ຜັນຂະຫຍາຍບັນດາການເຄື່ອນໄຫວປຶກສາຫາລືກ່ຽວກັບການໜູນຊ່ວຍແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ

08:17 | 01/02/2023

ຍສໝ - ໃນ​ໄລຍະ​ຜ່ານ​ມາ, ສູນ Ansan ​ໄດ້​ສົມທົບ​ກັບຄະນະຄຸ້ມຄອງແຮງ​ງານ​ຫວຽດນາມ ປະຈຳ ສ.​ເກົາຫຼີ ​ແລະ ຫ້ອງການ EPS ເພື່ອຈັດ​ຕັ້ງ​ບັນດາ​ການ​ພົບ​ປະ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ແຮງ​ງານ ຫວຽດນາມ ຢູ່​ທ້ອງ​ຖິ່ນ.

​ວັນ​ທີ 29 ມັງກອນ​ນີ້, ຄະນະ​ຜູ້​ແທນຂອງ​ສູນ​ແຮງ​ງານ​ຢູ່ຕ່າງປະ​ເທດ​ທີ່​ຂຶ້ນກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ນຳ​ໜ້າ​ໂດຍ​ທ່ານ​ຜູ້ອຳນວຍການ​ໃຫຍ່ຂອງ​ສູນ ດັ້ງ​ຮຸຍ​ຮົ່ງ, ພ້ອມ​ກັບ​ຄະນະ​ຄຸ້ມ​ຄອງ​ແຮງ​ງານ ຫວຽດນາມ ປະຈຳ ສ.​ເກົາຫຼີ, ຜູ້​ຮັບຜິດຊອບ​ວຽກ​ງານ​ຂອງ​ຫ້ອງການ EPS ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ ສູນສະຫນັບສະຫນູນ​ຄົນ​ງານ​ຕ່າງປະ​ເທດ ຢູ່ Ansan.

ທີ່​ກອງ​ປະຊຸມ, ສູນ​ Ansan ໃຫ້​ຫູ້​ວ່າ ຢູ່​ເມືອງ​​ Ansan, ມີ​ຊາວ​ຕ່າງປະ​ເທດ​ປະມານ 88.000 ຄົນ​ທີ່​ມາ​ຈາກ 118 ປະ​ເທດ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ, ກວມ​ເອົາ 12% ຂອງ​ປະຊາກອນ​ໃນ​ເຂດ​ນີ້.

ຜັນຂະຫຍາຍບັນດາການເຄື່ອນໄຫວປຶກສາຫາລືກ່ຽວກັບການໜູນຊ່ວຍແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ

ທ່ານ ດັ້ງ​ຮຸຍ​ຮົ່ງ ຕາງໜ້າ​ໃຫ້​ຄະນະ ໄດ້ສະແດງຄວາມ​ຂອບ​ໃຈ ​ສູນ​ Ansan ​ທີ່​ໄດ້​ໜູນ​ຊ່ວຍປະຊາ​ຄົມຄົນ​ງານ​ຫວຽດນາມ

ສູນ​ດັ່ງ​ກ່າວພວມສະໜອງ​ການບໍ​ລິ​ການ​ຫນູນ​ຊ່ວຍໃຫ້ຄຳ​ປຶກ​ສາ​, ການ​ເຂົ້າ-ອອກ​ເມືອງ​, ການ​ກວດ​ສຸ​ຂະ​ພາບ ... ໂດຍຈຳນວນ​ສະ​ເລ່ຍປະມານ 15,000 ຄົນໄດ້​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ໃນ​ແຕ່​ລະ​ເດືອນ​.

​ໃນ​ໄລຍະ​ຜ່ານ​ມາ, ສູນ​ໄດ້​ສົມທົບ​ກັບ​ຄະນະ​ຄຸ້ມ​ຄອງ​ແຮງ​ງານ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ແລະ ຫ້ອງການ EPS ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ແຮງ​ງານ ຫວຽດນາມ ຢູ່​ທ້ອງ​ຖິ່ນ.

ທ່ານ ດັ້ງ​ຮຸຍ​ຮົ່ງ ຕາງໜ້າ​ໃຫ້​ຄະນະ ໄດ້ສະແດງຄວາມ​ຂອບ​ໃຈ ​ສູນ​ Ansan ​ທີ່​ໄດ້​ໜູນ​ຊ່ວຍປະຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ ເວົ້ົ້າລວມ ​ແລະ ຄົນ​ງານ​ຫວຽດນາມ ​ເວົ້າ​ສະ​ເພາະ ​ໃນວິວັດການ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ Ansan.

ທ່ານ​ຮົ່ງ ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​ສູນ Ansan ​ເຊັ່ນ: ຈຳໜ່າຍ​ວາລະສານ Harmony, ​ເຮັດ​ຄລິບ​ວີ​ດີ​ໂອ​ການ​ສອນ​ພາສາ​ເກົາຫຼີ​ຂັ້ນ​ພື້ນຖານ, ຈັດ​ຕັ້ງ​ລາຍການ​ສົດ​ອະທິບາຍ​ຢ່າງໂດຍກົງ ກ່ຽວກັບນະ​ໂຍບາຍ​ແຮງ​ງານ; ພ້ອມ​ກັນ​ນັ້ນ, ທ່ານ ​ຮົ່ງ ​ຫວັງ​ວ່າ ​ສູນ Ansan ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຫົວໜ່ວຍ​ຂອງ​ຫວຽດນາມ ​ເພື່ອ​ໜູນ​ຊ່ວຍ​ຄົນ​ງານ​ຫວຽດນາມ, ພິ​ເສດ​ແມ່ນ​ຄົນ​ງານ​ທີ່​ຫາ​ກໍ່​ມາ​ໃໝ່ ​ເພື່ອ​ດັດປັບ​​​ການດຳລົງຊີວິດໃຫ້ເຂົ້າກັບ ສ.​ເກົາຫຼີ ​ໂດຍ​ໄວ.

ຜັນຂະຫຍາຍບັນດາການເຄື່ອນໄຫວປຶກສາຫາລືກ່ຽວກັບການໜູນຊ່ວຍແຮງງານ ຫວຽດນາມ ຢູ່ ສ.ເກົາຫຼີ

ກໍ່​ໃນ​ການ​ໄປ​ປະຕິບັດງານ​ຢູ່​ນະ​ຄອນ Ansan, ຄະນະ​ຜູ້​ແທນ​ໄດ້​ພົບ​ປະ​ກັບ​ຄົນ​ງານ​ຫວຽດ​ນາມ ທີ່​ເຮັດ​ວຽກ​ຢູ່​ທີ່ນີ້. ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ, ທ່ານ ດັ້ງ​ຮຸຍ​ຮົ່ງ ກໍ່​ໄດ້ສະໜອງຂໍ້ມູນ ​ແລະ ນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ຄົນ​ງານ, ພິ​ເສດ​ແມ່ນ​ຈຳນວນ​ຄົນ​ງານ​ຕ່າງປະ​ເທດ​ທີ່​ໄດ້​ຮັບ​ອະນຸຍາດ​ເຂົ້າເມືອງ ສ.​ເກົາຫຼີ ​ໃນ​ປີ 2023 ມີ​ເຖິງ 110.000 ຄົນ.

ນອກຈາກ​ໄດ້ອະທິບາຍບັນດາຂໍ້ຂ້ອງຄາ​ຂອງ​ພະນັກງານ ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ການ​ເຂົ້າ​ເມືອງ, ຂັ້ນ​ຕອນ​ການ​ຖອນ​ເງິນ​ຝາກ, ລະບອບ​ປະກັນ​ໄພ​ ແລະ ​ອື່ນໆ, ຄະນະ​ຜູ້​ແທນ​ກໍ່ຍັງ​ໄດ້​ລະດົມໃຫ້​ຄົນງານ​ປະຕິບັດ​ຕາມ​ສັນຍາ, ກໍ່ຄືລະບຽບ​ການ​ຂອງ ສປປ ​ເກົາຫຼີ, ພ້ອມ​ກັນ​ນັ້ນ ກໍໄດ້ສົ່ງຄຳອວຍພອນ​ໃຫ້​ອ້ສຍເອື້ອຍນ້ອງຜູ້​ອອກ​ແຮງ​ງານ ​ເນື່ອງ​ໃນ​ໂອກາດ​ບຸນປີໃໝ່ 2023.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.