ສະຫະພັນແຂວງເງະອານ ລົງນາມໃນໂຄງການຮ່ວມມືກັບສະຫະພັນຊາວໜຸ່ມ 3 ແຂວງ ຂອງ ສປປ.ລາວ

13:45 | 07/10/2019

ຍສມ - ຕອນບ່າຍວັນທີ 5 ຕຸລາ, ຄະນະຊາວໜຸ່ມ ແຂວງເງ້ອານ ໄດ້ຈັດກອງປະຊຸມພົບປະແລກປ່ຽນມິດຕະພາບ ກັບຊາວໜຸ່ມ ແຂວງເງ້ອານ ແລະ ຊາວໜຸ່ມ ຢູ່ 3 ແຂວງ ຂອງ ສປປ.ລາວ ຄື: ແຂວງຊຽງຂວາງ, ບໍລິຄຳໄຊ ແລະ ຫົວພັນ.

ໃນຊຸມປີຜ່ານມາ, ຊາວໜຸ່ມ ແຂວງເງ້ອານ ຍາມໃດກໍ່ເອົາໃຈໃສ່ ແລະ ບຸກບືນພະຍາຍາມຮັກສາ ຄວາມມູນເຊື້ອມິດຕະພາບ ຫວຽດນາມ - ລາວ ດ້ວຍບັນດາວຽກງານຕົວຈິງ. ໃນລາຍການເຮັດວຽກປະຈຳປີ, ຄະນະປະຈຳພັກແຂວງ ໄດ້ເອົາໃຈໃສ່ຊີ້ນຳໃຫ້ຄະນະຊາວໜຸ່ມບັນດາເມືອງ ແບ່ງປັນເຂດຊາຍແດນ ເຊິ່ງຮ່ວມກັນຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ. ພ້ອມກັນນັ້ນ, ຄະນະຊາວໜຸ່ມ ແຂວງເງ້ອານໄດ້ຮັບໜ້າທີ່ຈາກສູນກາງຊາວໜຸ່ມກໍ່ສ້າງ ແລະ ຖ່າຍທອດວິທະຍາສາດແລະເຕັກໂນໂລຢີ ຢູ່ບ້ານຊາວໜຸ່ມມິດຕະພາບຫວຽດນາມ - ລາວແຂວງບໍລິຄຳໄຊ.

ສະຫະພັນແຂວງເງະອານ ລົງນາມໃນໂຄງການຮ່ວມມືກັບສະຫະພັນຊາວໜຸ່ມ 3 ແຂວງ ຂອງ ສປປ.ລາວ

ທັດສະນີຍະພາບກອງປະຊຸມ. (ພາບ: baonghean.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ທອງມະນີ ໂຄດຍັນຍາ - ຄະນະກຳມະການສູນກາງພັກ, ເລຂາພັກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ມີຫຼາຍໂຄງການຮ່ວມມືລະຫວ່າງສອງແຂວງກ່ຽວກັບເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການສະໜັບສະໜູນ ຢ່າງແຮງຈາກປະຊາຊົນແຂວງບໍລິຄຳໄຊ. ໂດຍສະເພາະ, ໂດຍການຢ້ຽມຢາມ ແລະ ຖ່າຍທອດວິທະຍາສາດແລະເຕັກໂນໂລຢີ ໂດຍກົງຈາກຕາມຮູບແບບພັດທະນາເສດຖະກິດຂອງຊາວໜຸ່ມ ແຂວງເງ້ອານ ໄດ້ຊ່ວຍໃຫ້ ບັນດາສະມາຊິກສະຫະພັນຊາວໜຸ່ມໃນແຂວງ ສາມາດປະດິດສ້າງຫຼາຍຮູບແບບທີ່ມີປະສິດທິຜົນ.

ສະຫະພັນແຂວງເງະອານ ລົງນາມໃນໂຄງການຮ່ວມມືກັບສະຫະພັນຊາວໜຸ່ມ 3 ແຂວງ ຂອງ ສປປ.ລາວ

ສະຫະພັນແຂວງເງະອານ ລົງນາມໃນໂຄງການຮ່ວມມືກັບສະຫະພັນຊາວໜຸ່ມ 3 ແຂວງ ຂອງ ສປປ.ລາວ. (ພາບ: baonghean.vn)

ຜູ້ຕາງໜ້າຂອງຄະນະຊາວໜຸ່ມ ສອງແຂວງຫົວພັນ ແລະ ແຂວງຊຽງຂວາງ ກໍ່ສະແດງຄວາມປາດຖະ ໜາ ຢາກໄດ້ຮັບການສະໜັບສະໜູນ ຈາກແຂວງ ເງະອານ ໂດຍທົ່ວໄປແລະສະຫະພັນຊາວ ໜຸ່ມ ແຂວງ ເງະອານ, ໂດຍສະເພາະແມ່ນສືບຕໍ່ໃຫ້ການຊ່ວຍເຫຼືອ ກຳລັງຊາວໜຸ່ມທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ແບບວິທີກໍ່ສ້າງບັນດາຮູບແບບເສດຖະກິດໃນໄລຍະໃໝ່. ໂດຍສະເພາະແມ່ນທັກສະ ແລະ ຄວາມຮູ້ເພື່ອຍົກສູງປະສິດທິຜົນ ແລະ ເຮັດໃຫ້ການເຄື່ອນໄຫວຂອງສະຫະພັນຊາວໜຸ່ມ, ທີມງານ ແລະ ສະມາຄົມເຂົ້າສູ່ລວງເລິກ, ປະກອບສ່ວນເຂົ້າໃນການບຳລຸງສ້າງ ການພົວພັນມິດຕະພາບລະຫວ່າງຊາວໜຸ່ມ ແຂວງເງ້ອານ ແລະ 3 ແຂວງ ຂອງປະເທດລາວ. ໂດຍສະເພາະແມ່ນ ເຍົາວະຊົນຂອງສອງປະເທດ ກໍ່ນັບມື້ນັບດີຂື້ນເລື້ອຍໆ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.