ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021.
ຍສໝ - ສະຫະພັນແມ່ຍິງແຂວງກວາງນິງ ໄດ້ເລືອກເອົາເມືອງ ກວາງອ່ຽນ ຈັດຕັ້ງປະຕິບັດກອງທຶນເພື່ອແມ່ຍິງຜູ້ທຸກຍາກ (ສະຫະພັນແມ່ຍິງຫວຽດນາມ). ກອງທຶນດັ່ງກ່າວ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງຫຼາຍພັນຄົນທີ່ປະສົບກັບຄວາມຫຍຸ້ງຍາກ ໃນການກູ້ຢືມທຶນເພື່ອການຜະລິດ ແລະ ທຸລະກິດ; ໃນນັ້ນ ມີຫຼາຍຄົວເຮືອນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.
ຍສໝ - ຈໍານວນອຸປະກອນດັ່ງກ່າວ ປະກອບມີ ຜ້າປິດປາກ 12.000 ອັນ, ນ້ຳຢາຂ້າເຊື້ອ 300 ຕຸກ, ຢາອົມ aquatap 1.000 ເມັດ, ເຄື່ອງແທກອຸນຫະພູມຮ່າງກາຍ ເພື່ອຕ້ານພະຍາດໂຄວິດ-19 5 ເຄື່ອງ.
ຍສໝ - ກົມສະເໝີພາບລະຫວ່າງຍິງ - ຊາຍ ແລະ UN Women ປະຈຳຫວຽດນາມ ໄດ້ປະກາດຢ່າງເປັນທາງການ ກ່ຽວກັບທິດທາງຂອງບັນດາສຳນັກງານ ແລະ ອົງການຈັດຕັ້ງທີ່ສະໜັບສະໜູນແມ່ຍິງ ແລະເດັກນ້ອຍທີ່ປະສົບກັບຄວາມຮຸນແຮງ ແລະ ກໍ່ຄວາມເສຍຫາຍໃນທົ່ວປະເທດ ດ້ວຍຄວາມປາດຖະໜາ ຢາກກາຍເປັນປື້ມຄູ່ມືທີ່ມີຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ສຳຄັນສຳລັບທຸກຄົນ, ໂດຍສະເພາະແມ່ນ ແມ່ຍິງ ແລະ ເດັກນ້ອຍຜູ້ທີ່ໄດ້ປະສົບກັບຄວາມຮຸນແຮງ.
ກອງປະຊຸມສຳມະນາ ເພື່ອແນໃສ່ເຊື່ອມຕໍ່ສຽງເວົ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຈາກວິສາຫະກິດ ຕະຫຼອດຮອດບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ...
ເມື່ອບໍ່ດົນມານີ້, ຫໍພິພິຕະພັນວິຈິດສິນດ່ານັ໊ງ ໄດ້ຈັດງານວາງສະແດງເພື່ອເຊີດຊູບົດບາດ ແລະຄວາມສວຍງາມຂອງແມ່ຍິງຫວຽດນາມ ໃນສິລະປະກໍ່ຄືໃນຊີວິດປະຈໍາວັນ.
ຕາມບົດລາຍງານກ່ຽວກັບການພັດທະນາມະນຸດປີ 2020 ຂອງ UNDP ປະກາດໃນວັນທີ 04 ກຸມພາ 2021, ຫວຽດນາມ ຢືນອັນດັບທີ 65/162 ປະເທດ ແລະ ນອນໃນກຸ່ມ 1/3 ປະເທດແຖວໜ້າໂລກກ່ຽວກັບອັດຕາສະມາຊິກສະພາແຫ່ງຊາດຍິງ.
ຍສໝ - ຍຸດທະສາດແຫ່ງຊາດ ກ່ຽວກັບການ ປະຕິວັດອຸດສາຫະກຳ ຄັ້ງທີ 4 ຮອດປີ 2030, ເປົ້າໝາຍແມ່ນເປັນເຈົ້າການໃນການຍາດແຍ່ງບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ຢ່າງມີປະສິດທິຜົນ, ເປັນເຈົ້າໂດຍພື້ນຖານ ແລະ ນຳໃຊ້ເຕັກໂນໂລຢີໃໝ່ເຂົ້າໃນບັນດາຂົງເຂດເສດຖະກິດ - ສັງຄົມຢ່າງກວ້າງຂວາງ, ປະດິດສ້າງເຕັກໂນໂລຢີໃໝ່ເທື່ອລະກ້າວ ເພື່ອແນໃສ່ຊຸກຍູ້ວິວັດການປ່ຽນແປງໃໝ່ຮູບແບບການເຕີບໂຕ.
ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ເດັກ ຈາກພະຍາດໂຄວິດ-19 ທັງເປັນການສົ່ງເສີມ ສິດທິຂອງເຂົາໃນຂັ້ນບ້ານ, ເຊິ່ງບັນດາແມ່ຍິງດັ່ງກ່າວ ຍັງຈະໄດ້ຮັບການຝຶກອົບຮົມ ກ່ຽວກັບການນຳໃຊ້ ອຸປະກອນດັ່ງກ່າວອີກດ້ວຍ.
ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດ ທີ່ຈະຮັບມືກັບສິ່ງທ້າທາຍ ທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳໝາຍໝັ້ນຕໍ່ກັບ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 9. ພ້ອມນີ້ ຍັງໄດ້ມີການນຳ ສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການ ຈັດຕັ້ງປະຕິບັດແຜນງານ ໂດຍສະເພາະ ໄລຍະການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.
ຍສໝ - ທ່ານນາງ ຫງວຽນກວກແອງ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ແຟຊັ່ນ Elise ຈຳກັດ ໃຫ້ຮູ້ວ່າຂອງຂວັນເຫຼົ່ານີ້ທີ່ສະແດງໃຫ້ເຫັນຄວາມຮັກແພງຂອງບໍລິສັດ ສະຫງວນໃຫ້ແກ່ແມ່ຍິງລາວ.
ຍສໝ - ແຕ່ວັນທີ 22 ຫາວັນທີ 24 ທັນວາ 2020, ກົມການຕ່າງປະເທດ ໄດ້ຮ່ວມມືກັບກົມຕຳຫຼວດຄຸ້ມຄອງຄ້າຍຄຸມຂັງ, ສະຖາບັນການສຶກສາພາກບັງຄັບ, ໂຮງຮຽນດັດສ້າງ, ກົມຕຳຫຼວດເພື່ອຄຸ້ມຄອງ, ຈຳຄຸກຊົ່ວຄາວ ແລະ ຕັດສິນການພິພາກສາອາຊະຍາກຳໃນຊຸມຊົນ ແລະ ຫ້ອງການປ້ອງກັນ ແລະ ຕ້ານຢາເສບຕິດ ແລະ ອາຊະຍາກຳສະຫະປະຊາຊາດ (UNODC) ໄດ້ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບການຄຸ້ມຄອງຄ້າຍຄຸມຂັງຢູ່ນະຄອນໂຮ່ຈີມິນ.
ຍສໝ - ໃນວັນທີ 15-16 ທັນວານີ້, ກົມພົວພັນການຕ່າງປະເທດຂອງກະຊວງຕຳຫຼວດຫວຽດນາມ ໄດ້ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ສະຫະປະຊາຊາດ (UN Women) ຈັດຕັ້ງກອງປະຊຸມສາກົນ "ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເສີມຂະຫຍາຍບົດບາດຂອງແມ່ຍິງ ແລະ ປ້ອງກັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ" ຢູ່ ນະຄອນ ຫາຍຟ່ອງ.
ຍສໝ - ທ່ານບຸຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີແຫ່ງຂີດໝາຍຂອງ APEC ດ້ວຍການຮັບຮອງເອົາວິໄສທັດ APEC ຮອດປີ 2040 ກຳນົດທິດໃຫ້ແກ່ການຮ່ວມມື APEC ໃນຊຸມທົດສະວັດຈະມາເຖິງ, ໃນນັ້ນມີການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ
ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆປີ ພ້ອມກັນ ໃນທົ່ວໂລກ ເລີ່ມແຕ່ ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ. ສຳລັບປີ 2020 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສະໜັບສະໜູນທຶນ, ການຊ່ວຍເຫລືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງສອດຄ່ອງກັບຈິດໃຈ ຂອງຂະບວນ ການລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໄດ້ໃນປີ 2030 ພາຍໃຕ້ການນຳຂອງທ່ານ ແອນໂຕນິໂອ ກວາເຕີເຣສ (Antonio Guterres) ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ.
ຍສໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.
ຍສໝ - ໃນວັນທີ 6 ພະຈິກ 2020 ທີ່ສູນກາງສະຫະພັນແມ່ຍິງລາວ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ໄດ້ນຳເອົາຊຸດອຸປະກອນເຄື່ອງ ໃຊ້ຈໍາເປັນ ຈຳນວນ 200 ຊຸດ ມາມອບໃຫ້ຫ້ອງ ການສູນກາງສະຫະພັນແມ່ຍິງລາວ ເພື່ອນຳໄປແຈກຢາຍ ໃຫ້ແກ່ຄອບຄົວ ຜູ້ປະສົບໄພນ້ຳຖ້ວມ ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍຍິງ ທີ່ຢູ່ໃນໄວຈະເລີນພັນ (15-49 ປີ) ຢູ່ແຂວງສະຫວັນນະເຂດ.
ຍສໝ - ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມໃນເອກະສານສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຂອງແມ່ຍິງ ແລະ ມອບສິດໃຫ້ແມ່ຍິງຫລາຍສະບັບ.
ຍສໝ - , ບັນດາຫົວໜ່ວຍໄດ້ມອບເຮືອນເອື້ອອາທອນ 1 ຫຼັງ ມີມູນຄ່າ 40 ລ້ານດົ່ງ ໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ; ໄດ້ຈັດຕັ້ງການຢ້ຽມຢາມ, ໃຫ້ກໍາລັງໃຈ ແລະມອບຂອງຂວັນ 100 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ...