ຍສໝ - ໃນຕອນບ່າຍຂອງວັນທີ 24 ສິງຫາ 2019, ໃນຂອບເຂດລາຍການອາສາສະໝັກສາກົນຢູ່ ສປປ ລາວ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແຂວງຮ່າຕິ້ງ ໄດ້ມີການໂອ້ລົມສົນທະນາແລກປ່ຽນບົດຮຽນກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄໍາໄຊ.
ຍສໝ - ວັນທີ 23 ສິງຫາ, ຢູ່ ນະຄອນ ຮະລ໋ອງ, ອົງການຊາວໜຸ່ມແຂວງ ໄດ້ຈັດກອງປະຊຸມ ພົບປະ“ ບົດບາດຂອງຊາວໜຸ່ມ ໃນການເລີ່ມທຸລະກິດ ທີ່ມີຫົວຄິດປະດິດສ້າງ ແລະ ພັດທະນາບັນດາຮູບແບບເສດຖະກິດ ຢູ່ ທ້ອງຖິ່ນ” ກັບ ຄະນະຜູ້ແທນຊາວໜຸ່ມ ຂອງ 3 ແຂວງພາກເໜືອຂອງລາວຄື: ແຂວງຫົວພັນ, ໄຊຍະບູລີ ແລະ ຫລວງພະບາງ.
ຍສໝ - ໃນຂອບເຂດລາຍການ ພົບປະມິດຕະພາບ ລະຫວ່າງ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ກອມມູນິດໂຮ່ຈີມິນ ແຂວງກວາ້ງຈິ (ສສ ຫວຽດນາມ) ແລະ ຄະນະບໍລິຫານງານສະຫະພັນຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງສະຫວັນນະເຂດ (ສປປ ລາວ), ໃນຕອນບ່າຍວັນທີ 22 ສິງຫາ 2019, ທີ່ສູນປະຊຸມຊາວໜຸ່ມແຂວງກວ້າງຈິ, ໄດ້ຈັດກອງປະຊຸມພົບປະແລກປ່ຽນປະສົບການ ຂອງສະຫະພັນຊາວໜຸ່ມ ແລະ ການເຄື່ອນໄຫວຊາວໜຸ່ມ ລະຫວ່າງ ສະຫະພັນຊາວໜຸ່ມແຂວງກວ້າງຈິ - ສະຫວັນນະເຂດ ປະຈຳ ປີ 2019 . ຮອງເລຂາຄະນະປະຈຳພັກ ຫງວ໋ຽນ ດັງ ກວາງ;ຮອງປະທານສະພາປະຊາຊົນແຂວງ ຫງວ໋ຽນ ດຶກ ຢຸ໋ງ ກໍ່ໄດ້ເຂົ້າຮ່ວມ.
ຍສໝ - ວັນທີ 20 ສິງຫາ, ສະຖາບັນຊາວໜຸ່ມ ຫວຽດນາມໄດ້ຈັດຕັ້ງກອງປະຊຸມ ສົນທະນາ “ຄວາມຮັບຜິດຊອບ ແລະ ບົດບາດຂອງຊາວໜຸ່ມ ສອງປະເທດໃນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີແຫ່ງມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ”.
ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA) ຈັດງານສະເຫຼີມສະຫຼອງວັນໄວໜຸ່ມສາກົນ (IYD) ຄົບຮອບ 20 ປີ (12/8/1999–12/8/2019) ພາຍໃຕ້ຫົວຂໍ້: ພັດທະນາການສຶກສາ ພັດທະນາຊີວິດ ” ເພື່ອເນັ້ນໜັກໃສ່ການສຶກສາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ລວມທັງໃຫ້ການສຶກສາມີຄວາມເປັນເອກະພາບ ແລະ ສະເໝີພາບ ຈັດຂຶ້ນໃນວັນທີ 14 ສິງຫາ 2019 ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໂດຍການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ທ່ານນາງ Mariam A. Khan ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ພ້ອມດ້ວຍບັນດາຫົວໜ້າກົມໄວໜຸ່ມ ແລະ ພາກສ່ວນກ່ຽວຂ້ອງ.
ຕອນເຊົ້າຂອງວັນທີ 9 ສິງຫາ 2019 ນີ້, ຢູ່ທີ່ສວນມິດຕະພາບຫົວພັນ-ກວ້າງນິງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫົວພັນນຳໂດຍ ສະຫາຍ ວົງເພັດ ບຸນມະນີ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ໄດ້ຈັດຕັ້ງພິທີເປີດສູນຮັບບໍລິຈາກເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຈາກພາຍຸວິພາໃນລະຫວ່າງວັນທີ 2 – 5 ສິງຫາຜ່ານມາຢູ່ເມືອງວຽງໄຊແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ມີບັນດາທ່ານໃນການນຳແຂວງ, ເມືອງວຽງໄຊ, ເມືອງຊຳເໜືອ, ຄະນະບໍລະຫານງານຊາວໜຸ່ມແຂວງ, ເມືອງ, ພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມນຳ.
ພິທີໄຂຂະບວນການເຄື່ອນໄຫວກິດຈະກຳ ຂອງອາສາສະໝັກຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ຊາວໜຸ່ມນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 1 ສິງຫາຜ່ານມານີ້ ຢູ່ໂຮງຮຽນປະຖົມບ້ານນາພອກ ເມືອງໄຊທານີ ນວ ໂດຍມີທ່ານນາງ ສຸມາລີ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນວ ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ ທ່ານ ຫງຽນ ດຶກ ຕຽນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກອມມູນິດໂຮ່ຈິມິງ ນະຄອນຫຼວງຮ່າໂນ້ຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນຊຸມມື້ຜ່ານມາ, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ໄດ້ປະຕິບັດຫຼາຍກິດຈະກຳ ອາສາສະໝັກ ທີ່ມີຄວາມໝາຍ ແລະ ແທດກັບຕົວຈິງ ຢູ່ເມືອງໄຊທານີ (ນະຄອນຫຼວງວຽງຈັນ, ສປປລາວ) ເພື່ອເສີມສ້າງຄວາມສາມັກຄີ ຂອງສາຍພົວພັນມິດຕະພາບຫວຽດນາມ - ລາວເວົ້າລວມ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຊາວໜຸ່ມ ສອງປະເທດເວົ້າສະເພາະ.
ໃນທ້າຍອາທິດທີ່ຜ່ານມາ ຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຄໍາມ່ວນ ໄດ້ເຄື່ອນໄຫວ ພົບປະຢ້ຽມຢາມແລກປ່ຽນບົດຮຽນກັບຄະນະຊາວໜຸ່ມແຂວງກວາງບິ່ງ ສສ ຫວຽດນາມ .
ໃນທ້າຍອາທິດທີ່ຜ່ານມານີ້, ຢູ່ແຂວງສາລະວັນ ທ່ານ ຈັນສີລອນ ສີສົມບູນ ເລຂາຄະນະຊາວໜຸ່ມແຂວງສາລະວັນພ້ອມຄະນະ ແລະທ່ານ ຫງວຽນ ບ໋າ ຢັວນ ຫົວໜ້າຂະແໜງໂຄສະນາສຶກສາ ຊາວໜຸ່ມນະຄອນດາໜັງ ສສ ຫວຽດນາມພ້ອມຄະນະໄດ້ຮ່ວມກັນຈັດກິດຈະກຳກວດສຸຂະພາບທົ່ວໄປ ແລະຈ່າຍຢາໃຫ້ກັບພໍ່ແມ່ປະຊາຊົນໂດຍບໍ່ເສຍຄ່າຢູ່ທີ່ເດີນໂຮງຮຽນ ມັດທະຍົມຕົ້ນ ບ້ານໝາກນາວໄຫ່ຍ ເມືອງສາລະວັນໂດຍມີຕາງໜ້າຄະນະປະຈຳພັກເມືອງ, ຕາງໜ້າໂຮງໝໍແຂວງ, ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຍສໝ - ໃນຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ.
ຍສໝ - ຕອນເຊົ້າວັນທີ 29 ກໍລະກົດ, ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີອອກທັບຄະນະຊາວໜູ່ມສາສະໝັກ ດ້ວຍຫົວຂໍ້ “ ໄວໜຸ່ມຮ່ວມກັນເພື່ອເສີມສ້າງນ້ຳໃຈມິດຕະພາບ” ຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ລາວ.
ຍສໝ - ໃນວັນທີ 19 ກໍລະກົດ 2019, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ (AMMY) ຄັ້ງທີ 11 ແລະ ກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ + 3 ຄັ້ງທີ 7.
ສູນກາງຊາວໜຸ່ມ ປະຊາ ຊົນປະຕິວັດລາວ (ສຊປລ) ໃນນາມຮັບຜິດຊອບວຽກງານຊາວໜຸ່ມອາຊຽນໄດ້ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂຶ້ນໃນວັນທີ 18 ກໍລະກົດ ນີ້, ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ຊາວໜຸ່ມອາຊຽນບວກສາມ ຄັ້ງທີ 7 (Prep-SOM for AMMY+3) ທີ່ຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ.
ໃນວັນທີ 19 ກໍລະກົດ 2019, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍບົດບາດຊາວໜຸ່ມໃນການພັດທະນາໃຫ້ຍືນຍົງ ແລະ ເຊື່ອມໂຍງກັບພາກພື້ນ”, ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.
ຍສໝ - ຫວ່າງແລ້ວນີ້, ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ນໍາໜ້າ ໂດຍ ທ່ານນາງ ວົງພະຈັນ ສີບຸນເຮືອງ ເລຂາຄະນະຊາວໜຸ່ມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຕີ້ງ.
ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີຍ້ອງຍໍນັກຮຽນທີ່ສາມາດຍາດໄດ້ຫຼຽນລາງວັນ ແລະ ສ້າງຜົນງານໂດດເດັ່ນຈາກເຂົ້າຮ່ວມແຂ່ງຂັນຫຸ່ນຍົນຊາວໜຸ່ມ ຄັ້ງທີ 5 ແລະ ການແຂ່ງຂັນໃນໂຄງການນັກວິທະຍາສາດໜຸ່ມນ້ອຍອາຊຽນ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2019 ທີ່ສະຖາບັນການຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ.
ຍສໝ - ຫວ່າງແລ້ວນີ້, ຢູ່່ນະຄອນຫຼວງວຽງຈັນ ສປປ ລາວ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມ ຂອງ ລາວ.
ໃນບັນດາມື້ຕົ້ນຂອງເດືອນກໍລະກົດ, ຊາວໜຸ່ມພາສີ ແຂວງກວ໋າງຈິ ຫາກໍ່ເຂົ້າຮ່ວມພ້ອມກັບຄະນະຊາວໜຸ່ມແຂວງກວ໋າງຈິ ໃນ “ລາຍການຊາວໜຸ່ມອາສາສະໝັກສາກົນຢູ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ, ສປປ ລາວ”.