ມີ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ແຫ່ງ​ມີ​ຄວາມ​ສົນ​ໃຈ​ມາ​ລົງທຶນ​ຢູ່ ຫາຍ​ເຢືອງ

11:42 | 18/02/2022

ຍສໝ - ປະຈຸ​ບັນ, ​ແຂວງ ຫາຍ​ເຢືອງ ມີ 133 ​ໂຄງການ​ລົງທຶນ​ຈາກ ສ.​ເກົາຫຼີ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 1,3 ຕື້ USD. ສ.​ເກົາຫຼີ ​ແມ່ນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ຈຳນວນ​ໂຄງການ ​ແລະ ຢືນອັນດັບທີ 3 ​ໃນ​ດ້ານ​ຍອດ​ຈຳນວນ​ທຶນ​ລົງທຶນ​ຢູ່​ທີ່​ນີ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ
ມີ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ແຫ່ງ​ມີ​ຄວາມ​ສົນ​ໃຈ​ມາ​ລົງທຶນ​ຢູ່ ຫາຍ​ເຢືອງ

ທ່ານ ຟ້າ​ມຊວນ​ທັງ ​ໄດ້​ຕີ​ລາຄາ​ສູງ​ປະສິດທິ​ຜົນ​ການ​ລົງທຶນ ​ແລະ ການ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ. ພາບ: dangcongsan.vn

ຕາມ​ໜັງສືພິມ ຫາຍເຢືອງ ​ແລ້ວ, ວັນ​ທີ 14 ກຸມພາ, ທ່ານ ຟ້າ​ມຊວນ​ທັງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຫາຍ​ເຢືອງ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ທ່ານ Kim Ye Soo, ປະທານ​ສະພາ​ບໍລິຫານ​ກຸ່ມບໍລິສັດ GBS (ສ.​ເກົາຫຼີ), ຮອງ​ປະທານ​ສະມາຄົມຊາວ ສ.​ເກົາຫຼີ ປະຈຳ ຫວຽດນາມ.

ທີ່​ການ​ເຮັດວຽກ, ທ່ານ ຟ້າ​ມຊວນ​ທັງ ​ໄດ້​ຕີ​ລາຄາ​ສູງ​ປະສິດທິ​ຜົນ​ການ​ລົງທຶນ ​ແລະ ການ​ປະຕິບັດ​ກົດໝາຍ​ຂອງ​ບັນດາ​ນັກ​ລົງທຶນ ສ.​ເກົາຫຼີ. ພ້ອມ​ກັນ​ນັ້ນ ​ກໍ​ຢືນຢັນ​ວ່າ​ ແຂວງຫາຍ​ເຢືອງ ມີ​ຄວາມ​ສົນ​ໃຈ​ທີ່​ສຸດ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ນັກ​ລົງທຶນ​ຈາກ ສ.​ເກົາຫຼີ ​ໄປ​ລົງທຶນ​ຢູ່ ຫາຍ​ເຢືອງ ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທ່ານ ຟ້າ​ມຊວນ​ທັງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຫາຍ​ເຢືອງ ກໍ່​ປາດ​ຖະ​ໜາ​ວ່າ ທ່ານ Kim Ye Soo ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ ທັງເປັນເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້, ດຶງ​ດູດ​ວິ​ສາ​ຫະ​ກິດ ສ.ເກົາ​ຫຼີ ມາ​ລົງ​ທຶນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ຢູ່ ຫາຍ​ເຢືອງ.

ປະຈຸ​ບັນ, ​ແຂວງ ຫາຍ​ເຢືອງ ມີ 133 ​ໂຄງການ​ລົງທຶນ​ຈາກ ສ.​ເກົາຫຼີ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 1,3 ຕື້ USD. ສ.​ເກົາຫຼີ ​ແມ່ນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ຈຳນວນ​ໂຄງການ ​ແລະ ຢືນອັນດັບທີ 3 ​ໃນ​ດ້ານ​ຍອດ​ຈຳນວນ​ທຶນ​ລົງທຶນ​ຢູ່​ທີ່​ນີ້.

ຫາຍເຢືອງ ພວມກໍ່ສ້າງ ເຂດອຸດສາຫະກຳ 5 ແຫ່ງ, ຂະຫຍາຍ ເຂດອຸດສາຫະກຳ 1 ແຫ່ງ, ກຸ່ມອຸດສາຫະກຳ 20 ແຫ່ງ ດ້ວຍເນື້ອທີ່ທັງໝົດກວ່າ 2.600 ເຮັກຕາ ເພື່ອກຽມພ້ອມດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນປີນີ້. ​ແຂວງ​ກໍ່​ເລັ່ງລັດ​ຈັດຕັ້ງປະຕິບັດການລົງທຶນ​ເຂົ້າ​ໃນ​ຫຼາຍ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ, ການ​ບໍລິການ ​ແລະ ການ​ຈະລາຈອນ​ຕົ້ນຕໍ​ຄື ທາງ​ຫຼວງທິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ຂອງແຂວງ, ສອງຈຸດຕັດ​ກັບ​ທາງ​ດ່ວນ​ຮ່າ​ໂນ້ຍ -​ ຫາຍຟ່ອງ ​ເພື່ອ​ສ້າງ​ເງື່ອນ​ໄຂອັນສະດວກ​ໃຫ້​ແກ່​ການ​ດຶງ​ດູດ​ການ​ລົງທຶນ, ພັດທະນາ​ເສດຖະກິດ - ສັງຄົມ...

ໂດຍພິນິດໄສການ​ເຄື່ອນ​ໄຫວ​ລົງທຶນ​ຈະ​ກັບ​ຄືນ​ສູ່​ຄວາມຟົດຟື້ນ​ໃນ​ໄວໆ​ນີ້ ​ເມື່ອ​ຫວຽດນາມ ຄວບ​ຄຸມ​ໂລກ​ລະບາດ​ໂຄ​ວິດ-19 ​ເປັນ​ຢ່າງ​ດີ, ທ່ານ​ຮອງ​ປະທານ​ສະມາຄົມ​ຊາວ ສ.​ເກົາຫຼີ ປະຈຳ ຫວຽດນາມ Kim Ye Soo ​ໄດ້​ຂອບ​ໃຈ​ຕໍ່ບັນດາແຫຼ່ງ​ຂໍ້​ມູນ​ຂ່າວສານ ​ແລະ ​ການແບ່ງປັນ​​ຂອງທ່ານ ຟ້າ​ມຊວນ​ທັງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຫາຍ​ເຢືອງ ແລະ ຢືນຢັນ​ກຽມພ້ອມ​ເປັນ​ເອກ​ອັກຄະ​ລັດຖະທູດ​ດຶງ​ດູດ​ການ​ລົງທຶນ​ຂອງ​ແຂວງ ຫາຍ​ເຢືອງ ​ເພື່ອ​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ມາ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫາຍ​ເຢືອງ.

ທ່ານ ຟ້າ​ມຊວນ​ທັງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຫາຍ​ເຢືອງ ​ສະ​ເໜີ​ວ່າ​ ໃນ​ທ້າຍ​ເດືອນ​ກຸມພາ ​ຫຼື​ຕົ້ນ​ເດືອນ​ມີນາ​ນີ້, ທ່ານ ​Kim Ye Soo​ ຈະ​ປະສານ​ສົມທົບ​ກັບ​ບັນດາພະແນກ, ຂະແໜງການ​ທີ່​ກ່ຽວຂ້ອງ​ຈັດ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ກັບບັນດາ​ວິ​ສາ​ຫະກິດ ​ສ.​ເກົາຫຼີ​ ດ້ວຍຮູບແບບ​ໂດຍກົງ​ ຫຼື​ ​ອອນ​ລາຍ.

ກ່ຽວ​ກັບ​ບາງ​ຂໍ້​ສະ​ເໜີ​ລົງທຶນ​ຂອງ​ກຸ່ມບໍລິສັດ GBS, ທ່ານ ຟ້າ​ມຊວນ​ທັງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຫາຍ​ເຢືອງ ຢືນຢັນ​ວ່າ​ແຂວງ ຫາຍ​ເຢືອງ ຈະ​ພິຈາລະນາ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຮູ້​ສະພາບ​ຕົວ​ຈິງ ​ແລະ ຜັນ​ຂະຫຍາຍ​ການ​ລົງທຶນ​ ຢູ່ ​ແຂວງ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.