ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 31/5, ຢູ່ສຳນັກງານລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.
ຍສໝ - ທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດຫວຽດນາມແລະພັກແຮງງານ ສປປ.ເກົາຫຼີ ສືບຕໍ່ພັດທະນາເປັນຢ່າງດີ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືແລະການພັດທະນາໃນພາກພື້ນ ແລະໃນໂລກ.
ຍສໝ - ຫວ່າງມໍ່ໆມານີ້, ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ຫາກໍ່ຈັດຕັ້ງກອງປະຊຸມພົບປະໃນຕົ້ນປີຢູ່ນະຄອນ Incheon, ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ຕາມກະຊວງການຕ່າງປະເທດແລ້ວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ແຕ່ວັນທີ 12 – 19 ທັນວາ.
ຍສໝ - ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ ເປັນຕົ້ນຄື: ການກໍາຈັດນໍ້າ, ການທ່ອງທ່ຽວ...
ຍສໝ - ການກະທຳນີ້ຂອງ ເຊີອູນ ແມ່ນເພື່ອແນໃສ່ປະຕິບັດທັດສະນະຂອງ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໂດຍເນັ້ນໜັກເຖິງ "ການຮ່ວມມື ແລະ ສາມັກຄີ" ຂອງປະຊາຄົມສາກົນພ້ອມກັນຕ້ານໂລກພະຍາດ Covid-19.
ໃນລະຫວ່າງວັນທີ 1 – 4 ກັນຍາ, ຢູ່ນະຄອນດ່ານັ້ງ, ໄດ້ດຳເນີນວັນບຸນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ໂດຍພະແນກພົວພັນຕ່າງປະເທດ ນະຄອນດ່ານັ້ງ ສົມທົບກັບ ສະຖານກົງສູນໃຫຍ່ ສ.ເກົາຫຼີປະຈຳດ່ານັ້ງ ຈັດຂຶ້ນ.
ຍສໝ - ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ມີການພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.
ຍສໝ - ປະຈຸບັນ, ແຂວງ ຫາຍເຢືອງ ມີ 133 ໂຄງການລົງທຶນຈາກ ສ.ເກົາຫຼີ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 1,3 ຕື້ USD. ສ.ເກົາຫຼີ ແມ່ນປະເທດນຳໜ້າກ່ຽວກັບຈຳນວນໂຄງການ ແລະ ຢືນອັນດັບທີ 3 ໃນດ້ານຍອດຈຳນວນທຶນລົງທຶນຢູ່ທີ່ນີ້.
ຍສໝ - ເຫດການດັ່ງກ່າວໂດຍບໍລິສັດໃຫຍ່ Viglacera ຫວຽດນາມ ສົມທົບກັບສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານອຸດສາຫະກຳ ສ.ເກົາຫຼີ (IBK), ບໍລິສັດທີ່ປຶກສາດ້ານກົດໝາຍ Bae, Kim & Lee LLC ຈັດຕັ້ງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ (1992-2022).
ຍສໝ - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນໜ້າທີ່ຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ສົມທົບກັບກອງທຶນພົບປະແລກປ່ຽນສາກົນ ສ.ເກົາຫຼີ ໄດ້ຈັດຕັ້ງເວທີປາໄສ “ເພື່ອອະນາຄົດຂອງຫວຽດນາມ - ສ.ເກົາຫຼີ” ຄັ້ງທີ 5 ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເກົາຫຼີ (1992-2022)...
ຕາມຂ່າວຈາກສູນສົ່ງເສີມການທ່ອງທ່ຽວດ່ານັ້ງ ນັບແຕ່ວັນທີ 15 ພະຈິກ ຫາວັນທີ 15 ທັນວາ 2021, ພະແນກທ່ອງທ່ຽວນະຄອນດ່ານັ້ງ ແລະບໍລິສັດ Hanatour ຈັດຕັ້ງການປະກວດຮູບຖ່າຍ "Danang in my heart" ໃຫ້ຊາວ ສ.ເກົາຫຼີ ທີ່ພວມດໍາລົງຊີວິດຢູ່ຫວຽດນາມ ແລະຊາວສ. ເກົາຫຼີ.
ສະຫະພັນການຄ້າ ສາກົນ ສ.ເກົາຫຼີ ຫາກໍ່ຊີ້ໃຫ້ເຫັນ 5 ຂົງເຂດຮ່ວມມືທາງດ້ານເສດຖະກິດທີ່ມີແງ່ຫວັງ ລະຫວ່າງສອງປະເທດ ແມ່ນນະຄອນອັດສະລິຍະ, ກະສິກຳ ແລະ ລ້ຽງສັດ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ວັດທະນະທຳ ຄວາມບັນເທິງ.
ຍສໝ - ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຫວຽດນາມ ແລະ ສ.ເກົາຫຼີ ສືບຕໍ່ມີບັນດາຄວາມານະພະຍາຍາມເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ສອງຝ່າຍໃນຫຼາຍຂົງເຂດ. ໜຶ່ງໃນບັນດາສິ່ງທີ່ສະແດງໃຫ້ແກ່ບັນດາຄວາມມານະພະຍາຍາມນີ້ແມ່ນການຢ້ຽມຢາມຫວຽດນາມ - ໃນລະຫວ່າງວັນທີ 17 – 19 ກັນຍາທີ່ຜ່ານມາ ຂອງທ່ານນາງ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດດ້ວຍຈຸດສຸມແມ່ນການໂອ້ລົມສົນທະນາພ້ອມກັບທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ປະ ຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບສະພາບການຫຍຸ້ງຍາກຢູ່ແຂວງຕຽນຢາງ. ຂອງຂວັນແຕ່ລະພູດລວມມູນຄ່າ 350.000 ດົ່ງລວມມີ: ຜ້າອັດປາກ, ນໍ້າຢາລ້າງມື, ເຂົ້າສານ, ນ້ຳມັນ...
ຍສໝ - ແຕ່ວັນທີ 17-21 ກຸມພາ, 2 ຄະນະອາສາສະໝັກຂອງສະພາກາແດງແຂວງ Daejeon - Sejong ແລະ ນະຄອນ Seoul (ສ.ເກົາຫຼີ) ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຢູ່ເມືອງ ເກີນເຢີ (ນະຄອນ ໂຮ່ຈີມິງ) ແລະ ເມືອງ ຢ່າຫວຽນ (ແຂວງ ນີ່ງບີງ). ນີ້ແມ່ນໂອກາດເພື່ອໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ ແລະ ພ້ອມກັນຮ່ວມມືເພື່ອຍົກສູງພາລະກຳດ້ານມະນຸດສະທຳ, ມຸ່ງໄປເຖິງຊຸມຊົນສາມັກຄີ ແລະ ແບ່ງປັນ.
ຍສໝ - ຕອນເຊົ້າວັນທີ 27 ເມສາ, ທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຈັດພິທີມອບຮັບເງິນໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຊຸມຊົນຊາວຫວຽດນາມ ຢູ່ ໄທ ແລະ ສ.ເກົາຫຼີ.
ຍສໝ - ເພື່ນແນໃສ່ຫັນການເຊື່ອມຕໍ່ມີ່ມີຄວາມຫຼາຍປະກົດຜົນເປັນຈິງ, ສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ໄດ້ລົງນາມບົດບັນທຶກຊ່ວນຈຳກ່ຽວກັບການຮ່ວມມືຢ່າງຮອບດ້ານກັບມະຫາວິທະຍາໄລ Songgok ເພື່ອແນໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບ, ມີສີມືສູງ ແລະ ມີຄວາມຮູ້ດ້ານວັດທະນະທຳ, ພາສາ ສ.ເກົາຫຼີ, ຕອບສະໜອງໃຫ້ແກ່ແຫຼ່ງບຸກຄະລາກອນທີ່ພວມເຮັດວຽກຢູ່ບັນດາວິສາຫະກິດ FDI.
ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.