ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ

14:12 | 23/08/2019

ຍສໝ - ວັນທີ 23 ສິງຫາ, ຢູ່ ນະຄອນ ຮະລ໋ອງ, ອົງການຊາວໜຸ່ມແຂວງ ໄດ້ຈັດກອງປະຊຸມ ພົບປະ“ ບົດບາດຂອງຊາວໜຸ່ມ ໃນການເລີ່ມທຸລະກິດ ທີ່ມີຫົວຄິດປະດິດສ້າງ ແລະ ພັດທະນາບັນດາຮູບແບບເສດຖະກິດ ຢູ່ ທ້ອງຖິ່ນ” ກັບ ຄະນະຜູ້ແທນຊາວໜຸ່ມ ຂອງ 3 ແຂວງພາກເໜືອຂອງລາວຄື: ແຂວງຫົວພັນ, ໄຊຍະບູລີ ແລະ ຫລວງພະບາງ.

ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ

ຜູ້ຕາງໜ້າ ການນຳ ຂອງອົງການຊາວໜຸ່ມແຂວງກວ້າງນິງ ແລະ ສາມແຂວງພາກເໜື ຂອງລາວ ຄື: ແຂວງຫົວພັນ, ເມືອງໄຊຍະບູລີ, ຫຼວງພະບາງ ຮ່ວມເປັນປະທານກອງປະຊຸມພົບປະ ແລະ ປຶກສາຫາລື.

ຈັດຕັ້ງປະຕິບັດຕາມບົດບັນທຶກຊ່ວຍຈຳ ລະຫວ່າງ ອົງການຊາວໜຸ່ມແຂວງກວ້າງນິງ ແລະ ອົງການຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫົວພັນ, ໄຊຍະບູລີ, ຫຼວງພະບາງ, ແຕ່ລະປີ, ອົງການຊາວໜຸ່ມແຂວງ ຕ້ອງໄດ້ຈັດຕັ້ງກອງປະຊຸມພົບປະແລກປ່ຽນ ດ້ວຍກິດຈະກຳກໍ່ຄືການເຄື່ອນໄຫວທີ່ອຸດົມສົມບູນ. ພ້ອມກັນນັ້ນ, ຈັດລາຍການພົບປະເຈລະຈາ, ເວທີປາໄສ ດ້ວຍຫົວຂໍ້ທີ່ມີຄວາມໝາຍ, ແທດຈິງ ເພື່ອເພີ່ມທະວີການແລກປ່ຽນ, ຮຽນຮູ້ປະສົບການ ແລະຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານກໍ່ຄືການຜັນຂະຫຍາຍພາລະກິດຂອງອົງການ ແລະ ຂະບວນການຂອງເຍົາວະຊົນ. ແຕ່ນັ້ນ, ຮັດແໜ້ນ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງ ປະຊາຊົນຫວຽດນາມ ແລະ ລາວ.

ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ

ສະມາຊິກຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ເຂົ້າຮ່ວມການພົບປະ ແລະ ປຶກສາຫາລືຄັ້ງນີ້ ເປັນຈຳນວນຫຼວງຫຼາຍ.

ທີ່ກອງປະຊຸມພົບປະ ແລະ ປຶກສາຫາລື, ບັນດາຜູ້ແທນ ແລະ ສະມາຊິກຊາວໜຸ່ມ ໄດ້ຮັບຟັງການໂອ້ລົມ, ສົນທະນາ, ປຶກສາຫາລື, ຊົມວິດີໂອແນະນຳ ກ່ຽວກັບບັນດາຮູບແບບການພັດທະນາທຸລະກິດ, ເສດຖະກິດ ທີ່ມີປະສິດທິຜົນ ຢູ່ ບັນດາທ້ອງຖິ່ນ, ຮູບແບບການເຄື່ອນໄຫວຂອງອົງການຊາວໜຸ່ມ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມ ຂະບວນການລິເລີ່ມທຸລະກິດກໍ່ຄືວິຊາຊີບ, ການລິເລີ່ມ ທີ່ມີຫົວຄິດປະດິດສ້າງຂອງໄວໜຸ່ມ. ພ້ອມກັນນັ້ນ, ແນະນຳ, ໂຄສະນາ ທ່າແຮງຂອງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການທ່ອງທ່ຽວ ຢູ່ ບັນດາທ້ອງຖິ່ນ ເພື່ອເພີ່ມທະວີການເຊື່ອມຕໍ່, ກໍ່ສ້າງລາຍການຮ່ວມມືພັດທະນາ ລະຫວ່າງ ບັນດາວິສາຫະກິດຂອງຊາວໜຸ່ມ ບັນດາແຂວງເວົ້າສະເພາະ ແລະ ສອງປະເທດຫວຽດນາມ - ລາວ ເວົ້າລວມ.

ໃນຂອບເຂດລາຍການແລກປ່ຽນຊາວໜຸ່ມແຂວງກວ້າງນິງ ແລະ ບັນດາແຂວງພາກເໜືອຂອງລາວ ປີ 2019, ຈະດຳເນີນໄປ ນັບແຕ່ວັນທີ 23 - 26 ສິງຫາ, ຢູ່ ແຂວງກວ້າງນິງ, ຄະນະຊາວໜຸ່ມ 3 ແຂວງພາກເໜືອລາວ ຈະເຂົ້າຮ່ວມ ການທ່ອງທ່ຽວ ແລະ ຢ້ຽມຊົມ ອາຄານວັດທະນະທຳ ແລະ ທ່ອງທ່ຽວອັນພົ້ນເດັ່ນຂອງແຂວງຈຳນວນໜຶ່ງ, ພົບປະແລກປ່ຽນໃນກິດຈະກຳ ບານເຕະຊາວໜຸ່ມ ຫວຽດນາມ - ລາວ, ເຂົ້າຮ່ວມກິດຈະກຳ ອາສາສະໝັກຈຳນວນໜຶ້່ງ ຢູ່ ນະຄອນ ເກິ້ມຟ໋າ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.