ຄະນະຜູ້ແທນສະຫະພັນຊາວໜຸ່ມກອງທັບ ປະຊາຊົນລາວ ໄປຢ້ຽມຢາມໂຮງຮຽນ ພະລາທິການກອງທັບຫວຽດນາມ

07:55 | 28/09/2019

ຍສໝ - ຕອນບ່າຍວັນທີ 25 ກັນຍາ, ຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ, ພົບປະ ແລະແລກປ່ຽນບົດຮຽນຢູ່ວິທະຍາຄານພະລາທິການ.

ທີ່ການພົບປະແລກປ່ຽນ, ທ່ານພົນຈັດຕະວາ ເລຫງວຽນເດືອງ, ຮອງຫົວໜ້າການເມືອງວິທະຍາຄານພະລາທິການ ຖືວ່າ, ການພົບປະ, ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຊາວໜຸ່ມ, ຂະບວນການຊາວໜຸ່ມແມ່ນກິດຈະກໍາທີ່ມີຄວາມໝາຍຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຊາວໜຸ່ມກອງທັບສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ຄະນະຜູ້ແທນສະຫະພັນຊາວໜຸ່ມກອງທັບ ປະຊາຊົນລາວ ໄປຢ້ຽມຢາມໂຮງຮຽນ ພະລາທິການກອງທັບຫວຽດນາມ

ບັນຍາກາດທີ່ການພົບປະແລກປ່ຽນ. (ພາບ: qdnd.vn)

ທ່ານພົນຈັດຕະວາ ເລຫງວຽນເດືອງ ສະແດງຄວາມເຊື່ອໝັ້ນວ່າ ຜ່ານບັນດາການແລກປ່ຽນ, ແບ່ງປັນບົດຮຽນ, ບັນດາພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງກອງທັບສອງປະເທດຈະຮໍ່າຮຽນໄດ້ຫຼາຍຮູບແບບທີ່ດີ, ວິທີເຮັດຢ່າງມີປະສິດທິຜົນເພື່ອໝູນໃຊ້, ຜັນຂະຫຍາຍເຂົ້າໃນສະພາບການຕົວຈິງຂອງການເຄື່ອນໄຫວວຽກງານຊາວໜຸ່ມ, ຂະບວນການຊາວໜຸ່ມຂອງກົມກອງຕົນເອງ.

ເນື່ອງໃນໂອກາດນີ້, ຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມກອງທັບປະຊາຊົນລາວ ໄດ້ຊອກຮູ້ກ່ຽວກັບຮູບແບບເຄື່ອນໄຫວຂອງບັນດາສະໂມສອນດົນຕີ, ພາສາອັງກິດ, ທິດສະດີໜຸ່ມຂອງໄວໜຸ່ມວິທະຍາຄານພະລາທິການ.

ຄະນະຜູ້ແທນສະຫະພັນຊາວໜຸ່ມກອງທັບ ປະຊາຊົນລາວ ໄປຢ້ຽມຢາມໂຮງຮຽນ ພະລາທິການກອງທັບຫວຽດນາມ

ບັນດາພະນັກງານວິທະຍາຄານພະລາທິການຖ່າຍຮູບລວມກັບຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມກອງທັບປະຊາຊົນລາວ. (ພາບ: qdnd.vn)

ກ່າວຄໍາເຫັນທີ່ການພົບປະແລກປ່ຽນ, ທ່ານພັນໂທ ທານິນ ບຸນເນົາ, ຫົວໜ້າຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມກອງທັບປະຊາຊົນລາວ ໃຫ້ຮູ້ວ່າ, ທີ່ບັນດາການພົບປະແລກປ່ຽນ, ບັນດາຄໍາຄິດເຫັນຂອງຄະນະພະນັກງານທີ່ເຮັດວຽກງານຊາວໜຸ່ມກອງທັບປະຊາຊົນລາວ ລ້ວນແຕ່ຕີລາຄາວ່າວິທະຍາຄານພະລາທິການບໍ່ພຽງແຕ່ແມ່ນສະພາບແວດລ້ອມເພື່ອໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະເທົ່ານັ້ນ ຫາກຍັງແມ່ນສະພາບແວດລ້ອມທີ່ດີເພື່ອສ້າງບັນດາທັກສະໃນການດຳລົງຊີວິດ...

(ຄຳຮຸ່ງ)

302 Found

Found

The document has moved here.