ຖານະບົດບາດຂອງແມ່ຍິງໃນການເຄື່ອນໄຫວດ້ານການເມືອງ ນັບມື້ນັບໄດ້ຮັບການຢັ້ງຢືນ

17:00 | 08/03/2021

ຕາມບົດລາຍງານກ່ຽວກັບການພັດທະນາມະນຸດປີ 2020 ຂອງ UNDP ປະກາດໃນວັນທີ 04 ກຸມພາ 2021, ຫວຽດນາມ ຢືນອັນດັບທີ 65/162 ປະເທດ ແລະ ນອນໃນກຸ່ມ 1/3 ປະເທດແຖວໜ້າໂລກກ່ຽວກັບອັດຕາສະມາຊິກສະພາແຫ່ງຊາດຍິງ.

ຖານະບ ດບາດຂອງແມ ຍ ງໃນການເຄ ອນໄຫວດ ານການເມ ອງ ນ ບມ ນ ບໄດ ຮ ບການຢ ງຢ ນ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII
ຖານະບ ດບາດຂອງແມ ຍ ງໃນການເຄ ອນໄຫວດ ານການເມ ອງ ນ ບມ ນ ບໄດ ຮ ບການຢ ງຢ ນ ງານວາງສະແດງວິຈິດສິນ “ຄວາມສວຍງາມຂອງແມ່ຍິງຫວຽດນາມ”
ຖານະບ ດບາດຂອງແມ ຍ ງໃນການເຄ ອນໄຫວດ ານການເມ ອງ ນ ບມ ນ ບໄດ ຮ ບການຢ ງຢ ນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນການພົບປະກັບສະມາຊິກສະພາແຫ່ງຊາດຍິງ (ພາບ: TTXVN)

ວັນທີ 08 ມີນາ ແຕ່ລະປີແມ່ນວັນແມ່ຍິງສາກົນ, ເຊິ່ງແມ່ນວັນແມ່ຍິງໃນໂລກທຳການຕໍ່ສູ້ເພື່ອປົດປ່ອຍຕົນເອງ, ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ກໍຄືເຊີດຊູບັນດາການປະກອບສ່ວນຂອງແມ່ຍິງໃນຄອບຄົວ ແລະ ສັງຄົມ. ຢູ່ຫວຽດນາມ, ຍາມໃດການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ດ້ວຍມາດຕະການແກ້ໄຂຫຼາຍຢ່າງ ແລະ ບັນລຸຜົນງານທີ່ໜ້າຊື່ນຊົມໃນຫຼາຍຂົງເຂດ. ໃນນັ້ນ, ເລື່ອງຮັບປະກັນ, ສູ້ຊົນມີອັດຕາແມ່ຍິງເຂົ້າຮ່ວມສະໝັກເລືອກຕັ້ງ ແລະ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນແມ່ນຄຳຮຽກຮ້ອງສຳຄັນ.

ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ 2015 ຮຽກຮ້ອງວ່າ: ຕ້ອງຮັບປະກັນມີຢ່າງໜ້ອຍສຸດ 35% ໃນຈຳນວນຜູ້ນອນໃນບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແມ່ນແມ່ຍິງ.

ຫວຽດນາມ ຢືນອັນດັບທີ 65/162 ປະເທດກ່ຽວກັບອັດຕາເພດຍິງເປັນສະມາຊິກສະພາແຫ່ງຊາດ

ຕາມບົດລາຍງານກ່ຽວກັບການພັດທະນາມະນຸດປີ 2020 ຂອງ UNDP ປະກາດໃນວັນທີ 04 ກຸມພາ 2021, ຫວຽດນາມ ຢືນອັນດັບທີ 65/162 ປະເທດ ແລະ ນອນໃນກຸ່ມ 1/3 ປະເທດແຖວໜ້າໂລກກ່ຽວກັບອັດຕາສະມາຊິກສະພາແຫ່ງຊາດຍິງ. ການຄົ້ນຄວ້ານີ້ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງກ່ຽວກັບບົດບາດສຳຄັນຂອງສະມາຊິກສະພາແຫ່ງຊາດຍິງ ໃນການພັດທະນາຂອງຫວຽດນາມ ໄລຍະ 2016 – 2021. ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ອາຍຸການ 2016 – 2021) ແມ່ນອາຍຸການທຳອິດຂອງຫວຽດນາມ ມີປະທານສະພາແຫ່ງຊາດແມ່ນເພດຍິງ ແລະ 26,7% ຈຳນວນສະມາຊິກສະພາແຫ່ງຊາດຍິງ, ສູງທີ່ສຸດໃນ 2 ອາຍຸການສະພາແຫ່ງຊາດມໍ່ໆມານີ້, ສູງກວ່າອັດຕາສະເລ່ຍຂອງໂລກ (22,8%). ແລະກໍ່ເປັນຄັ້ງທຳອິດ, ຫວຽດນາມ ມີສະມາຊິກສະພາແຫ່ງຊາດຍິງ 3 ຄົນເປັນກຳມະການກົມການເມືອງອາຍຸການ 2016 – 2021, ມີເລຂາຄະນະພັກແຂວງ ຜູ້ນຳບັນດາທ້ອງຖິ່ນຈຳນວນ 9 ຄົນແມ່ນແມ່ຍິງຄືຢູ່ແຂວງ: ລາຍເຈົາ, ນິງບິ່ງ, ກວາງງ້າຍ, ວິ້ງຟູກ… ທ່ານຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ບຸຍຊີ້ເລ້ຍ, ໃຫ້ຂໍ້ສັງເກດວ່າ:

“ພວກເຮົາໄດ້ປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍຸດທະສາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍເປັນຢ່າງດີທີ່ສຸດ. ສິ່ງນັ້ນໄດ້ເປັນການສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ, ສະແດງໃຫ້ເຫັນການຕີລາຄາສູງບົດບາດຂອງເພດຍິງ. ພ້ອມກັນນັ້ນໄດ້ເປັນການຢັ້ງຢືນແຜນນະໂຍບາຍ, ທັດສະນະຂອງຫວຽດນາມ ໃນການປະຕິບັດນະໂຍບາຍພະນັກງານຍິງແມ່ນດີທີ່ສຸດ”.

ບັນດາສະມາຊິກສະພາແຫ່ງຊາດຍິງໄດ້ເສີມຂະຫຍາຍພູມປັນຍາ, ບົດຮຽນຂອງວຽກງານ, ຕັ້ງໜ້າເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບໃນຂົງເຂດສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ. ທ່ີບັນດາວາລະປຶກສາຫາລື, ມີຂໍ້ສະເໜີ, ຂໍ້ລິເລີ່ມຫຼາຍຂໍ້ຂອງສະມາຊິກສະພາແຫ່ງຊາດຍິງ ໄດ້ກາຍເປັນພຶດຕິກຳຕົວຈິງເພື່ອດຳເນີນການປັບປຸງກົດໝາຍທີ່ມີສ່ວນກ່ຽວຂ້ອງ. ທ່ານນາງ ກຊໍ ຮເບີ ຄັບ, ສະມາຊິກສະພາແຫ່ງຊາດຊຸດທີ 14, ຄະນະສະມາຊິກສະພາແຫ່ງຊາດແຂວງຢາລາຍ, ແບ່ງປັນວ່າ:

“ຄວາມກົດດັນຂອງສະມາຊິກສະພາແຫ່ງຊາດທ່ານໜຶ່ງທີ່ຕ້ອງຜ່ານຜ່ານັ້ນແມ່ນ, ເຮັດແນວໃດເພື່ອໃຫ້ປະຊາຊົນ ແລະ ພະນັກງານສາມາດເຂົ້າໃຈໄດ້ງ່າຍທີ່ສຸດ. ຮັບຂໍ້ມູນຈາກປະຊາຊົນແລ້ວ, ແຕ່ຕ້ອງເຮັດແນວໃດເພື່ອສົ່ງສານນັ້ນເຖິງບັນດາອົງການທີ່ມີໜ້າທີ່ໃຫ້ມີຄວາມເຂົ້າໃຈຖືກກັບຄວາມມຸ່ງມາດປາດຖະໜາ, ຄວາມຫວັງທີ່ເປັນທຳຂອງປະຊາຊົນ”.

ນະໂຍບາຍລຸລ່ວງ

ຍົກສູງທີ່ຕັ້ງບົດບາດຂອງແມ່ຍິງໃນຂົງເຂດການເມືອງ ໄດ້ສວນບົດບາດສຳຄັນພິເສດ, ເພື່ອແນໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ. ຄາວຍັງມີຊີວິດຢູ່, ປະທານໂຮ່ຈີມິນ ເຄີຍຢຶນຢັນວ່າ: “ເມື່ອເວົ້າເຖິງແມ່ຍິງແມ່ນເວົ້າເຖິງເຄິ່ງໜຶ່ງຂອງສັງຄົມ. ຖ້າຫາກແມ່ຍິງບໍ່ໄດ້ຮັບການປົດປ່ອຍ ບໍ່ໝາຍຄວາມວ່າເຄິ່ງໜຶ່ງຂອງມວນມະນຸດບໍ່ໄດ້ຮັບການປົດປ່ອຍ. ຖ້າບໍ່ປົດປ່ອຍແມ່ຍິງ ການສ້າງສັງຄົມນິຍົມພຽງແຕ່ໄດ້ເຄິ່ງໜຶ່ງ”. ໃນຕະຫຼອດໄລຍະ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ມາຮອດປະຈຸບັນ, ຍາມໃດພັກກໍ່ເອົາໃຈໃສ່ນຳພາວຽກງານແມ່ຍິງ ແລະ ປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເຊິ່ງໄດ້ສະແດງຢ່າງລຸລ່ວງໃນມະຕິ, ຄຳສັ່ງຂອງພັກສະບັບຕ່າງໆ ກ່ຽວກັບວຽກງານມະຫາຊົນ, ວຽກງານພະນັກງານຍິງ. ທ່ານ ເຈິ່ງກວ໊ກແຄ໊ງ, ສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດຊຸດທີ 14 ຂອງນະຄອນຮ່າໂນ້ຍ, ຖືວ່າ:

“ຢູ່ໃນສະໄໝໃດກໍ່ຕາມ, ຍາມໃດພັກກໍ່ກຳນົດວ່າແມ່ຍິງມີທີ່ຕັ້ງ, ບົດບາດສຳຄັນໃນທຸກຂົງເຂດ ແລະ ແມ່ຍິງລ້ວນແຕ່ໄດ້ຮັບການແຕ່ງຕັ້ງຖືກຕ້ອງການຕຳແໜ່ງຢູ່ບັນດາອົງການຂອງລັດ, ຕ້ອງມີໜ້າທີ່ຄວາມຮັບຜິດຊອບປະກອບສ່ວນພ້ອມກັບເພດຊາຍ. ຍາມໃດພັກ ແລະ ລັດ ກໍ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ແມ່ຍິງພັດທະນາກຳລັງຄວາມສາມາດ”.

ຫວຽດນາມ ສູ້ຊົນໃນອາຍຸການສະພາແຫ່ງຊາດຊຸດທີ 15 (2021 – 2026), ຈຳນວນສະມາຊິກສະພາແຫ່ງຊາດທີ່ໄດ້ຮັບການເລືອກຕັ້ງແມ່ນເພດຍິງໃຫ້ບັນລຸອັດຕາ 35% ໃນຍອດຈຳນວນສະມາຊິກສະພາແຫ່ງຊາດ. ສິ່ງດັ່ງກ່າວບໍ່ພຽງແຕ່ເພື່ອສ້າງໂຄງປະກອບເພດຍິງໃນກົງຈັກການນຳເທົ່ານັ້ນ, ຫາກຍັງເປັນການປຸກລູກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແມ່ຍິງໃນການພັດທະນາຂອງປະເທດຊາດອີກດ້ວຍ.

ຖານະບ ດບາດຂອງແມ ຍ ງໃນການເຄ ອນໄຫວດ ານການເມ ອງ ນ ບມ ນ ບໄດ ຮ ບການຢ ງຢ ນ ໃນປີ 2020: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃຫ້ການສະໜັບສະໜູນຫວຽດນາມ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ໂລກລະບາດ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນອົງການມິດຕະພາບຫວຽດນາມ, ຄະນະກຳມະການປະຕິບັດກອງປະຊຸມກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານໃນປີ 2020 ແລະ ປຶກສາຫາລືກ່ຽວກັບທິດທາງ ແລະ ໜ້າວຽກສຳລັບປີ 2021.

ຖານະບ ດບາດຂອງແມ ຍ ງໃນການເຄ ອນໄຫວດ ານການເມ ອງ ນ ບມ ນ ບໄດ ຮ ບການຢ ງຢ ນ 2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີການຟື້ນຟູຢ່າງຕັ້ງໜ້າ

ຍສໝ - ທ່ານ ປອ ເລຢຸຍບິ່ງ ຜູ້ອໍານວຍການບໍລິຫານ Economica VietNam ໃຫ້ຮູ້ວ່າ, ໃນ 2 ເດືອນຕົ້ນປີ 2021, ພື້ນຖານເສດຖະກິດຫວຽດນາມ ໄດ້ມີບັນດາສັນຍານດີ ແລະ ຟື້ນຟູຢ່າງຕັ້ງໜ້າ, ພິເສດແມ່ນສະແດງອອກຜ່ານບາງດັດຊະນີກ່ຽວກັບການພັດທະນາໃນບາງຂົງເຂດຄື:ປ່າໄມ້, ອຸດສາຫະກຳ, ຜະລິດກະສິກຳ ແລະ ອື່ນໆ.

ຖານະບ ດບາດຂອງແມ ຍ ງໃນການເຄ ອນໄຫວດ ານການເມ ອງ ນ ບມ ນ ບໄດ ຮ ບການຢ ງຢ ນ ວັນທີ 8 ມີນາ ຫວຽດນາມ ຈະສັກວັກຊິນ ກັນພະຍາດໂຄວິດ-19 ຢູ່ 13 ແຂວງ, ນະຄອນ

ຍສໝ - ທີ່ກອງປະຊຸມທາງອອນລາຍຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ, ວັນທີ 08 ມີນາ ຫວຽດນາມ ຈະສັກວັກຊິນເຂັມທຳອິດຢູ່ແຂວງ ຫາຍເຢືອງ, ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ…

vovworld.vn

ເຫດການ
302 Found

Found

The document has moved here.