| ວົງເງິນການຄ້າຫວຽດນາມ - ສ.ເກົາຫຼີ ມຸ່ງໄປເຖິງຕັ້ງບັນລຸເປົ້າໝາຍ 150 ຕື້ USD ໃນປີ 2030 | |
| ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ |
ໂຄງການແລກປ່ຽນຊາວໜຸ່ມ ຫວຽດນາມ - ສ.ເກົາຫຼີ ໄດ້ຈັດຕັ້ງໂດຍຄະນະກຳມະການຊາວໜຸ່ມແຫ່ງຊາດ ຫວຽດນາມ ສົມທົບກັບກະຊວງຄອບຄົວ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ສ.ເກົາຫຼີ.
ຄະນະຜູ້ແທນ ຈະໄປໄວ້ອາໄລຢູ່ສຸສານປະທານໂຮ່ຈິມິນ; ຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມ ແຂວງ ກວາງນິງ; ຢ້ຽມຢາມຮູບແບບຊາວໜຸ່ມພັດທະນາເສດຖະກິດ; ໄປທັດສະນະທັດສະນີຍະພາບ, ຮ່ອງຮອຍປະຫວັດສາດ, ໝູ່ບ້ານຫັດຖະກຳ; ລົງຕົວຈິງ ແລະ ຮຽນຮູ້ວັດທະນະທໍາຫວຽດນາມ; ພົບປະແລກປ່ຽນກັບນັກສຶກສາຫວຽດນາມ...
![]() |
ທີ່ການຕ້ອນຮັບຄະນະຜູ້ແທນ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການແລກປ່ຽນຊາວໜຸ່ມ ຫວຽດນາມ - ສ.ເກົາຫຼີ 2023 ໃນຕອນເຊົ້າວັນທີ 1 ສິງຫາ, ທ່ານນາງ ຫງວຽນທິງາ - ເລຂາທິການ, ຫົວໜ້າຫ້ອງວ່າການຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ໃຫ້ຮູ້ວ່າ: ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາທີ່ດີ, ພິເສດແມ່ນໃນປີ 2022, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ສ.ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສິ່ງດັ່ງກ່າວໄດ້ເປີດໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການແລກປ່ຽນ ແລະ ພັດທະນາການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ໃນນັ້ນມີການເຄື່ອນໄຫວການທູດປະຊາຊົນ ແລະ ຊາວໜຸ່ມຂອງ 2 ປະເທດ.
ຕາມທ່ານນາງ ຫງວຽນທິງາ ແລ້ວ, ໃນໄລຍະຜ່ານມາ, ເຖິງວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ແຕ່ຄະນະກຳມະການຊາວໜຸ່ມແຫ່ງຊາດ ຫວຽດນາມ, ກະຊວງຄອບຄົວ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ສ.ເກົາຫຼີ, ພ້ອມກັບບັນດາອົງການຊາວໜຸ່ມ 2 ປະເທດ ກໍ່ຍັງຮັກສາການຮ່ວມມືດ້ານຊາວໜຸ່ມ, ແລກປ່ຽນບັນດາການເຄື່ອນໄຫວ ແລະ ເວທີປາໄສດ້ວຍຫົວຂໍ້ທີ່ຊາວໜຸ່ມຂອງສອງປະເທດມີຄວາມສົນໃຈໃນການຊຸກຍູ້ບົດບາດຂອງໄວໜຸ່ມເຂົ້າຮ່ວມການພັດທະນາປະເທດຊາດ.
ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມຕື່ມອີກ; ແລກປ່ຽນປະສົບການດ້ານການເລີ່ມປະກອບການຂອງຊາວໜຸ່ມ... ທ່ານນາງ ຫງວຽນທິງາ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນກ່ຽວກັບເຍົາວະຊົນຢູ່ໃນໂຮງຮຽນນຳອີກ.
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ
ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ
ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025”
ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ
ທ່ານອາດຈະມັກ
ຜູ້ບ່າວຊາວຕ່າງປະເທດ 3 ຄົນ ແມ່ນທູດພາສາຫວຽດນາມ
ການທູດປະຊາຊົນຕ້ອງເປັນເຈົ້າການໃນການເໝາະສົມ, ບຸກທະລຸ, ສ້າງສັນ, ເເທດຈິງ, ປະສິດທິຜົນ
ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງ 75 ປີ: ຄວາມຮັບຜິດຊອບ ແລະ ຄວາມພາກພູມໃຈຂອງຊາວໜຸ່ມລຸ້ນ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.
ຊຸກຍູ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ເອີລົບ: ຈາກການເຊື່ອມຕໍ່ບັນດານັກຊ່ຽວຊານ, ນັກຮຽນຮູ້ ເຖິງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ.
ແບ່ງປັນຈາກຫວຽດນາມ
