ຊາວໜຸ່ມແຂວງຮ່າຕິ້ງ ແລະບໍລິຄໍາໄຊ ແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີ

07:07 | 26/08/2019

ຍສໝ - ໃນຕອນບ່າຍຂອງວັນທີ 24 ສິງຫາ 2019, ໃນຂອບເຂດລາຍການອາສາສະໝັກສາກົນຢູ່ ສປປ ລາວ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງຮ່າຕິ້ງ ໄດ້ມີການໂອ້ລົມສົນທະນາແລກປ່ຽນບົດຮຽນກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄໍາໄຊ.

ຊາວໜຸ່ມແຂວງຮ່າຕິ້ງ ແລະບໍລິຄໍາໄຊ ແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີ

ບັນຍາກາດທີ່ການເຮັດວຽກ.(ພາບ:baohatinh.vn)

ສອງຝ່າຍໄດ້ສຸມໃສ່ແລກປ່ຽນກ່ຽວກັບວຽກງານນໍາພາ, ຊີ້ນໍາ, ການປະຕິຮູບການບໍລິຫານ; ວຽກງານໂຄສະນາເຜີຍແຜ່, ກໍານົດທິດຫາງສຽງ, ສຶກສາອົບຮົມຊາວໜຸ່ມ; ບົດຮຽນໃນວຽກງານກໍ່ສ້າງຊົນນະບົດໃໝ່ ແລະ ອື່ນໆ.

ຊາວໜຸ່ມແຂວງຮ່າຕິ້ງ ແລະບໍລິຄໍາໄຊ ແລກປ່ຽນບົດຮຽນ, ຮັດແໜ້ນຄວາມສາມັກຄີ

ບັນຍາກາດທີ່ການເຮັດວຽກ.(ພາບ:baohatinh.vn)

ທີ່ການເຮັດວຽກ, ສອງຝ່າຍກໍເຫັນດີເປັນເອກະພາບກັນສືບຕໍ່ໂຄສະນາ, ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ສອງແຂວງເວົ້າລວມ ແລະຄະນະຊາວໜຸ່ມເວົ້າສະເພາະ. ນອກຈາກນັ້ນ, ສອງຝ່າຍກໍ່ສືບຕໍ່ຈັດຕັ້ງປະຕິບັດລາຍການກວດ, ແຈກຢາຍຢາໃຫ້ແກ່ປະຊາຊົນແຂວງບໍລິຄໍາໄຊ; ຈັດສົ່ງຄູອາຈານອາສາສະໝັກໄປສອນພາສາຫວຽດນາມໃຫ້ແກ່ປະຊາຊົນ ແລະຊາວໜຸ່ມແຂວງບໍລິຄໍາໄຊ; ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດໜຸ່ມ ສອງ ແຂວງມີໂອກາດຊຸກຍູ້ການຮ່ວມມືລົງທຶນ... ຈາກນັ້ນເພີ່ມທະວີ, ຮັດແໜ້ນການພົວພັນຮ່ວມມື, ມິດຕະພາບແບບພິເສດ ແລະຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ ເວົ້າລວມ, ສອງ ແຂວງ ຮ່າຕິ້ງ - ບໍລິຄໍາໄຊ ເວົ້າສະເພາະ.

(ໄຊພອນ)

ເຫດການ
302 Found

Found

The document has moved here.