ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

09:13 | 10/10/2019

ຍສໝ - ໃນວັນທີ 09 ຕຸລາ 2019, ຢູ່ແຂວງ ບັ໊ກນິງ ສສ ຫວຽດນາມ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ”.

ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ ສອງປະເທດໃນການເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່ລະຫວ່າງຫວຽດນາມ - ລາວ

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ຖ່າຍຮູບລວມ. (ພາບ:bacninh.gov.vn)

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການຊາວໜຸ່ມ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງອົງການຊາວໜຸ່ມສອງປະເທດ. ທີ່ການໂອ້ລົມສົນທະນາ, ທ່ານຫົວໜ້າຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງເລຂາຄະນະພັກແຂວງອັດຕະປື ຄຳພາສີ ເວັນມະສອນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນເຊິ່ງກັນແລະກັນ ກ່ຽວກັບສະພາບການຊາວໜຸ່ມ, ຮ່ຳຮຽນເອົາບົດຮຽນເຊິ່ງກັນແລະກັນໃນຂົງເຂດຊາວໜຸ່ມ ແລະ ຂະບວນການເຍົາວະຊົນ; ແບ່ງປັນບັນດາຮູບແບບການຮ່ວມມື.

(ໄຊພອນ)

ເຫດການ
302 Found

Found

The document has moved here.