ທະຫານຂື້ນກັບ ກອງ​ບັນ​ຊາ​ການທະຫານຊາຍແດນ ແຂວງຮ່າຕິ໋ງ ຈຳນວນ 25 ສະຫາຍ ໄດ້ຮັບຫຼຽນໄຊ ແຮງງານ ຈາກ ລັດຖະບານລາວ

14:19 | 21/06/2018

ຍ​ສ​ໝ - ໃນຕົ້ນອາທິດຜ່ານມາ , ຢູ່ເມືອງ ລົ້ກຮ່າ, ແຂວງ ຮ່າຕິ໋ງ ກອງບັນຊາການ ທະຫານຊາຍແດນ ຮ່າຕິ໋ງ ແລະ ຫ້ອງການ ປກສ ແຂວງ ບໍລິຄຳໄຊ (ລາວ) ໄດ້ຈັດພິທີມອບລາງວັນໃຫ້ຜົນງານແຫ່ງການຕໍ່ສູ້ຕ້ານການຄ້າຢາເສບຕິດ.

ທະຫານຂື້ນກັບ ກອງ​ບັນ​ຊາ​ການທະຫານຊາຍແດນ ແຂວງຮ່າຕິ໋ງ ຈຳນວນ 25 ສະຫາຍ ໄດ້ຮັບຫຼຽນໄຊ ແຮງງານ ຈາກ ລັດຖະບານລາວ

ຕ່າງ​ໜ້າ​ລັດ​ຖະ​ບານ​ລາວ, ຜູ່​ນຳ ປກ​ສ ແຂວງ ບໍ​ລິ​ຄຳ​ໄຊ ມອບ ຫຼຽນ​ໄຊ ແຮງ​ງານ ຊັ້ນ​ສອງ ແລະ ຊັ້ນ​ສາມ ຂອງ ລັດ​ຖະ​ບານ​ລາວ ໃຫ້ ທະ​ຫານຊາຍ​ແດນ ແຂວງ​ຮ່າ​ຕິ໋ງ​ຈຳ​ນວນ 25 ສະ​ຫານ.(ພາບ: ມິງ​ສ​ຕວ່ານ)

ຄະ​ນະ, ບຸກ​ຄົນ ຂອງ​ສອງ​ອົງ​ການ​ໄດ້​ຮັບ​ລາງວັນ​ຄັ້ງ​ນີ້ ແມ່ນ​ຜູ່​ທີ່​ມີ​ຜົນ​ງານ​ທີ່​ດີ​ເລີດ​ໃນ​ການ​ປະ​ສານ​ງານ ຕໍ່​ສູ້​ຕ້ານ​ການ​ຄ້າ​ຢາ​ເສບ​ຕິດ, ຮັກ​ສາ​ຄວາມ​ສະ​ຫງົບ​ທາງ​ດ້ານ​ການ​ເມືອງ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ, ຄວາມ​ສະ​ຫງົບ​ຊາຍ​ແດນ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ຫວຽດ​ນາມ-ລາວ.

ຮອງ​ຜູ່​ບັນ​ຊາ​ການ ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກອງ​ບັນ​ຊາ​ການ ທະ​ຫານ​ຊາຍ​ແດນ, ຫ້ອງວ່າ​ການ​ແຂວງ​ຮ່າ​ຕິ໋ງ, ຜູ່​ນຳ ທະ​ຫານ​ຊາຍ​ແດນ ຮ່າ​ຕິ໋ງ ໄດ້​ມອບ​ໃບ​ຍ້ອງ​ຍໍ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃຫ້ບຸກ​ຄົນຈຳ​ນວນ 1 ສ​ະ​ຫາຍ; ໃບ​ຍ້ອງ​ຍໍ ຂອງກອງ​ບັນ​ຊາ​ການ​ໃຫຍ່ ທະ​ຫານ​ຊາຍ​ແດນ ໃຫ້​ຄະ​ນ​ະ ຈຳ​ນວນ 1 ຄະ​ນະ ແລະ ບຸກ​ຄົນ​ຈຳ​ນວນ 4 ສ​ະ​ຫາຍ; ໃບ​ຍ້ອງ​ຍໍ ຂອງ ເຈົ້າ​ແຂວງ-ແຂວງ​ຮ່າ​ຕິ້ງ ໃຫ້ 6 ສະ​ຫາຍ ຂື້ນ​ກັບ​ ປກ​ສ ແຂວງ ບໍ​ລິ​ຄຳ​ໄຊ.

ທະຫານຂື້ນກັບ ກອງ​ບັນ​ຊາ​ການທະຫານຊາຍແດນ ແຂວງຮ່າຕິ໋ງ ຈຳນວນ 25 ສະຫາຍ ໄດ້ຮັບຫຼຽນໄຊ ແຮງງານ ຈາກ ລັດຖະບານລາວ

ຕ່າງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ພັນ​ເອກ ວໍ໋​ຈ້ອງ​ຮ໋າຍ, ຜູ່​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ຮ່າ​ຕິ໋ງ ມອບ​ໃບ​ຍ້ອງ​ຍໍ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃຫ້ ພັນ​ເອກ ທອງ​ໃບ ລໍ​ວັນ​ໄຊ ຫົວ​ໜ້າ ປກ​ສ ແຂວງ​ບໍ​ລິ​ຄຳ​ໄຊ. (ພາບ: ມິງ​ຕວ່ານ)

ຕ່າງ​ໜ້າ​ລັດ​ຖະ​ບານ ລາວ, ຜູ່​ນຳ ປກ​ສ ແຂວງ-ແຂວງ​ບໍ​ລິ​ຄຳ​ໄຊ ກໍ່​ໄດ້​ມອບ​ຫຼຽນ​ໄຊ ແຮງ​ງານ ຂັ້ນ​ສອງ ໃຫ້ແກ່​ທະ​ຫານ 12 ສະ​ຫາຍ ແລະ ຫຼຽ​ນ​ໄຊ ແຮງ​ງານ ຊັ້ນ ສາມ ໃຫ້ 13 ສະ​ຫາຍ​ຂື້ນ​ກັບ​ທະ​ຫານ​ຊາຍ​ແດນ​ແຂວງ ຮ່າ​ຕິ໋ງ.

ທະຫານຂື້ນກັບ ກອງ​ບັນ​ຊາ​ການທະຫານຊາຍແດນ ແຂວງຮ່າຕິ໋ງ ຈຳນວນ 25 ສະຫາຍ ໄດ້ຮັບຫຼຽນໄຊ ແຮງງານ ຈາກ ລັດຖະບານລາວ

ພັນ​ເອກ ວໍ໋​ຈ້ອງ​ຮ໋າຍ ມອບ​ໃບ​ຍ້ອງ​ຍໍ ຂອງ ກອງ​ບັນ​ຊາການໃຫຍ່​​ທະ​ຫານ​ຊາຍ​ແດນ ແລະ ແຂວງຮ່າ​ຕິ໋ງ ໃຫ້​ຄະ​ນະ, ບຸກ​ຄົນ ຂື້ນ​ກັບ ປກ​ສ ແຂວງ​ບໍ​ລິ​ຄຳ​ໄຊ​. (ພາບ: ມິງ​ຕວ່ານ)

ໃນ​ປີ 2017 ທະ​ຫານ​ຊາຍ​ແດນ ຮ່າ​ຕິ໋ງ​ ໄດ້​ປະ​ສານ​ສົມ​ທົບ​ກັບ ປກ​ສ ແຂວງ-ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຕໍ່​ສູ້​ມ້າງ​ທຳ​ລາຍໄດ້ 3 ຂະ​ດີ​ທີ່​ສຳ​ຄັນ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ, ຈັບ​ກຸມ​ຕົວ​ຜູ່​ກະ​ທຳ​ຜິດ​ໄດ້ 12 ຄົນ, ຢຶດເຮ​ໂຣ​ອິນ​ໄດ້ 137 ແທ່ງ, ກັນ​ຊາ​ຈຳ​ນວນ 1.000 ແທ່ງ, ຢາ​ໄອ 120.000 ເມັດ, ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ 20 ກິ​ໂລ​ກະ​ລາມ.

(ຫັດ​ທະ​ບູນ)