ໂຄງການຊາວໜຸ່ມເດີນທະເລອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນປີ SSEAYP 2019 ມາຢ້ຽມຢາມນະຄອນໂຮ່ຈີ໊ມິນ

11:11 | 12/11/2019

ຕອນບ່າຍວັນທີ 10 ພະຈິກ, ທີ່ທ່າກໍາປັ່ນເຕິນກ໋າງ -ຫຽບເຟືອກ (ເມືອງຍ່າແບ່, ນະຄອນໂຮ່ຈີ໊ມິນ) ໄດ້ດໍາເນີນພິທີຕ້ອນຮັບບັນດາຄະນະຜູ້ແທນ ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະຍີ່ປຸ່ນ ຄັ້ງທີ 46 ປີ 2019 (SSEAYP 2019). ຫວຽດນາມ ກໍ່ແມ່ນສະຖານທີ່ທໍາອິດໃນການເດີນທາງຂອງຊາວໜຸ່ມເດີນທະເລ SSEAYP 2019.

ຕອນບ່າຍວັນທີ 10 ພະຈິກ, ທີ່ທ່າກໍາປັ່ນເຕິນກ໋າງ - ຫຽບເຟືອກ (ເມືອງຍ່າແບ່, ນະຄອນໂຮ່ຈີ໊ມິນ) ໄດ້ດໍາເນີນພິທີຕ້ອນຮັບບັນດາຄະນະຜູ້ແທນ ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊີຕາເວັນອອກສ່ຽງໃຕ້ ແລະຍີ່ປຸ່ນ ຄັ້ງທີ 46 ປີ 2019 (SSEAYP 2019). ຫວຽດນາມ ກໍ່ແມ່ນສະຖານທີ່ທໍາອິດໃນການເດີນທາງຂອງຊາວໜຸ່ມເດີນທະເລ SSEAYP 2019.

ໂຄງການຊາວໜຸ່ມເດີນທະເລອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນປີ SSEAYP 2019 ມາຢ້ຽມຢາມນະຄອນໂຮ່ຈີ໊ມິນ

ຄະນະຊາວໜຸ່ມ ຫວຽດນາມ ທີ່ SSEAYP 2019. (ພາບ: thanhnien.vn)

ໂຄງການຊາວໜຸ່ມເດີນທະເລໂດຍແມ່ນລັດຖະບານ 10 ປະເທດສະມາຊິກອາຊຽນ ແລະລັດຖະບານ ຍີ່ປຸ່ນ ຈັດຕັ້ງມາແຕ່ປີ 1974 ແລະຫວຽດນາມ ເລີ່ມຕົ້ນເຂົ້າຮ່ວມໃນປີ 1995. ລາຍການນີ້ໄດ້ກາຍເປັນມູນເຊື້ອ, ແມ່ນຂົວເຊື່ອມຕໍ່ອັນດີງາມລະຫວ່າງຊາວໜຸ່ມຮຸ່ນຕ່າງໆຢູ່ບັນດາປະເທດໃນພາກພື້ນ. ປີນີ້, ກຳປັ່ນ Nippon Maru (ຍີ່ປຸ່ນ) ຂົນສົ່ງຜູ້ແທນ SSEAYP 2019 328 ຄົນ ແລະບັນດາຊາວໜຸ່ມດີເດັ່ນຂອງ 10 ປະເທດໃນກຸ່ມ ອາຊຽນ ແລະ ຍີ່ປຸ່ນການເດີນທະເລໃຊ້ເວລາກວ່າ 50 ວັນ, ໄປຜ່ານ 5 ປະເທດ, ຄື: ຍີ່ປຸ່ນ, ຫວຽດນາມ, ສິງກະໂປ, ບຣູໄນ, ມາເລເຊຍ ແລະມຽນມາ.

ທ້າວ Nana Tsukamoto, ຄະນະຜູ້ແທນຊາວໜຸ່ມ ຍີ່ປຸ່ນໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກໂດຍບັງເອີນ ແລະ ຕື່ນເຕັ້ນຫຼາຍເມື່ອມາຮອດນະຄອນໂຮ່ຈີມິນ ແລະ ຂ້າພະເຈົ້າໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຫວຽດນາມ. ມັນເປັນສິ່ງທີ່ດີ ແລະ ໂຊກດີສຳລັບຂ້ອຍ ທີ່ໄດ້ມາຢ້ຽມຢາມຫວຽດນາມ ທີ່ຮັກຂອງເຈົ້າເປັນຄັ້ງທຳອິດ”.

ຢູ່ນະຄອນໂຮ່ຈີ໊ມິນ, ໃນລະຫວ່າງວັນທີ 10-13 ພະຈິກ, ຜູ້ແທນຊາວໜຸ່ມເດີນທະເລ SSEAYP 2019 ຈະເຂົ້າຮ່ວມສະແດງສິລະປະ, ພົບປະແລກປ່ຽນວັດທະນະທໍາກັບຊາວໜຸ່ມນະຄອນໂຮ່ຈີ໊ມິນ ຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ສູນສື່ມວນຊົນນະຄອນໂຮ່ຈີ໊ມິນ...

ນີ້ແມ່ນໂຄງການໜຶ່ງ ທີ່ຈະເຮັດໃຫ້ບັນດາຜູ້ແທນປະເທດເຂົ້າຮ່ວມ ໄດ້ຮູ້ ແລະ ຜ່ານພຶດຕິກຳຕົວຈິງຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ ແລະ ຄວາມງາມຂອງຊີວິດປະຈຳ ວັນຂອງຊາວຫວຽດນາມເວົ້າລວມ ແລະ ຊາວນະຄອນໂຮ່ຈິມິນເວົ້າສະເພາະ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.