ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນທ້ຽນ, ຫົວໜ້າກອງບັນຊາການເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາສອງຝ່າຍກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ (ລາວ).
ແຂວງຮ່າຕິ້ງ ມີເສັ້ນຊາຍແດນຍາວ 145 ກິໂລແມັດ ຕິດກັບແຂວງຄໍາມ່ວນ, ບໍລິຄໍາໄຊ (ປະເທດລາວ). ໃນຫຼາຍປີຜ່ານມາ, ອໍານາດການປົກຄອງ, ປະຊາຊົນ ແລະທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີຢ່າງສະໜິດຕິດແໜ້ນກັບອໍານາດການປົກຄອງ, ປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ-ສັງຄົມ, ຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.
ຍສໝ - ຕົ້ນອາທິດທີ່ຜ່ານມາ, ຢູ່ສະຫວັນນະເຂດ ຄະນະຜູ້ແທນກອງບັນຊາການ ທະຫານຊາຍແດນ ແຂວງກວ້າງຈິ ສສ ຫວຽດນາມ ນຳໂດຍສະຫາຍ ພັນເອກ ຫງວຽນ ຊວນເຊີນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ພ້ອມຄະນະ ໄດ້ເດີນທາງມາເຂົ້າ ຮ່ວມກອງປະຊຸມແລກປ່ຽນສະພາບການວຽກງານປ້ອງກັນຊາຍແດນ ກັບ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ສປປ ລາວ.
ຍສໝ - ໃນລະຫວ່າງວັນທີ 13 – 15 ສິງຫາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ກ້ວາງຈິ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ທະຫານແຂວງ ສາລະວັນ ແລະສະຫວັນນະເຂດ ສປປ ລາວ.
ທ້າຍທິດທີ່ຜ່ານມາ, ປ້ອມທະຫານຊາຍແດນດ່ານສາກົນນ້ຳກັນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບຫ້ອງການພາສີດ່ານສາກົນນ້ຳກັນ ແລະອຳນາດການປົກຄອງຕາແສງນ້ຳກັນ, ເມືອງກີ່ເຊີນ, ແຂວງເງະອານ ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ.
ໃນວັນທີ 26 ແລະວັນທີ 27 ກໍລະກົດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໂດຍທ່ານພັນເອກ ເລແທງຕຸ່ງ ຮອງຜູ້ບັນຊາການທະຫານຊາຍແດນແຂວງກອນຕຸມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມຖາມຂ່າວ, ປຸກລະດົມກໍາລັງໃຈ ແລະໜູນຊ່ວຍປະຊາຊົນແຂວງອັດຕະປື, ສປປ ລາວ ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດທີ່ຜ່ານມາ
ຍສໝ - ຕອນບ່າຍຂອງວັນທີ 16 ກໍລະກົດນີ້ ຄະນະພະນັກງານຂອງແຂວງຊຽງຂວາງ (ສປປ ລາວ) ນຳໂດຍ ສະຫາຍ ຄຳປາວ ມົ່ວ ຮອງເຈົ້າແຂວງໆ ຊຽງຂວາງ ຢ້ຽມຢາມ ກອງບັນຊາການ ທະຫານຊາຍແດນ ແຂວງ ເຫງະອານ.
ຍສໝ - ຄະນະຮັບຜິດຊອບ ກອງບັນຊາການ ທະຫານຊາຍແດນ ແຂວງ ກອນຕຸມ ຫາກໍ່ມີການໄປມອບຂອງຂວັນ, ກວດພະຍາດ ແລະແຈກຢາຍຢຸກຢາ ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນບ້ານ ທົ່ງໄກ່ໂອ້ກ, ແຂວງ ອັດຕະປື, ປະເທດລາວ.
ຍສໝ - ສອງມື້ທີ່ຜ່ານມາ ຢູ່ບ້ານເລິມທຸ໋ຍ, ເມືອງ ເລະທຸ້ຍ, ແຂວງ ກວ້າງບິ່ງ ຄ້າຍທະຫານຊາຍແດນ ລ່າງຮໍ ທະການຊາຍແດນ ແຂວງກວ້າງບິ່ງ ໄດ້ຈັດຕັ້ງພິທີແຮກສ່ຽວກັບ ກອງຮ້ອຍທະຫານຊາຍແດນ 321 ກອງບັນຊາການ ສະຫວັນນະເຂດ. ເຂົ້າຮ່ວມໃນການເຊັນສັນຍາຄັ້ງນີ້ມີທ່ານ ພັນເອກ ຂັນທະລີ ທາທິລາດ, ຫວົໜ້າກອງບັນຊາການ ທະຫານແຂວງສະຫວັນນະເຂດ ແລະ ທ່ານພັນເອກ ຫງວ໋ຽນວັນທ້ຽນ ຫວົໜ້າກອງບັນຊາການ ທະຫານຊາຍແດນ ແຂວງກວ້າງບິ່ງ.
ຍສໝ - ວັນທີ່ 28 ມິຖຸນາ ຢູ່ ເທື່ອທຽນເຫ້ວ, ຄະນະຜູ້ແທນ ປ້ອງກັນຄວາມສະຫງົບ ແຂວງ ສາລະວັນ ນຳໂດຍ ພັນເອກ ພູວັນ ນະຊຽງຄຳ, ກຳມະການພັກແຂວງ ຢ້ຽມຢາມ ແລະ ປືກສາຫາລື ປະຈຳ ຄັ້ງທຳອິດກັບຄະນະຜູ້ແທນ ກອງບັນຊາການ ທະຫານຊາຍແດນ ເທື່ອທຽນເຫ້ວ.
ຍສໝ - ທ້າຍອາທິດທີ່ຜ່ານມາ, ຄະນະຮັບຜິດຊອບແຂວງ ຊຽງຂວາງ (ລາວ) ໂດຍທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງໆ ຊຽງຂວາງ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານຊາຍແດນແຂວງ ເຫງະອານ.
ຍສໝ - ໃນຕົ້ນອາທິດຜ່ານມາ , ຢູ່ເມືອງ ລົ້ກຮ່າ, ແຂວງ ຮ່າຕິ໋ງ ກອງບັນຊາການ ທະຫານຊາຍແດນ ຮ່າຕິ໋ງ ແລະ ຫ້ອງການ ປກສ ແຂວງ ບໍລິຄຳໄຊ (ລາວ) ໄດ້ຈັດພິທີມອບລາງວັນໃຫ້ຜົນງານແຫ່ງການຕໍ່ສູ້ຕ້ານການຄ້າຢາເສບຕິດ.
ວັນທີ 30 ພຶດສະພາ, ທີ່ເມືອງ ໂລກຮ່າ, ທະຫານຊາຍແດນແຂວງ ຮ່າຕິ້ງ ໄດ້ດໍາເນີນການເຈລະຈາກັບກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄໍາມ່ວນ (ລາວ).