ສ. ເກົາຫຼີ ເພີ່ມທຶນ ODA ທົບສອງເທົ່າ ໃຫ້ແກ່ບັນດາປະເທດອາຊຽນ

13:40 | 21/05/2019

ຍສໝ - ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ລາຍງານວ່າຈະເພີ່ມທຶນ ODA ທົບສອງເທົ່າ ໃຫ້ແກ່ 6 ປະເທດສະມາຊິກອາຊຽນ ໃນປີ 2023.

ສ. ເກົາຫຼີ ເພີ່ມທຶນ ODA ທົບສອງເທົ່າ ໃຫ້ແກ່ບັນດາປະເທດອາຊຽນ

ພາບປະກອບ

ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ຄາດຄະເນວ່າຈະເພີ່ມທຶນ ODA ໃຫ້ແກ່ບັນດາປະເທດຄື: ລາວ, ມຽນມາ, ຫວຽດນາມ, ກໍາປູເຈຍ, ອິນໂດເນເຊຍ ແລະ ຟີລິບປິນ ຈາກ 87 ຕື້ Won ໃນປີນີ້ມາເປັນ 180 ຕື້ Won (ເທົ່າກັບປະມານ 150 ລ້ານ ໂດລາສະຫະລັດ) ໃນປີ 2023.

ແຜນການນີ້ໂດຍໄດ້ຈັດຕັ້ງປະຕິບັດເພື່ອຕອບສະໜອງນະໂຍບາຍດ້ານການພົວພັນຕ່າງປະເທດຂອງລັດຖະບານ ສ.ເກົາຫຼີ ສໍາລັບອາຊຽນ, ໃນນັ້ນລວມມີການສະໜັບສະໜຸນດ້ານການສຶກສາທິການ, ພັດທະນາຊົນນະບົດ ແລະ ຕົວເມືອງ, ເຕັກໂນໂລຢີດ້ານການຂ່າວສານ ແລະ ໂທລະຄົມມະນາຄົມ, ຂົງເຂດຄົມມະນາຄົມການຂົນສົ່ງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.