ້າມີໂອກາດພົວພັນ, ແລກປ່ຽນ ແລະ ເຮັດວຽກໂດຍກົງກັບບັນດາຄູ່ຮ່ວມມືຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນບັນດາການແບ່ງປັນຂອງທ່ານນາງ ປອ. ຈາມີ, ປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຈີນ ກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນເມື່ອຮ່ວມມືກັບ VUFO.
ຄາດວ່າ ເວລາເຮັດວຽກຂອງ ກອງປະຊຸມສະໄໝສາມັນເທື່ອສຸດທ້າຍຂອງ ສະພາແຫ່ງຊາດ ຊຸດທີ XIV ແມ່ນ 12 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 24 ມີນາ ແລະ ອັດລົງໃນວັນທີ 8 ເມສາ.
ຍສໝ - ຢູ່ການາດາ, ໃນວັນທີ 20 ຕຸລາ, ສະຖານທູດ ຫວຽດນາມໄດ້ປຸກລະດົມຂະບວນການຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ແລະ ບໍລິຈາກໃຫ້ແກ່ພໍ່ແມ່ປະຊາຊົນເຂດພາກກາງ.
ຍສໝ - ໂດຍຕາງໜ້າສະຖານທູດ ຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳ ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສົ່ງຄຳອວຍພອນອັນປະເສີດໄປຍັງພັກ, ລັດ ແລະ ປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ 2023.
ຍສໝ - ດ້ວຍປະຫວັດສາດອັນຍາວນານ, ມູນເຊື້ອ ແລະ ຄຸນຄ່າທາງດ້ານວັດທະນະທຳສາສະໜາທີ່ອຸດົມສົມບູນ, ສະມາຄົມພຸດທະສາສະໜາ ຫວຽດນາມ ບໍ່ພຽງແຕ່ແມ່ນອົງການສາສະໜາທີ່ມີໜ້າທີ່ເຜີຍແຜ່ພະທຳເທົ່ານັ້ນ ຫາກຍັງເປັນຂົວຕໍ່ທີ່ສຳຄັນໃນວຽກງານການທູດປະຊາຊົນ, ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ປະຊາຄົມສາກົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດສະດວກ, ເປີດເຜີຍ, ໂປງໃສ, ມີຄວາມສະເໝີພາບ, ໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ ຫວຽດນາມ.
ຍສໝ - ງວດສິນຄ້າຜ້າອັດປາກດັງ 810.000 ອັນຂອງ ຫວຽດນາມໜູນຊ່ວຍໃຫ້ ຕີມໍແລດສະແຕ ເພື່ອຕ້ານໂລກລະບາດໂຄວິດ - 19 ໄດ້ອົດສະຕາລີຊ່ວຍເຫຼືອສົ່ງໄປຍັງດ້ວຍການເດີນເຮືອໄປຍັງນະຄອນຫຼວງ Dili.
ຍສໝ - ທີ່ກອງປະຊຸມ, ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບົດກ່າວຄຳເຫັນລວມ, ສະແດງຄວາມວິຕົກກັງວົນກ່ຽວກັບບັນດາສິ່ງທ້າທາຍ, ຄວາມບໍ່ມີສະຖຽນລະພາບ ໃນຫຼາຍດ້ານ ທີ່ກ່ຽວຂ້ອງເຖິງສະພາບການ Haiti, ພິເສດແມ່ນບັນດາຜົນກະທົບທາງລົບຂອງ ໂລກລະບາດ Covid -19.
ຍສໝ - ນັບແຕ່ວັນທີ 6 – 8 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງກາວບັ່ງ ຈັດຕັ້ງກອງປະຊຸມທົ່ວປະເທດວຽກງານການທູດປະຊາຊົນປີ 2022 ຢູ່ສູນກອງປະຊຸມແຂວງ ກາວບັ່ງ.