ຊາວໜຸ່ມ ສອງ ປະເທດ ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ

07:00 | 05/09/2019

ໃນຕອນບ່າຍຂອງວັນທີ 04 ກັນຍາ 2019, ທ່ານ ບຸຍກວາງຮີວ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະມາຄົມນັກສຶກສາ ຫວຽດນາມ ໄດ້ຕ້ອນຮັບຄະນະພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ໂດຍທ່ານ ຄຳໄຊ ຍະວົງສີ, ຮອງເລຂາຄະນະຊາວໜຸ່ມແຂວງ ວຽງຈັນ ເປັນຫົວໜ້າຄະນະ.

ຊາວໜຸ່ມ ສອງ ປະເທດ ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ

ບັນຍາກາດທີ່ການຕ້ອນຮັບ.(ພາບ: doanthanhnien.vn)

ທີ່ການຕ້ອນຮັບ, ທ່ານ ບຸຍກວາງຮີວ ໄດ້ຢືນຢັນວ່າ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ, ຕີລາຄາສູງການຮ່ວມມືມິດຕະພາບກັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນ ຫາກຍັງຢູ່ຂັ້ນແຂວງ, ນະຄອນ, ທ້ອງຖິ່ນ, ພິເສດແມ່ນບັນດາຫົວໜ່ວຍທີ່ຕິດກັບຊາຍແດນ 2 ປະເທດ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຢ່າງແໜ້ນແຟ້ນ ຜັນຂະຫຍາຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍໄລຍະປີ 2017 – 2022 ດ້ວຍບັນດາເນື້ອໃນ, ໂຄງການທີ່ມີຄວາມໝາຍແທດຈິງສຳລັບອົງການຊາວໜຸ່ມ ແລະ ເຍົາວະຊົນອະນຸຊົນ 2 ປະເທດ.

ສ່ວນ ທ່ານ ບຸຍກວາງຮີວ ປາດຖະໜາຢາກໃຫ້ ຄະນະຊາວໜຸ່ມ 2 ປະເທດສືບຕໍ່ເສີມຂະຫຍາຍບັນດາທ່າແຮງຂອງແຕ່ລະຝ່າຍ, ເປັນເຈົ້າການຊອກຫາວິທີປະຕິບັດທີ່ດີ, ຮູບການຮ່ວມມືໃໝ່, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງວຽກງານສຶກສາມູນເຊື້ອກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນຊາວໜຸ່ມ, ເຍົາວະຊົນ, ອະນຸຊົນແຕ່ລະປະເທດ, ຖືນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນ ເພື່ອເພີ່ມພູນຄູນສ້າງເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.

ຊາວໜຸ່ມ ສອງ ປະເທດ ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອແບບພິເສດ

ບັນຍາກາດທີ່ການພົບປະເຈລະຈາ. (ພາບ: ຫງວຽນຕ໊ວນຮຸຍ)

ຕອນບ່າຍວັນທີ 3 ກັນຍາ, ທີ່ຮ່າໂນ້ຍ, ຄະນະຊາວໜຸ່ມກອງທັບ ໄດ້ຈັດຕັ້ງການພົບປະເຈລະຈາ, ແລກປ່ຽນວິຊາສະເພາະວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ປີ 2019. ການພົບປະເຈລະຈາແມ່ນໜຶ່ງໃນບັນດາກິດຈະກໍານອນໃນໂຄງການຝຶກອົບຮົມຂອງຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມຂອງກອງທັບປະຊາຊົນລາວ ໄດ້ດໍາເນີນມາເປັນເວລາເກືອບ 1 ເດືອນຢູ່ຮ່າໂນ້ຍ.

ບົນເນື້ອໃນຈິດໃຈເປີດອົກເປີດໃຈ, ບັນດາຜູ້ແທນທີ່ເຂົ້າຮ່ວມການພົບປະເຈລະຈາໄດ້ແລກປ່ຽນຢ່າງຄຶກຄື້ນກ່ຽວກັບຫຼາຍເນື້ອໃນ, ພິເສດແມ່ນບັນດາສະມາຊິກໃນຄະນະໄດ້ຕັ້ງຄໍາຖາມໃຫ້ຜູ້ແທນກ່ຽວກັບບາງບັນຫາໃນວຽກງານກໍ່ສ້າງ, ຈັດຕັ້ງວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມໃນກອງທັບປະຊາຊົນຫວຽດນາມ, ກອງທັບປະຊາຊົນລາວ; ແລກປ່ຽນບົດຮຽນໃນການກໍ່ສ້າງ, ຈັດຕັ້ງອົງການຊາວໜຸ່ມຢູ່ຂັ້ນຮາກຖານ; ແບ່ງປັນບົດຮຽນຕົວຈິງໃນການຈັດຕັ້ງຂະບວນການເຄື່ອນໄຫວປະຕິວັດ, ຂະບວນການແຂ່ງຂັນໃຫ້ແກ່ຊາວໜຸ່ມຢູ່ກົມກອງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.