ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ ແລະ ໝູ່ບ້ານອາຊີບພື້ນເມືອງ

14:58 | 12/08/2021

ຍສໝ - ໂຄງການບໍ່ຫວັງ​ຜົນ​ກຳໄລ Empower Women Asia (EWA) ຂຶ້ນກັບອົງການ Keep It Beautiful Vietnam (KIBV) ຫາກໍ່ຈັດການເສັງທາງອອນໄລ “ແມ່ຍິງຫວຽດນາມ ແລະ ໝູ່ບ້ານອາຊີບ” ເພື່ອໃຫ້ກຽດແມ່ຍິງໃນໝູ່ບ້ານ​ອາ​ຊີບພື້ນເມືອງ ແລະ ຄວາມ​ມາ​ນະພະຍາຍາມເພື່ອຮັກສາ​ບັນ​ດາຄຸນຄ່າວັດທະນະທໍາ.

3 ພາກສ່ວນຮ່ວມມືຜະລິດ ແລະ ຈໍາໜ່າຍຕະພັນສັນຍາລັກແຄນລາວ ເພື່ອສົ່ງເສີມດົນຕີພື້ນເມືອງລາວ ທີ່ເປັນມໍລະດົກໂລກ 3 ພາກສ່ວນຮ່ວມມືຜະລິດ ແລະ ຈໍາໜ່າຍຕະພັນສັນຍາລັກແຄນລາວ ເພື່ອສົ່ງເສີມດົນຕີພື້ນເມືອງລາວ ທີ່ເປັນມໍລະດົກໂລກ
ແຂກທ່ອງທ່ຽວປະມານ 400.000 ເທື່ອຄົນເຂົ້າຮ່ວມງານ Festival ອາຊີບພື້ນເມືອງເຫວ້ ແຂກທ່ອງທ່ຽວປະມານ 400.000 ເທື່ອຄົນເຂົ້າຮ່ວມງານ Festival ອາຊີບພື້ນເມືອງເຫວ້

ການເສັງດໍາເນີນແຕ່ເດືອນພຶດສະພາ ຫາ ເດືອນກໍລະກົດ 2021 ໃນຮູບແບບການສ້າງວິດີໂອ/ກຸ່ມຮູບຖ່າຍ ທີ່ມີ​ຄວ​າມ​ຍາວ 3-5 ນາທີ, ຖືເອົາ​ສານ​ໂຄວະ​ນາ, ອະນຸລັກໝູ່ບ້ານ​ອາ​ຊີບພື້ນເມືອງ, ພ້ອມກັນນັ້ນ ກໍ່ເຊີດຊູຄວາມງາມຂອງການອອກແຮງງານແບບລຽບງ່າຍ, ​ປະ​ຖົມ​ປະ​ຖານຂອງແມ່ຍິງຫວຽດນາມເວົ້າລວມ ແລະ ແມ່ຍິງຊົນເຜົ່າເວົ້າສະເພາະ ຢູ່​ໝູ່ບ້ານອາ​ຊີ​ບພື້ນເມືອງ.

ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ ແລະ ໝູ່ບ້ານອາຊີບພື້ນເມືອງ
ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ ແລະ ໝູ່ບ້ານອາຊີບພື້ນເມືອງ.

ພາຍຫຼັງສອງເດືອນຂອງການເປີດຕົວ, ​ຄະ​ນະ​ຈັດ​ຕັ້ງ​ກໍ່ໄດ້ຮັບຫຼາຍຮ້ອຍລາຍການ​ສົ່ງ​ເຂົ້າ​ເສັງ ດ້ວຍເນື້ອໃນທີ່ຫຼາກຫຼາຍ ແລະ ເປັນເອກະລັກ. ບັນ​ດາໄວໜຸ່ມໄດ້ສະທ້ອນໃຫ້ເຫັນຮູບພາບທີ່ແທ້ຈິງຂອງຜູ້ຍິງທີ່ຈິງໃຈ ແລະ ​ລຽບ​ລ່າຍຢູ່ໃນໝູ່ບ້ານອາ​ຊີບພື້ນເມືອງ, ​ປຸກ​ລ​ຸກຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ຄວາມ​ເອກ​ອ້າງ​ທະ​ນົງໃຈຂອງຊາດ, ​ພ້ອ​ທັງສະແດງຄວາມເຄົາລົບ ແລະ ຄວາມປາຖະໜາ ຂອງເຂົາເຈົ້າທີ່ຢາກເສີມຈະ​ຫຍາຍຄຸນຄ່າທາງດ້ານວັດທະນະທໍາຫຼັກ​ແຫຼ່ງ ແລະ ຍາວ​ນານຂອງຊາດ.

ໂຄງການ Empower Women Asia (EWA) ຂຶ້ນກັບອົງການ Keep It Beautiful Vietnam (KIBV) ມີຈຸດປະສົງເພື່ອຊ່ວຍແມ່ຍິງ ແລະ ເດັກຍິງຊົນເຜົ່າ​ສ່ວນ​ໜ້ອຍໃນບັນ​ດາໝູ່ບ້ານຕ່ຳ​ແຜ່ນຜ້າພື້ນເມືອງຂອງຫວຽດນາມ ໄດ້​ຍົກ​ສູງທັກສະ, ຄວາມຮູ້ ແລະ ​ທ່າໄດ້ປຽບ​ແກ່ງແຍ່ງໃນການຜະລິດຜະລິດຕະພັນແຜ່ນແພຕັດຫຍິບແບບຍືນຍົງ, ສ້າງໂອກາດໃນການ​ຍົກ​ສູງຊີວິດກາ​ນ​ເປັນ​ຢູ່ ແລະ ຮັບປະກັນລາຍຮັບທີ່ໝັ້ນຄົງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.