ການນຳແຂວງຊຽງຂວາງ ຢ້ຽມຢາມ ກອງ​ບັນ​ຊາ​ການ ທະຫານຊາຍແດນ ເຫງະອານ

10:40 | 17/07/2018

ຍ​ສ​ໝ - ຕອນບ່າຍຂອງວັນທີ 16 ກໍລະກົດນີ້ ຄະນະພະນັກງານຂອງແຂວງຊຽງຂວາງ (ສປປ ລາວ) ນຳໂດຍ ສະຫາຍ ຄຳປາວ ມົ່ວ ຮອງເຈົ້າແຂວງໆ ຊຽງຂວາງ ຢ້ຽມຢາມ ກອງບັນຊາການ ທະຫານຊາຍແດນ ແຂວງ ເຫງະອານ.

ການນຳແຂວງຊຽງຂວາງ ຢ້ຽມຢາມ ກອງ​ບັນ​ຊາ​ການ ທະຫານຊາຍແດນ ເຫງະອານ

​ບັນ​ຍາ​ກາດ​ການ​ຕ້ອນ​ຮັບ​. (ພາບ: ຫ໋າຍ​ເທື້ອງ)

ໃນ​ການຕ້ອນ​ຮັບ ​ຄະ​ນະການ​ນຳແຂວງ​ຊຽງ​ຂວາງ ​ຝ່າຍ ກອງ​ບັນ​ຊາ​ການ ​ທະ​ຫານ​ຊາຍ​ແດນ ປະ​ກອບ​ມີ: ທ່ານພັນ​ເອກ ເຈີ່ນ​ຫ໋າຍ​ບິ່ງ - ກຳ​ມະ​ການ​ພັກ​ແຂວງ ຫົວ​ໜ້າ​ກອງ​ບັນ​ຊາ​ການ ແລະ ບັນ​ດາ​ພະ​ນັກ​ງານ​ການ​ນຳ ​ຂອງ​ ກອງ​ບັນ​ຊາ​ການ, ຕ່າງ​ໜ້າບັນ​ດາ​​ຫ້ອງ​ການ ທະ​ຫານ​ຊາຍ​ແດນ​ແຂວງ.

​ທີ່ກອງ​ປະ​ຊຸມ​ພົບ​ປະ​ຄັ້ງ​ນີ້ ທ່ານ​ພັ​ນ​ເອກ ເຈີ່ນ​ຫ໋າຍ​ບິ່ງ ສະ​ແດງ​ຄວາມ​ຍິນ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມຂອງ ຄະ​ນະສະ​ຫາຍ ​ຄຳ​ປາວ​ມົ່ວ ພ້ອມນັ້ນ​ນັ້ນ​ທ່ານກໍ່​ຍັງ​ລາຍ​ງານ ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແຂວງ ແລະ ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຊາຍ​ແດນ ຂອງ​ກຳ​ລັງ​ທະ​ຫານ​ຊາຍ​ແດນ ເຫງະ​ອານ ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ການນຳແຂວງຊຽງຂວາງ ຢ້ຽມຢາມ ກອງ​ບັນ​ຊາ​ການ ທະຫານຊາຍແດນ ເຫງະອານ

ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ມອບ​ຂອງ​ທີ່​ລະ​ລືກ​ໃຫ້​ການ​ນຳ​ແຂວງ​ຊຽງ​ຂວາງ. (ພາບ: ຫ໋າຍ​ເທື້ອງ)

ຕ່າງ​ໜ້າ​ພະ​ນັກ​ງານ, ນັກ​ຮົບ ທະ​ຫານຊາຍ​ແດນເຫງະ​ອານ ທ່ານ​ພັນ​ເອກ ເຈີ່ນ​ຫ໋າຍ​ບິ່ງ ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ນ້ຳ​ໃຈ​ສ​ະ​ເພາະ​ ສະ​ຫາຍ ​ຄຳ​ປາວ​ມົ່ວ ພ້ອມ​ທັງ​ພໍ່​ແມ່​ປະ​ຊາ​ຊົນ​ລາວ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ມອບ​ໃຫ້​ພະ​ນັກ​ງານ-ນັກ​ຮົບ ທະ​ຫານ​ຊາຍ​ແດນ ເຫງະ​ອານ, ພິ​ເສດແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ກອງ​ກຳ​ລັງ​ປົກ​ຄອງ​ຂອງ​ປະ​ເທດ​ລາວ ໃນ​ວຽກ​ງານກວ​ດ​ກາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເສັ້ນ​ຊາຍ​ແດນ, ຫຼັກ​ແດນ, ຕໍ່​ສູ້​ກັບ​ຜູ້ກໍ່​ການ​ຮ້າຍ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ ມິດ​ຕະ​ພາບ ຮ່ວມ​ມື ແລະ ຮ່ວມ​ກັນ​ພັນ​ທະ​ນາ.

ຂ​ອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ​ເປັນ​ກັນ​ເອງ ແລະ ເຕັມ​ໄປ​ດ້ວຍ​ມິ​ດ​ຕະ​ພາບຂອ ກອງ​ບັນ​ຊາ​ການ ທະ​ຫານ​ຊາຍ​ແດນ ເຫງະ​ອານ ແລະ ຕີ​ລາ​ຄ​າ​ສູງ​ຜົນ​ສຳ​ເລັດ​ຂອງ​ການ​ປ​ະ​ສານ​ສົມ​ທົບ ລະ​ຫວ່າງ ກອງ​ກຳ​ລັງ​ຊາຍ​ແດນ ຂອງ​ສອງ​ແຂວງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ສະ​ຫາຍ ​ຄຳ​ປາວ​ມົ່ວ ຫວັງ​ເປັນ​ຢ່າງ​ຍິ່ງວ່າ​ໃນ​ອາ​ນາ​ຄົດ​ຕໍ່​ໜ້າ ທະ​ຫານ​ຊາຍ​ແດ​ນ ເຫງະ​ອານ ແລະ ບັນ​ດາ​ກອງ​ກຳ​ລັງ​ປ້ອງ​ການ​ຊາຍ​ແດນ ຂອງ​ລາວ​ ເພີ່ມ​ທະ​ວີ​ມິດ​ຕະ​ພາບ-ຮ່ວມ​ມື ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ໃນ​ການກໍ່​ສ້າງ​ແຂວງ; ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ສັງ​ຄົມ​ໃນ​ຂອບ​ເຂດ​ຊາຍ​ແດນ ປະ​ກອບ​ສ່ວນ​ເສີມ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ເວົ້າ​ລວມ ແລະ ຊຽງ​ຂວາງ-ເຫງະ​ອານ ເວົ້າ​ສະ​ເພາະ ໃຫ້​ເກີດດອກ​ອອກ​ຜົນ ໝັ້ນ​ຄົງ​ທະ​ນົງ​ແກ່​ຕະ​ຫຼອດ​ໄປ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.