SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ

06:30 | 07/04/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 4 ເມ​ສາ, ອະ​ນຸກຳ​ມະ​ການ​ການ​ແພດ ແລະ ກວດ​ກາ Doping ງາ​ນ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຄັ້ງ​ທີ 31 (SEA Games 31) ໄດ້​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ການ​ແພດ ແລະ ການ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ແນ​ໃສ່​ກະ​ກຽມ​ການ​ຮັບ​ໃຊ້ງານ​ມະ​ຫາ​ກຳ​ກິ​ລາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໃຫ້​ເປັນ​ຢ່າງ​ດີ ສື່ມວນ​ຊົນ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໃຫ້​ເປັນ​ຢ່າງ​ດີ
SEA Games 11: ສ້​າ​ງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19 ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຫງວຽນ​ເຈື່ອງ​ເຊີນ (ພາບ: nhandan.vn)

ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂ​ໍ້​ມູນ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ເນື້ອ​ໃນ​ຄູ່​ມືຂໍ້ມູນ​ການ​ແພດ​ໂດຍ​ໄວ ເພື່ອ​ສະ​ໜອງ​ໃຫ້​ແກ່​ບັນ​ດາ​ຄະ​ນະ​ນັກ​ກິ​ລາ ໃນ​ພາກ​ພື້ນທີ່ເຂົ້າ​ຮ່ວມ SEA Games 31.

ສອງ​ຝ່າຍ​ຈ​ະ​ສົມ​ທົບ​ກັນ​ກວ​ດ​ກາ​ວຽກ​ງານ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ເງື່ອນ​ໄຂ​ເພື່ອ​ຮັບ​ປະ​ກັນ​ວຽກ​ງານກວດ​ກາ​ປິ່ນ​ປົວ​ພະ​ຍາດ​ຢູ່ 12 ແຂວງ, ນະ​ຄອນ​ທີ່​ຈັດ​ຂຶ້ນ SEA Games 31.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຫງວຽນ​ເຈື່ອງ​ເຊີນ ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ກົມ ທີ່​ກ່ຽວ​ຂ້ອງ​ ສ້າງ​ແຜນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ລະ​ອຽດ, ວິ​ທີ​ການຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ອະ​ນຸ​ກຳ​ມະ​ການການ​ແພດ ແລະ ກວດ​ກາ Doping ມີ​ໜ້າ​ທີ່​ຈັດ​ຕັ້ງ​ການ​ຮັບ​ໃຊ້​ທາງ​ການ​ແພດ ແລະ ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ບັນ​ດາ​ຜູ້​ແທນ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ, ບັນ​ດາ​ຄະ​ນະ​ນັກ​ກິ​ລາ ເຂົ້າ​ຮ່ວມ SEA Games 31… ອະ​ນຸ​ກຳ​ມະ​ການ​ການ​ແພດ​ສົມ​ທົບ​ກັບ​ບັນ​ດາ​ອະ​ນຸ​ກຳ​ມະ​ການ​ວິ​ຊາ​ການ ຂຶ້ນ​ກັບ SEA Games 31 ເພື່ອ​ຮັບ​ປະ​ກັນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບ​າດ​ໂຄວິດ - 19, ບໍ່​ປະ​ໃຫ້ເກີດພະ​ຍາດຢ່າງ​ຮ້າຍ​ແຮງ​ໃນ​ໄລ​ຍະ​ກ່ອນ ແລະ ໃນ​ເວ​ລາ​ດຳ​ເນີນ SEA Games 31, ເປັ​ນ​ຕົ້ນ​ແມ່ນ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.