ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO

10:24 | 09/04/2022

ຍສໝ - ທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືຫຼາຍຝ່າຍເວົ້າລວມ ແລະ ບົດບາດ UNESCO ເວົ້າສະເພາະ ເປັນສຳຄັນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງ UNESCO.

ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ
ຫວຽດ​ນາມ​ສະ​ເໜີ​ໃຫ້​ຈີນ ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດໄຫຼ່ທະວີບ ຂອງ ຫວຽດ​ນາມ ຫວຽດ​ນາມ​ສະ​ເໜີ​ໃຫ້​ຈີນ ເຄົາ​ລົບ ແລະ ບໍ່​ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ, ເຂດໄຫຼ່ທະວີບ ຂອງ ຫວຽດ​ນາມ

ໃນລະຫວ່າງວັນທີ 4 – 5 ເມສາ, ຢູ່ນະຄອນຫຼວງ ປາຣີ, ໄດ້ດຳເນີນກອງ ປະຊຸມຄົບຄະນະຂອງສະພາບໍລິຫານງານຊຸດທີ 214 ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ຟ້າມກວາງຮ້ຽວ ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືຫຼາຍຝ່າຍເວົ້າລວມ ແລະ ບົດບາດ UNESCO ເວົ້າສະເພາະ ເປັນສຳຄັນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງ ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງ UNESCO ໃນຖານະເປັນສະມາຊິກສະພາບໍລິຫານງານ ອາຍຸການ 2021 – 2025 ໃຫ້ຫຼາຍກວ່າອີກ.

ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO
ທ່ານ ຟ້າມກວາງຮ້ຽວ ຫົວໜ້າຄະນະຜູ້ແທນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN

ເນື່ອງໃນໂອກາດນີ້, ທ່ານ ຟ້າມກວາງຮ້ຽວ ໄດ້ມີການພົບປະກັບທ່ານປະທານ ສະມັດຊາໃຫຍ່ UNESCO ແລະ ຫົວໜ້າຄະນະຜູ້ແທນບັນດາປະເທດ ເພື່ອຊຸກຍູ້ການຮ່ວມມືຫຼາຍຝ່າຍ; ພົບປະກັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO, ເຮັດວຽກກັບຮອງຜູ້ອຳນວຍການໃຫຍ່ UNESCO, ປະທານຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003… ເພື່ອແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ເພື່ອແນໃສ່ປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO ໄລຍະ 2021 – 2025.

ກອງປະຊຸມສະພາບໍລິຫານງານຈະແກ່ຍາວຮອດວັນທີ 13 ເມສາ 2022 ຈຶ່ງອັດລົງ, ຈະສຸມໃສ່ປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງ UNESCO ໃນບັນດາຂົງເຂດວິຊາສະເພາະກວ່າ 50 ຫົວຂໍ້.

ບູນມີ

ເຫດການ
302 Found

Found

The document has moved here.