ສະ​ຖານ​ທີ່​ທ່ອງ​ທ່ຽວ​ນິງ​ທ້ວນ - ເລິມ​ດົ່ງ​ມີ​ຄວາມ​ປອດ​ໄພ, ເປັນ​ມິດ ແລະ ຮັກ​ແພງ​ແຂກ​ທ່ອງ​ທ່ຽວ

10:00 | 11/04/2022

ຍ​ສ​ໝ - ລາຍ​ການ​ຮ່ວມ​ມື​ໄດ້​ດຳ​ເນີນ​ຕາມຫຼັກ​ການ​ສະ​ໝັກ​ໃຈ, ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ, ມີ​ແຜ​ນການ, ບໍ່​ຈຳ​ກັດ​ຂອບ​ຂະ​ໜາດ​ໃນ​ການ​ທ່ອງ​ທ່ຽວ, ຫັນ​ກ​ານ​ຮ່ວມ​ມືເປັນຫຼາຍ​ຮູບ​ແບບ, ຫຼາຍ​ຝ​່າຍ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ພັດ​ທະ​ນາ.

ລາວ​ກາຍ​ເລີ່ມການ​ເຄື່ອນ​ໄຫວ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ລາວ​ກາຍ​ເລີ່ມການ​ເຄື່ອນ​ໄຫວ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ
ບິ່ງ​ເຟືອກ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ ບິ່ງ​ເຟືອກ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່
ສະ​ຖານ​ທີ່​ທ່ອງ​ທ່ຽວ​ນິງ​ທ້ວນ - ເລິມ​ດົ່ງ​ມີ​ຄວາມ​ປອດ​ໄພ, ເປັນ​ມິດ ແລະ ຮັກ​ແພງ​ແຂກ​ທ່ອງ​ທ່ຽວ
ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ 2 ແຂວງ ນິງ​ທ້ວນ ແລະ ເລິມ​ດົ່ງ ​ລົງ​ນາມ​ລາຍ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໄລ​ຍະ 2022 – 2025 (ພາບ: TTXVN)

ວັນ​ທີ 7 ເມ​ສາ, ຢູ່​ນະ​ຄອນ​ຟານ​ຣາງ - ທາບ​ຈ່າມ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ 2 ແຂວງ ນິງ​ທ້ວນ ແລະ ເລິມ​ດົ່ງ​ໄດ້​ລົງ​ນາມ​ລາຍ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໄລ​ຍະ 2022 – 2025 ດ້ວຍ​ສາ​ນ​ທີ່​ວ່າ “ສະ​ຖານ​ທີ່​ທ່ອງ​ທ່ຽວ​ນິງ​ທ້ວນ - ເລິມ​ດົ່ງ​ມີ​ປອດ​ໄພ, ເປັນ​ມິດ ແລະ ຮັກ​ແພງ​ແຂກ​ທ່ອງ​ທ່ຽວ”.

ທີ່​ພິ​ທີ​ລົງ​ນາມ, ທ່ານ ຫງວຽນ​ວັນ​ຮ່​ວາ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ແຂວງ​ນິງ​ທ້ວນ​ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ນິງ​ທ້ວນ ແລະ ເລິມ​ດົ່ງ ແນ​ໃສ່​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຍູ້​ແຮງ​ການ​ເຊື່ອມ​ຕໍ່, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ແຂວງ​ໃນ​ການ​ຊີ້​ນຳ, ເຊື່ອມ​ຕໍ່​ບັນ​ດາ​ສະ​ມາ​ຄົມ, ວິ​ສາ​ຫະ​ກິດທ່ອງ​ທ່ຽວກ​ໍ່​ສ້າງ, ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ຂອງ 2 ແຂວງ, ພ້ອມ​ທັງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ລົງ​ທຶນ, ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ລາຍ​ການ​ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽ​ວ…ຮັບ​ປະ​ກັນ​ບັນ​ດາ​ປັດ​ໄຈ​ປອດ​ໄພ​ຢູ່​ລະ​ດັບ​ສູງ​ສຸດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ແກ່ ເຂດ​ແຄມ​ຝັ່ງ​ທະ​ເລ ພາ​ກ​ກາງ​ຕອນ​ໃຕ້ ແລະ ໄຕ​ງວຽນ.

ລາຍ​ການ​ຮ່ວມ​ມື​ໄດ້​ດຳ​ເນີນ​ຕາມຫຼັກ​ການ​ສະ​ໝັກ​ໃຈ, ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ, ມີ​ແຜ​ນການ, ບໍ່​ຈຳ​ກັດ​ຂອບ​ຂະ​ໜາດ​ໃນ​ການ​ທ່ອງ​ທ່ຽວ, ຫັນ​ກ​ານ​ຮ່ວມ​ມືເປັນຫຼາຍ​ຮູບ​ແບບ, ຫຼາຍ​ຝ​່າຍ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ພັດ​ທະ​ນາ.

ທ່ານ ຫງວຽນ​ລອງ​ບຽນ ເຊື່ອ​ໝັ້ນ​ ແລະ ຫວັງ​ວ່າ ລາຍ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ນິງ​ທ້ວນ - ເລິມ​ດົ່ງ​ໄລ​ຍະ 2022 – 2025 ຈະ​ສ້າງ​ຜົນ​ກະ​ທົບ​ຢ່າງ​ແຮງ, ສະ​ໜອງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວດ້ວຍຫຼາຍ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ, ມີ​ຄຸນ​ນະ​ພາບ​ສູງ ດ້ວຍ​ລາ​ຄາ​ບູ​ລິ​ມະ​ສິດ, ຊ່ວຍ​ຟື້ນ​ຟູ​ການ​ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໂດຍ​ໄວ, ກະ​ກຽມ​ໃຫ້​ແກ່​ວຽກ​ງານ​ສົ່ງ​ເສີມ, ຟື້ນ​ຟູ​ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.