ສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຂວງກາເມົາ

06:57 | 15/10/2019

ຕອນເຊົ້າວັນທີ 13 ຕຸລາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດເດິດມຸ໊ຍ (ແຂວງກາເມົາ), ສູນກາງສະຫະພັນຊາວໜຸ່ມຫວຽດນາມ ສົມທົບກັບບໍລິສັດຫຸ້ນສ່ວນການບິນ Vietjet, ໜັງສືພິມແທັງນຽນ ຈັດຕັ້ງລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ປີ 2019. ລາຍການມີການເຂົ້າຮ່ວມຂອງສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນ.

ພາຍຫຼັງພິທີ, ບັນດາຜູ້ແທນ ແລະສະມາຊິກສະມາຄົມ, ຊາວໜຸ່ມດີເດັ່ນໄດ້ເຂົ້າຮ່ວມບັນດາກິດຈະກໍາທີ່ມີຄວາມໝາຍຄື: ປະຕິບັດກິດຈະກໍາຊາວໜຸ່ມ “ໄຕ້ໄຟຢູ່ເສັ້ນທາງຊົນນະບົດ” ແລະລາຍການ “ຈົ່ງເຮັດໃຫ້ທະເລສະອາດ”; ຢ້ຽມຢາມເຂດທ່ອງທ່ຽວແຫຼມກາເມົາ...

ສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຂວງກາເມົາ
ບັນດາຊາວໜຸ່ມເຂົ້າຮ່ວມລາຍການ. ພາບ: ຢ້ຽວຖຸຍ.

ລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ແມ່ນກິດຈະກໍາຈຸດສຸມເພື່ອຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະພັນຊາວໜຸ່ມຫວຽດນາມ ຄັ້ງທີ VIII, ອາຍຸການ 2019 – 2024.

ສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຂວງກາເມົາ
ຄະນະຈັດຕັ້ງມອບທວນໄຟລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ໃຫ້ນະຄອນໂຮ່ຈີມິນ.ພາບ: ຢ້ຽວຖຸຍ.
ສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຂວງກາເມົາ
ຄະນະຈັດຕັ້ງມອບທຸງຊາດ 100 ຜືນ ໃຫ້ຊາວປະມົງເດິດມຸ໊ຍ. ພາບ: ຢ້ຽວຖຸຍ.
ສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຂວງກາເມົາ
ບັນດາຊາວໜຸ່ມເຂົ້າຮ່ວມການຈັດແຜນທີ່ຫວຽດນາມ. ພາບ: ຢ້ຽວຖຸຍ.
ສະມາຊິກສະມາຄົມ, ຊາວໜຸ່ມເກືອບ 1000 ຄົນເຂົ້າຮ່ວມລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ຢູ່ແຂວງກາເມົາ
ປະຕິບັດລາຍການ “ຈົ່ງເຮັດໃຫ້ທະເລສະອາດ”. ພາບ: ຢ້ຽວຖຸຍ.

ຜ່ານລາຍການນີ້, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຮຽກຮ້ອງຈິດໃຈປະຈັນບານ, ຫົວຄິດປະດິດສ້າງ, ສຶກສາອົບຮົມມູນເຊື້ອ, ຈິດໃຈຮັກຊາດ, ເພີ່ມພູນຄູນສ້າງຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດໃຫ້ແກ່ໄວໜຸ່ມ; ເປັນແບບຢ່າງຊາວໜຸ່ມໃນຍຸກສະໄໝໃໝ່ ແລະຈິດໃຈອາສາສະໝັກຂອງຊາວໜຸ່ມຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດສັງຄົມ...

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.