ຄ້າຍທະຫານຊາຍແດນ ລ່າງຮໍ ແຮກສ່ຽວກັບ ກອງຮ້ອຍທະຫານຊາຍແດນ 321 ລາວ

15:36 | 29/06/2018

ຍ​ສ​ໝ - ສອງມື້ທີ່ຜ່ານມາ ຢູ່ບ້ານເລິມທຸ໋ຍ, ເມືອງ ເລະທຸ້ຍ, ແຂວງ ກວ້າງບິ່ງ ຄ້າຍທະຫານຊາຍແດນ ລ່າງຮໍ ທະການຊາຍແດນ ແຂວງກວ້າງບິ່ງ ໄດ້ຈັດຕັ້ງພິທີແຮກສ່ຽວກັບ ກອງຮ້ອຍທະຫານຊາຍແດນ 321 ກອງບັນຊາການ ສະຫວັນນະເຂດ. ເຂົ້າຮ່ວມໃນການເຊັນສັນຍາຄັ້ງນີ້ມີທ່ານ ພັນເອກ ຂັນທະລີ ທາທິລາດ, ຫວົໜ້າກອງບັນຊາການ ທະຫານແຂວງສະຫວັນນະເຂດ ແລະ ທ່ານພັນເອກ ຫງວ໋ຽນວັນທ້ຽນ ຫວົໜ້າກອງບັນຊາການ ທະຫານຊາຍແດນ ແຂວງກວ້າງບິ່ງ.

ຄ້າຍທະຫານຊາຍແດນ ລ່າງຮໍ ແຮກສ່ຽວກັບ ກອງຮ້ອຍທະຫານຊາຍແດນ 321 ລາວ

ທະ​ຫານ​ຊາຍ​ແດນ​ທັງ​ສອງ​ຝ່າຍ​ເຊັນ​ສັນ​ຍາ​ແຮກ​ສ່ຽວ.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ທັງ​ສອງກອງ​ທັບ ໄດ້​ປະ​ສານ​ສົມ​ທົບ ຈັດ​ຕັ້ງ​ປະ​ຕິ​ບັດດີ​ບັນ​ດາ​ວຽກ​ງານ, ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ຕັ້ງ​ໜ້າໃຫ້​ແກ່​ປະ​ຊາ​ຊົນເຂດ​ຊາຍ​ແດນ ປະ​ຕິ​ບັດ ແລະ ນັບ​ຖື​ກົດ​ລະ​ບຽບ​ເປັນຢ່າງ​ດີ, ນະ​ໂຍ​ບາຍ ແນວ​ທາງ​ຂອງ​ສອງ​ປະ​ເທດ; ຈັດ​ຕັ້ງ​ຫຼາຍ​ຮ້ອຍ​ຄັ້ງ​ໃນ​ການ​ກວ​ດ​ກາ​ເວນ​ຍາມ​ປ້ອງ​ກັນ​ຊາຍ​ແດນ, ຫຼັກ​ແດນ ແລະ ເຜົ້າ​ລະ​ວັງ, ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຫຼາຍໆ​ຄະ​ດີ ທີ່​ເຮັດ​ຜິດ​ກົດ​ໝາຍ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຢູ່​ເຂດ​ຊາຍ​ແດນ.

ທັງ​ສອງ​ຈະ​ປະ​ສານ​ສົມ​ທົບ​ຮັດ​ແໜ້ນ​ໃນ​ການ​ຕໍ່​ສູ້​ຕ້ານ​ອາດ​ສະ​ຍາ​ກຳຄື: ລັກ​ລອບ​ຂ້າມ​ຊາຍ​ແດນ, ລ່າ​ສັດ​ຫວງ​ຫ້າມ, ຂົນ​ສົ່ງ-ຂາຍ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ, ຄ້າ​ອາ​ວຸດ, ລະ​ເບີດ ຂ້າມ​ຊາຍ​ແດນ, ອົບ​ພະ​ຍົບ​ທີ່​ຜິດ​ກົດ​ໝາຍ.

ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ນຳ​ກັນ​ວ່າ 3 ເດືອນ​ໃດ​ຈະຈັດ​ກອງ​ກຳ​ລັງ​ເພື່ອກວດ​ກາ​ຮ່ວມ​ສອງ​ຝ່າຍ 1 ຄັ້ງ​ເພື່ອ​ປ້ອງ​ການ​ຫຼັກ​ແດນ, ເສັ້ນ​ທາງ​ຊາຍ​ແດນ, ເສັ້ນ​ທາງ​ຜ່ານ ແລະ ບັນ​ດາ​ໂຄງ​ການ​ທີ່​ກ່ຽວ​ຂໍ້​ກັບ​ທັນ​ສອງ​ຝ່າຍ ວຽກ​ງານ​ຊາ​ຍ​ແດນ ແລະ ສະ​ພາບ​ຄວາມ​ສະ​ຫງົບ ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເຂດ​ຊາຍ​ແດນ; ຕື່ນ​ໂຕ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ວຽກ​ງານ ຕ້ານ​, ສະ​ກັດ​ກັ້ນ, ແກ້​ໄຂ​ບັນ​ຫາ​ຜົນ​ກະ​ທົບ, ໂລກ​ພະ​ຍ​າດ, ຄອບ​ຄົບ ຊ່ວຍ​ຊີ​ວິດ​ຜູ່​ເຄາະ​ຮ້າຍ ແລະ ຊ່ວຍ​ເຫຼືອ​ທາງ​ດ້ານ​ສິດ​ທິ​ມະ​ນົດ​ສິ​ຍາ​ຊົນ.

ໃນ​ງານ​ພິ​ທີດັ່ງ​ກ່າວ ຄ້າຍ​ທະ​ຫານ​ຊາຍ​ແດນ ລ່າງ​ຮໍ , ກອງ​ບັນ​ຊາ​ການ ທະ​ຫານ​ຊາ​ແດນ ແຂ​ວງ​ກ້​ວາງ​ບິ່ງ​ ກໍ່​ໄດ້​ອຸ​ປະ​ຖຳ​ນ້ອງ​ນ້ອຍ: ໂຮ່​ທິ​ເງິນ​, ຮຽນ​ຫ້ອງ​ປໍ 1 , ໂຮງ​ຮຽນ​ກິນນອນ ພະ​ບາງ , ເມືອງ​ເຊ​ໂປນ, ແຂວງ​ສະ​ຫວັນ​ນະ​ເຂດ​ເດືອນ​ລະ 500.000ດົ່ງ, ແຕ່ ເດືອນ ມິ​ຖຸ​ນາ ປີ 2013 ໄປ​ຈົນ​ເຖິງ​ລາວ​ຈະ​ບັນ​ລຸ​ນິ​ຕິ​ພາບ​ວະ ; ນອກນັ້​ຍັງ​ປະ​ສານ​ສົມ​ທົບ​ຮ່ວມ​ກັບ​ອຳ​ນາດ​ການ​ປົກ​ຄອງ ບ້ານ​ກົກ, ກູ່ມ​ບ້ານ ຊຽງ​ຕູບ ຄະ​ນະ​ກຳ​ມະ​ການ ອຳ​ນວຍ​ການ​ໂຮງ​ຮຽນ ກິນນອນ ຢູ່​ ຫຼວງ​ພະ​ບາງ​ໄດ້​ຢ້ຽມ​ຢາມ​ຖາມ​ຂ່າວ, ໃຫ້​ກຳ​ລັງ​ໃຈ, ຊ່ວຍ​ເຫຼືອ​ເພີ່ມ​ຫຼາຍ​ຂື້ນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.