ຫວຽດນາມສະເໜີໃຫ້ອາຊຽນເອົາໃຈໃສ່ຕື່ມອີກຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ

15:37 | 03/08/2021

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ສະເໜີ ໃຫ້ອາຊຽນເອົາໃຈໃສ່ຕື່ມຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ເພື່ອ​ຊຸກ​ຍູ້ການມີສ່ວນຮ່ວມ, ການປະກອບສ່ວນ ແລະບົດບາດຂອງແມ່ຍິງໃນຂະບວນການສັນຕິພາບ.

Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ຫວຽດນາມສະເໜີໃຫ້ອາຊຽນເອົາໃຈໃສ່ຕື່ມອີກຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ
ທ່ານລັດຖະມົນຕີ​ການຕ່າງປະເທດ ບຸ່ຍແທງເຊີນ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: baoquocte.vn

ໃນຂອບຂອງກອງປະຊຸມລັດຖະມົນຕີ​ການຕ່າງປະເທດອາຊຽນຄັ້ງທີ 54 (AMM-54) ແລະກອງປະຊຸມທີ່ກ່ຽວຂ້ອງ, ກອງປະຊຸມສະພາປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ ຄັ້ງທີ 23 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 2 ສິງຫາ 2021. ທ່ານລັດຖະມົນຕີ​ການຕ່າງປະເທດ ບຸ່ຍແທງເຊີນ ໄດ້ນຳພາຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ເນັ້ນໜັກວ່າ ໃນສະພາບການໂລກ ແລະພາກພື້ນປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ -19, ອາຊຽນຕ້ອງເພີ່ມທະວີການຮ່ວມມືໃນດ້ານການເມືອງ-ຄວາມໝັ້ນຄົງໃຫ້ຫຼາຍກວ່າ​ອີກ

ເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ປອດໄພ ແລະໝັ້ນຄົງ; ນີ້ແມ່ນເງື່ອນໄຂຕັດ​ສິນເບື້ອງຕົ້ນເພື່ອຮັບມືຕໍ່ການແຜ່ລະບາດຂອງພະຍາດຢ່າງມີປະສິດທິຜົນ, ສົ່ງເສີມການຟື້ນຟູ ແລະຮັກສາການເຕີບໂຕຢູ່ໃນພາກພື້ນ.

ທ່ານລັດຖະມົນຕີໃຫ້ຮູ້ວ່າ ອາຊຽນຄວນວິທີການສໍາຜັດທີ່​ຮອບ​ດ້ານໃນການພົວພັນກັບບັນດາຄູ່ຮ່ວມມືໃນປະຈຸບັນ ກໍ່​ຄືການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີທ່າແຮງໃໝ່. ​ທ່ານລັດຖະມົນຕີໄດ້ສະເໜີໃຫ້ມີການ​ກວດ​ກາຄືນຢ່າງລະອຽດກ່ຽວກັບຂັ້ນຕອນ ແລະລະ​ບຽບການດໍາເນີນງານຂອງກົນໄກໂດຍອາຊຽນນ​ຳ​ພາ ເພື່ອສືບຕໍ່ຮັ​ກສາເປົ້າໝາຍ, ຄຸນຄ່າ ແລະບົດບາດຂອງບັນດາກົນໄກເຫຼົ່ານີ້ ກໍ່ຄືການ​ຊຸກ​ຍູ້ການ​ເຂົ້າຮ່ວມ ແລະການສົນທະນາຢ່າ​ງ​ສ້າງ​ສັນຂອງບັນດາຄູ່ຮ່ວມມື​ໃຫ້​ໝັ້ນ​ຄົງ.

​ທ່ານລັດຖະມົນຕີສະເໜີວ່າ ຄວນມີວິທີການສໍາຜັດຢ່າງ​ມີຫົວຄິດປະດິດສ້າງໃນການປະສານງານລະຫວ່າງຂະແໜງການ ແລະລະຫວ່າງເສົາຄ້ຳ; ອັບເດດບັນດາບັນຫາທີ່ພົ້ນເດັ່ນໃນປະຈຸບັນເຂົ້າໃນແຜນການສັງລວມປະຊາຄົມການເມືອງ-ຄວາມໝັ້ນຄົງ 2025 ເພື່ອຮັບປະກັນຄວາມເຂົ້າກັນ ແລະເປັ​ນ​ເຈົ້າ​ການ​ໃນການປັບຕົວຂອງອາຊຽນ.

​ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກໍ່ໄດ້ສະເໜີໃຫ້ອາຊຽນຕ້ອງເອົາໃຈໃສ່ຕື່ມຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ເພື່ອຊຸກ​ຍູ້ການມີເຂົ້າຮ່ວມ, ການປະກອບສ່ວນ ແລະບົດບາດຂອງແມ່ຍິງເຂົ້າໃນຂະບວນ​ວິ​ວັດ​ແຫ່ງສັນຕິພາບ, ພ້ອມກັນນັ້ນ ກໍ່ສະໜັບສະໜູນການສ້າງແຜນ​ການ​ກະ​ທຳຂອງພາກພື້ນກ່ຽວກັບບັນຫານີ້.

ໄຊພອນ

ເຫດການ
302 Found

Found

The document has moved here.