ສະຫະພັນບານເຕະອິນເດຍເຊີນທີມຊາດຫວຽດນາມແຂ່ງຂັນກະຊັບມິດ
ຍສໝ - ຕາມຂໍ້ມູນຈາກສະຫະພັນບານເຕະອິນເດຍ (AIFF), ນັກກິລາບານເຕະທີມຊາດອິນເດຍ ຢາກຈັດແຂ່ງຂັນກະຊັບມິດກັບນັກເຕະທີມຊາດຫວຽດນາມໃນທ້າຍເດືອນພຶດສະພາ.
ຍສໝ - ຕາມຂໍ້ມູນຈາກສະຫະພັນບານເຕະອິນເດຍ (AIFF), ນັກກິລາບານເຕະທີມຊາດອິນເດຍ ຢາກຈັດແຂ່ງຂັນກະຊັບມິດກັບນັກເຕະທີມຊາດຫວຽດນາມໃນທ້າຍເດືອນພຶດສະພາ.
ຍສໝ - ໃນໂອກາດບຸນປີໃໝ່ສົງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 2022, ຕອນບ່າຍວັນທີ 4 ເມສານີ້ ທ່ານ ຫງວ໊ຽນມິ່ງວູ໊ ຮອງລັດຖະມົນຕີ, ຜູ້ປະຈຳການ ກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນກະຊວງການຕ່າງປະເທດມາອວຍພອນປີໃໝ່ສະຖານທູດລາວປະຈຳຫວຽດນາມ.
ສະພາສິດທິມະນຸດ ສປຊ ຫາກໍ່ສິ້ນສຸດກອງປະຊຸມປະຈຳປີຄັ້ງທີ 49 ຢູ່ນະຄອນ ເຊີແນວ, ປະເທດສະວິດ. ກອງປະຊຸມໄດ້ດຳເນີນມາເປັນເວລາ 5 ອາທິດ (ໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 1 ເມສາ) ຕາມຮູບແບບໂດຍກົງ ສົມທົບທາງໄກ ກັບ 58 ວາລະປະຊຸມ.
ມີພາບຖ່າຍກວ່າ 100 ແຜ່ນ ພ້ອມເອກະສານ, ເຄື່ອງດົນຕີ, ການສາຍຮູບເງົາສາລະຄະດີແນະນຳກ່ຽວກັບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ, ຮູບພາບນັກສິລະປະກອນ, ນັກສິລະປິນພວມເສບເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆຢູ່ ຫວຽດນາມ ຈະໄດ້ນຳມາວາງສະແດງໃນງານວາງສະແດງ “ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າຕ່າງໆ ຢູ່ ຫວຽດນາມ”.
ຄາດວ່າ ໃນຕົ້ນອາທິດໜ້າ, ກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຜັນຂະຫຍາຍການອອກປາສປໍວັກຊິນ ໃຫ້ແກ່ 63 ແຂວງນະຄອນ ແລະ ຫັງຈາກນັ້ນ ຈະເລີ່ມອອກປາສປໍວັກຊິນຢ່າງເປັນທາງການຢ່າງກ້ວາງຂວາງ.
ວັນທີ 1 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ການຕ້ອນຮັບທ່ານ John McAuliff ເພື່ອນມິດທີ່ມາແຕ່ດົນນານ ແລະ ສະໜິດສະໜົມຂອງ ຫວຽດນາມ ຢູ່ ນິວຢອກ.
ຍສໝ - ຕາມກະຊວງການຕ່າງປະເທດຫວຽດນາມແລ້ວ, ມາຮອດປັດຈຸບັນ, ກະຊວງການ ຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວ ຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນທີ່ປອດໄພ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc E. Knapper ເຊິ່ງມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດເລີ່ມດຳລົງຕຳແໜ່ງ.
ຍສໝ - ຕອນບ່າຍວັນທີ 30 ມີນາ, ທ່ານ ຫງວຽນເຕີນຕວນ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໄດ້ມີການຕ້ອນຮັບ ທ່ານ Saud F.M. Al Suwelim - ເອກອັກຄະລັດຖະທູດ ອາຣັບບິ ຊາອຸດີ ປະຈຳ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ໄດ້ຈັດຕັ້ງກອງປະຊຸມບັ້ນຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ປີ 2022.
ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນປອດໄພ, ຈັດຖ້ຽວບິນ 6 ຖ້ຽວ ເພື່ອນຳສົ່ງພົນລະເມືອງ ຫວຽດນາມເກືອບ 1700 ຄົນກັບເມືອປະເທດ
ຍສໝ - ຕອນບ່າຍວັນທີ 31 ມີນາ, ກະຊວງພາຍໃນຈັດຕັ້ງພິທີເຊັນລົງນາມສັນຍາຮ່ວມມືໃນຂົງເຂດຄຸ້ມຄອງລັດຖະກອນ ແລະ ຫັນພື້ນຖານການຄຸ້ມຄອງລັດເປັນທັນສະໄໝ ລະຫວ່າງກະຊວງພາຍໃນ-ຫວຽດນາມ ແລະ ກະຊວງຄຸ້ມຄອງລັດຖະກອນ ແລະ ການຫັນປ່ຽນ-ຝຣັ່ງ. ຈຸດປະສົງແມ່ນເພື່ອປະກອບສ່ວນສ້າງພື້ນຖານການບໍລິຫານລັດທີ່ວ່ອງໄວ, ໂປ່ງໃສ ແລະ ປະສິດທິຜົນ.
ຍສໝ - ຄະນະຜູ້ແທນເຮັດວຽກສະຖານທູດຫວຽດນາມປະຈຳຕວັກກີ ນຳໂດຍທ່ານເອກອັກຄະລັດຖະທູດ ໂດ໋ເຊີນຮ່າຍ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບແຂວງອາດານາ ແລະ ເມີຊີນ ແນໃສ່ເພີ່ມທະວີການຮ່ວມມືເສດຖະກິດທ້ອງຖິ່ນສອງປະເທດ.
ຍສໝ - ຕາມຂໍ້ມູນຈາກກົມຄຸ້ມຄອງການເຂົ້າ-ອອກເມືອງ ແລະ ພັກອາໄສຂອງຍີ່ປຸ່ນ, ໄລຍະຊ່ວງທ້າຍປີ 2021 ມີຄົນຫວຽດນາມ 432.934 ຄົນ ຢູ່ຍີ່ປຸ່ນ ກວມ 15,7% ຈຳນວນຄົນຕ່າງປະເທດຢູ່ໃນປະເທດນີ້.
ຍສໝ - ໃນປີທີ່ຜ່ານໆມາ, ຄະນະພັກກອງບັນຊາການທະຫານຊາຍແດນແຂວງດ໊ຽນບ່ຽນ ໄດ້ຊີ້ນຳບັນດາກອງກຳລັງຕ່າງໆເພີ່ມທະວີການປະສານສົບທົບກັບອຳນາດການປົກຄອງ, ກອງກຳລັງປ້ອງກັນຊາຍແດນຂອງລາວ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນບັນດາສົນທິສັນຍາ, ອະນຸສັນຍາ ແລະ ລະບຽບການກ່ຽວກັບຊາຍແດນ ແລະ ດ່ານຊາຍແດນ; ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບພິເສດ, ປົກປັກຮັກສາ ແລະ ສ້າງສາຊາຍແດນຢ່າງສັນຕິ ແລະ ພັດທະນາຂະຫຍາຍຕົວ...
ຍສໝ - ຮ່ອງຮອຍປະຫວັດສາດຂອງວິທະຍຸກະຈາຍສຽງຫວຽດນາມ (1966-1978) ຢູ່ຖ້ຳເງືອມຈຽງ ແລະ ທິວທັດທຳມະຊາດຕາເທວະດາພູ ເມືອງ ຈຸງແຄ໊ງ, ແຂວງ ກາວບັງ ໄດ້ຮັບການຮັບຮອງວ່າເປັນຮ່ອງຮອຍປະຫວັດສາດແຫ່ງຊາດ.
ຍສໝ - ກຳປັ່ນ SAR 27-01 (ສູນປະສານງານຄົ້ນຫາ, ກູ້ໄພການເດີນເຮືອ ຫວຽດນາມ) ໄດ້ນຳລູກເຮືອ MD Milon, ສັນຊາດ Bangladesh ຂອງກຳປັ່ນ Izumo ທີ່ເຈັບໜ້າເອິກຢ່າງຮຸນແຮງກັບມາທ່າກຳປັ່ນຍາຈາງຢ່າງປອດໄພ ແລະ ນຳສົ່ງໄປສຸກເສີນ.
ຍສໝ - ຕອນເຊົ້າວັນທີ 30 ມີນາ, ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 27 (ASCC) ໄດ້ຈັດຕັ້ງໂດຍກົງ ຢູ່ປະເທດປະທານອາຊຽນ 2022, ກຳປູເຈຍ ແລະ ແບບທາງໄກຢູ່ບັນດາປະເທດສະມາຊິກອາຊຽນ.
ຍສໝ - ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທຳອິດຂອງປີ 2022 ຄາດວ່າຈະເພີ່ມຂຶ້ນ 5,03% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍສໝ - ຫວຽດນາມ ແລະ ອັງກິດ ສືບຕໍ່ປະຕິບັດ “ສັນຍາຊ່ວຍເຫຼືອດ້ານກົດໝາຍລະຫວ່າງສອງປະເທດ”, “ບົດບັນທຶກຊ່ວຍຈຳກ່ຽວກັບບັນດາບັນຫາອົບພະຍົບ”, ພິເສດແມ່ນການແບ່ງປັນຂໍ້ມູນຂ່າວສານເພື່ອປ້ອງກັນ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳທີ່ມີການຈັດຕັ້ງ, ອາດຊະຍາກຳທາງເຕັກໂນໂລຍີ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການເຂົ້າເມືອງແບບຜິດກົດໝາຍ ແລະ ການຄ້າມະນຸດ ຢ່າງມີປະສິດທິຜົນ.