ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ

ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.

ຊາວໜຸ່ມອາສາສະໝັກ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ

ຊາວໜຸ່ມອາສາສະໝັກ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ

ຍສໝ - ການເຄື່ອນໄຫວອາສາສະໝັກຄັ້ງຕ່າງໆຢູ່ປະເທດລາວ ຂອງໄວໜຸ່ມແຂວງຮ່າຕິງ ສສ ຫວຽດນາມ ພວມປະກອບສ່ວນຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດລະຫວ່າງສອງປະເທດອ້າຍນ້ອງ ຫວຽດນາມ ແລະ ລາວ.

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ  ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຊາວໜຸ່ມອາສາສະໝັກແຂວງຮ່າຕິ້ງ ກວດກາສຸຂະພາບ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນລາວກວ່າ 500 ຄົນ

ຍສໝ - ປະຊາຊົນຢູ່ເມືອງມະຫາໄຊແຂວງ ຄຳມ່ວນ (ສປປ ລາວ) ໄດ້ຮັບການກວດ ແລະ ແຈກຢາປົວພະຍາດ ໂດຍບໍ່ເສຍຄ່າ ໃນຕອນບ່າຍວັນທີ 25 ສິງຫາ. ໂຄງການໄດ້ຮັບການຈັດຕັ້ງໂດຍ ຄະນະຊາວໜຸ່ມ ອາສາສະໝັກແຂວງຮ່າຕິ້ງ ສົມທົບກັບ ສະມາຄົມແພດໝໍໄວໜຸ່ມ ແລະ ສະມາຄົມນັກທຸລະກິດໜຸ່ມ.

ຊາວໜຸ່ມແຂວງຮ່າຕິ້ງ ແລະບໍລິຄໍາໄຊ ແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີ

ຊາວໜຸ່ມແຂວງຮ່າຕິ້ງ ແລະບໍລິຄໍາໄຊ ແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີ

ຍສໝ - ໃນຕອນບ່າຍຂອງວັນທີ 24 ສິງຫາ 2019, ໃນຂອບເຂດລາຍການອາສາສະໝັກສາກົນຢູ່ ສປປ ລາວ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງຮ່າຕິ້ງ ໄດ້ມີການໂອ້ລົມສົນທະນາແລກປ່ຽນບົດຮຽນກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄໍາໄຊ.

ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ

ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ

ຍສໝ - ວັນທີ 23 ສິງຫາ, ຢູ່ ນະຄອນ ຮະລ໋ອງ, ອົງການຊາວໜຸ່ມແຂວງ ໄດ້ຈັດກອງປະຊຸມ ພົບປະ“ ບົດບາດຂອງຊາວໜຸ່ມ ໃນການເລີ່ມທຸລະກິດ ທີ່ມີຫົວຄິດປະດິດສ້າງ ແລະ ພັດທະນາບັນດາຮູບແບບເສດຖະກິດ ຢູ່ ທ້ອງຖິ່ນ” ກັບ ຄະນະຜູ້ແທນຊາວໜຸ່ມ ຂອງ 3 ແຂວງພາກເໜືອຂອງລາວຄື: ແຂວງຫົວພັນ, ໄຊຍະບູລີ ແລະ ຫລວງພະບາງ.

ກອງປະຊຸມພົບປະເຈລະຈ ແລກປ່ຽນບົດຮຽນ ວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນ ລະຫວ່າງ ຊາວໜຸ່ມ 2 ແຂວງກວ້າງຈິ ແລະ ສະຫວັນນະເຂດ

ກອງປະຊຸມພົບປະເຈລະຈ ແລກປ່ຽນບົດຮຽນ ວຽກງານຊາວໜຸ່ມ ແລະ ຂະບວນການເຍົາວະຊົນ ລະຫວ່າງ ຊາວໜຸ່ມ 2 ແຂວງກວ້າງຈິ ແລະ ສະຫວັນນະເຂດ

ຍສໝ - ໃນຂອບເຂດລາຍການ ພົບປະມິດຕະພາບ ລະຫວ່າງ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ກອມມູນິດໂຮ່ຈີມິນ ແຂວງກວາ້ງຈິ (ສສ ຫວຽດນາມ) ແລະ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງສະຫວັນນະເຂດ (ສປປ ລາວ), ໃນຕອນບ່າຍວັນທີ 22 ສິງຫາ 2019, ທີ່ສູນປະຊຸມຊາວໜຸ່ມແຂວງກວ້າງຈິ, ໄດ້ຈັດກອງປະຊຸມພົບປະແລກປ່ຽນປະສົບການ ຂອງສະຫະພັນຊາວໜຸ່ມ ແລະ ການເຄື່ອນໄຫວຊາວໜຸ່ມ ລະຫວ່າງ ສະຫະພັນຊາວໜຸ່ມແຂວງກວ້າງຈິ - ສະຫວັນນະເຂດ ປະຈຳ ປີ 2019 . ຮອງເລຂາຄະນະປະຈຳພັກ ຫງວ໋ຽນ ດັງ ກວາງ;ຮອງປະທານສະພາປະຊາຊົນແຂວງ ຫງວ໋ຽນ ດຶກ ຢຸ໋ງ ກໍ່ໄດ້ເຂົ້າຮ່ວມ.

ປຶກສາຫາລືວິທີແກ້ໄຂ ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມ ຫວຽດນາມ ແລະ ລາວ

ປຶກສາຫາລືວິທີແກ້ໄຂ ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມ ຫວຽດນາມ ແລະ ລາວ

ຍສໝ - ວັນທີ 20 ສິງຫາ, ສະຖາບັນຊາວໜຸ່ມ ຫວຽດນາມໄດ້ຈັດຕັ້ງກອງປະຊຸມ ສົນທະນາ “ຄວາມຮັບຜິດຊອບ ແລະ ບົດບາດຂອງຊາວໜຸ່ມ ສອງປະເທດໃນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີແຫ່ງມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ”.

ຊາວໜຸ່ມເປັນກຳລັງແຮງ ໃນການພັດທະນາປະເທດຊາດ

ຊາວໜຸ່ມເປັນກຳລັງແຮງ ໃນການພັດທະນາປະເທດຊາດ

ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ຮ່ວມ​ກັບ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ກອງ​ທຶນ​ສຳ­ລັບ​ປະ­ຊາ­ກອນ ປະ­ຈຳ ສປປ ລາວ (UNFPA) ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວັນ​ໄວ​ໜຸ່ມ​ສາ­ກົນ (IYD) ຄົບ­ຮອບ 20 ປີ (12/8/1999–12/8/2019) ພາຍ​ໃຕ້​ຫົວ­ຂໍ້: ພັດ­ທະ­ນາ​ການ​ສຶກ​ສາ ພັດ­ທະ­ນາ​ຊີ­ວິດ ” ເພື່ອ​ເນັ້ນ​ໜັກ​ໃສ່​ການ​ສຶກ​ສາ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ໄວ​ໜຸ່ມ ລວມ​ທັງ​ໃຫ້­ການ​ສຶກ​ສາ­ມີ​ຄວາມ​ເປັນ​ເອ­ກະ​ພາບ ແລະ ສະ­ເໝີ­ພາບ ຈັດ​ຂຶ້ນ​ໃນ​ວັນ​ທີ 14 ສິງ­ຫາ 2019 ທີ່​ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ອາ​ລຸນ​ໄຊ ສູນ​ນະ­ລາດ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ທ່ານ​ນາງ Mariam A. Khan ຜູ້­ຕາງ­ໜ້າ​ອົງ­ການ UNFPA ປະ­ຈຳ ສປປ ລາວ ພ້ອມ​ດ້ວຍ​ບັນ­ດາ​ຫົວ­ໜ້າ​ກົມ​ໄວ​ໜຸ່ມ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ.

ຊາວໜຸ່ມແຂວງຫົວພັນເປີດຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງວຽງໄຊ

ຊາວໜຸ່ມແຂວງຫົວພັນເປີດຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງວຽງໄຊ

ຕອນເຊົ້າຂອງວັນທີ 9 ສິງຫາ 2019 ນີ້, ຢູ່ທີ່ສວນມິດຕະພາບຫົວພັນ-ກວ້າງນິງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫົວພັນນຳໂດຍ ສະຫາຍ ວົງເພັດ ບຸນມະນີ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ໄດ້ຈັດຕັ້ງພິທີເປີດສູນຮັບບໍລິຈາກເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຈາກພາຍຸວິພາໃນລະຫວ່າງວັນທີ 2 – 5 ສິງຫາຜ່ານມາຢູ່ເມືອງວຽງໄຊແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ມີບັນດາທ່ານໃນການນຳແຂວງ, ເມືອງວຽງໄຊ, ເມືອງຊຳເໜືອ, ຄະນະບໍລະຫານງານຊາວໜຸ່ມແຂວງ, ເມືອງ, ພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມນຳ.

ຊາວໜຸ່ມ 2 ນະຄອນຫຼວງ ແລກປ່ຽນກິດຈະກຳຊ່ວຍເຫຼືອສັງຄົມ

ຊາວໜຸ່ມ 2 ນະຄອນຫຼວງ ແລກປ່ຽນກິດຈະກຳຊ່ວຍເຫຼືອສັງຄົມ

ພິ­ທີ​ໄຂ​ຂະ​ບວນ​ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ ຂອງ​ອາ­ສາ​ສະ­ໝັກ​ຊາວ​ໜຸ່ມ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ແລະ ຊາວ​ໜຸ່ມ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 1 ສິງ­ຫາ​ຜ່ານ​ມາ​ນີ້ ຢູ່​ໂຮງ­ຮຽນ​ປະ­ຖົມ​ບ້ານ​ນາ​ພອກ ເມືອງ​ໄຊ​ທາ­ນີ ນວ ໂດຍ​ມີ​ທ່ານ​ນາງ ສຸ­ມາ­ລີ ທຳ​ມະ​ວົງ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ ປປລ ນວ ທ່ານ ບຸນ​ວັນ ຈະ​ສົ໋ວ​ເກົ້າ ຮອງ​ເຈົ້າ­ເມືອງ​ໄຊ​ທາ­ນີ ທ່ານ ຫງຽນ ດຶກ ຕຽນ ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ກອມ​ມູ​ນິດ​ໂຮ່​ຈິ​ມິງ ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໄມຕີຈິດອັນດູດດື່ມ ນ້ຳໃຈມິດຕະພາບໄວໜຸ່ມຫວຽດນາມ - ລາວ

ໄມຕີຈິດອັນດູດດື່ມ ນ້ຳໃຈມິດຕະພາບໄວໜຸ່ມຫວຽດນາມ - ລາວ

ໃນຊຸມມື້ຜ່ານມາ, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ໄດ້ປະຕິບັດຫຼາຍກິດຈະກຳ ອາສາສະໝັກ ທີ່ມີຄວາມໝາຍ ແລະ ແທດກັບຕົວຈິງ ຢູ່ເມືອງໄຊທານີ (ນະຄອນຫຼວງວຽງຈັນ, ສປປລາວ) ເພື່ອເສີມສ້າງຄວາມສາມັກຄີ ຂອງສາຍພົວພັນມິດຕະພາບຫວຽດນາມ - ລາວເວົ້າລວມ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຊາວໜຸ່ມ ສອງປະເທດເວົ້າສະເພາະ.

ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ຄະນະຜູ້ແທນຊາວໜຸ່ມແຂວງຄຳມ່ວນ ເຄື່ອນໄຫວພົບປະແລກປ່ຽນບົດຮຽນຢູ່ ແຂວງກວາງບິ່ງ ສສ ຫວຽດນາມ

ໃນທ້າຍອາທິດທີ່ຜ່ານມາ ຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ໄດ້ເຄື່ອນໄຫວ ພົບປະຢ້ຽມຢາມແລກປ່ຽນບົດຮຽນກັບຄະນະຊາວໜຸ່ມແຂວງກວາງບິ່ງ ສສ ຫວຽດນາມ .

ຊາວໜຸ່ມອາສາສະໝັກຫວຽດນາມ ກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ ປະຊາຊົນລາວ ກວ່າ 1 ພັນຄົນ

ຊາວໜຸ່ມອາສາສະໝັກຫວຽດນາມ ກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ ປະຊາຊົນລາວ ກວ່າ 1 ພັນຄົນ

ໃນທ້າຍອາທິດທີ່ຜ່ານມານີ້, ຢູ່ແຂວງສາລະວັນ ທ່ານ ຈັນສີລອນ ສີສົມບູນ ເລຂາຄະນະຊາວໜຸ່ມແຂວງສາລະວັນພ້ອມຄະນະ ແລະທ່ານ ຫງວຽນ ບ໋າ ຢັວນ ຫົວໜ້າຂະແໜງໂຄສະນາສຶກສາ ຊາວໜຸ່ມນະຄອນດາໜັງ ສສ ຫວຽດນາມພ້ອມຄະນະໄດ້ຮ່ວມກັນຈັດກິດຈະກຳກວດສຸຂະພາບທົ່ວໄປ ແລະຈ່າຍຢາໃຫ້ກັບພໍ່ແມ່ປະຊາຊົນໂດຍບໍ່ເສຍຄ່າຢູ່ທີ່ເດີນໂຮງຮຽນ ມັດທະຍົມຕົ້ນ ບ້ານໝາກນາວໄຫ່ຍ ເມືອງສາລະວັນໂດຍມີຕາງໜ້າຄະນະປະຈຳພັກເມືອງ, ຕາງໜ້າໂຮງໝໍແຂວງ, ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຍສໝ - ໃນຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ.

ຄະນະຊາວໜູ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກ ຢູ່ ລາວ

ຄະນະຊາວໜູ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກ ຢູ່ ລາວ

ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີອອກທັບຄະນະຊາວໜູ່ມສາສະໝັກ ດ້ວຍຫົວຂໍ້ “ ໄວໜຸ່ມຮ່ວມກັນເພື່ອເສີມສ້າງນ້ຳໃຈມິດຕະພາບ” ຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ.

ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11

ຍສໝ - ໃນວັນທີ 19 ກໍລະກົດ 2019, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ (AMMY) ຄັ້ງທີ 11 ແລະ ກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ + 3 ຄັ້ງທີ 7.

ກອງປະຊຸມເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນບວກສາມ ຄັ້ງທີ 7

ກອງປະຊຸມເຈົ້າໜ້າທີ່ອາວຸໂສຊາວໜຸ່ມອາຊຽນບວກສາມ ຄັ້ງທີ 7

ສູນກາງຊາວໜຸ່ມ ປະຊາ ຊົນປະຕິວັດລາວ (ສຊປລ) ໃນນາມຮັບຜິດຊອບວຽກງານຊາວໜຸ່ມອາຊຽນໄດ້ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂຶ້ນໃນວັນທີ 18 ກໍລະກົດ ນີ້, ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ຊາວໜຸ່ມອາຊຽນບວກສາມ ຄັ້ງທີ 7 (Prep-SOM for AMMY+3) ທີ່ຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7

ໃນວັນທີ 19 ກໍລະກົດ 2019, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍບົດບາດຊາວໜຸ່ມໃນການພັດທະນາໃຫ້ຍືນຍົງ ແລະ ເຊື່ອມໂຍງກັບພາກພື້ນ”, ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.

ພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມ ແຂວງ ຮ່າຕີ້ງ ແລະ ຄໍາມ່ວນ

ພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມ ແຂວງ ຮ່າຕີ້ງ ແລະ ຄໍາມ່ວນ

ຍສໝ - ຫວ່າງແລ້ວນີ້, ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ນໍາໜ້າ ໂດຍ ທ່ານນາງ ວົງພະຈັນ ສີບຸນເຮືອງ ເລຂາຄະນະຊາວໜຸ່ມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຕີ້ງ.

ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.