ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດໃໝ່

ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດໃໝ່

ຕະຫລອດໄລຍະ 11 ເດືອນກວ່າ ຂອງການລະບາດພະຍາດ, ລັດຖະບານ ໄດ້ເອົາໃຈໃສ່ເຝົ້າລະວັງ ຕິດຕາມຢ່າງໃກ້ຊິດ ແລະ ວາງມາດຕະການຕ່າງໆອອກມາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຄວບຄຸມແຕ່ຫົວທີ ໂດຍມີການປະເມີນ ແລະ ປັບປຸງມາດຕະການ ໃຫ້ສອດຄ່ອງກັບ ສະພາບການໃນແຕ່ລະໄລຍະ.

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020

ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆປີ ພ້ອມກັນ ໃນທົ່ວໂລກ ເລີ່ມແຕ່ ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ. ສຳລັບປີ 2020 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສະໜັບສະໜູນທຶນ, ການຊ່ວຍເຫລືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງສອດຄ່ອງກັບຈິດໃຈ ຂອງຂະບວນ ການລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໄດ້ໃນປີ 2030 ພາຍໃຕ້ການນຳຂອງທ່ານ ແອນໂຕນິໂອ  ກວາເຕີເຣສ (Antonio Guterres) ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ.

ລັດຖະບານ ອົດສະຕຣາລີ ແລະ ອົງການຢູນີເຊັບ ຂະຫຍາຍການ ສະໜັບສະໜູນ ການຮັບມືກັບພະຍາດໂຄວິດ-19 ໃນ ສປປ ລາວ

ລັດຖະບານ ອົດສະຕຣາລີ ແລະ ອົງການຢູນີເຊັບ ຂະຫຍາຍການ ສະໜັບສະໜູນ ການຮັບມືກັບພະຍາດໂຄວິດ-19 ໃນ ສປປ ລາວ

ຕາງໜ້າມອບໂດຍ ທ່ານ ນາງ ເພຍ ບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ແລະ ຕາງໜ້າຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ທັງເປັນຮອງປະທານ ຄຊກມດ, ມີ ທ່ານ ນາງ ແອນນາ ໄດເຊິນ ຮັກສາການຮອງຫົວໜ້າ ທູດປະເທດອົດສະຕາລີ ປະຈຳ ສປປ ລາວ.

ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ດ້ວຍຍອດຈຳນວນທຶນປະມານ 2,7 ຕື້ ໂດລາສະຫະລັດ.

ການພົບປະເຈລະຈາແລກປ່ຽນບົດຮຽນທາງໄກ ລະຫວ່າງ ພັກ ສປປ ລາວ ແລະ ພັກກອມມູນິດຈີນ

ການພົບປະເຈລະຈາແລກປ່ຽນບົດຮຽນທາງໄກ ລະຫວ່າງ ພັກ ສປປ ລາວ ແລະ ພັກກອມມູນິດຈີນ

ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູ ນິດຈີນ.

ສປປ ລາວ ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

 ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 4 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 03 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 326 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 232 ຕົວຢ່າງ, ແຮງງານໄທ 31 ຕົວຢ່າງ, ແຮງງານຈີນ 03 ຕົວຢ່າງ, ແຮງງານຫວຽດນາມ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 44 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ໃນວັນທີ 30 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ຕຸລາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 340 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 110 ຕົວຢ່າງ,  ແຮງງານຈີນ 58 ຕົວຢ່າງ, ແຮງງານຫວຽດນາມ 81 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 06 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 85 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 29 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 65,305 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.

ປະສົບການຂອງ ສປປ ລາວ ໃນການຄວບຄຸມ ແລະ ຕອບໂຕ້ ພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່

ປະສົບການຂອງ ສປປ ລາວ ໃນການຄວບຄຸມ ແລະ ຕອບໂຕ້ ພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່

ໃນວັນທີ 29 ກັນຍາ 2020, ທີ່ຫ້ອງປະຊຸມຊັ້ນ 2 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ກົມແຜນການ ແລະ ຮ່ວມມື ໄດ້ເຂົ້າຮ່ວມ ກອງປະຊຸມ ສໍາມະນາທາງໄກ ຄັ້ງທີ 10 ໃນຫົວຂໍ້ “ປະສົບການຂອງ ສປປ ລາວ ໃນການຄວບຄຸມ ແລະ ຕອບໂຕ້ພະຍາດ ອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່” (Lao PDR's Experiences in COVID-19 Control & Response), ຊຶ່ງຈັດຂຶ້ນ ໂດຍ ສູນດີເລີດດ້ານເຄມີ, ຊີວະ, ລັງສີ ແລະ ນິວເຄຼຍ ປະຈຳພາກພື້ນອາຊີ ຕາເວັນອອກສ່ຽງໃຕ້. 

ອັດຕາການຂະຫຍາຍຕົວ ຈີດີພີ ຂອງ ສປປ ລາວ ຈະຫລຸດລົງຈົນຕິດລົບ 2,5%

ອັດຕາການຂະຫຍາຍຕົວ ຈີດີພີ ຂອງ ສປປ ລາວ ຈະຫລຸດລົງຈົນຕິດລົບ 2,5%

ໃນວັນທີ 27 ຕຸລາ 2020, ລັດຖະບານ ລາວ ແລະ ທະນາຄານພັດທະນາອາຊີ ( ADB) ໄດ້ພ້ອມກັນສະຫລຸບ, ຕີລາຄາ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດບັນດາໂຄງການທັງໝົດທີ່ ADB ໃຫ້ການສະໜັບສະໜູນສຳລັບ ປີ 2020 ຢູ່ໃນ ສປປ ລາວ.

ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4

ສປປ ລາວ: ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະ ປ່າໄມ້ໃນຂອບເຂດທົ່ວປະເທດລາວແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4

ປັດຈຸບັນການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃນຂົງເຂດກະສິກຳ ແລະປ່າໄມ້ ໃນຂອບເຂດທົ່ວປະເທດລາວ ແມ່ນລວມມີທັງໝົດ 1.562 ບໍລິສັດ, ດ້ວຍມູນຄ່າການລົງທຶນທັງໝົດ 4,2 ຕື້ໂດລາ

ສປປ ລາວ: ບຸນທາດຫລວງປີນີ້ ຈະຈັດໃນລະຫວ່າງວັນທີ 29-31 ຕຸລາ 2020

ສປປ ລາວ: ບຸນທາດຫລວງປີນີ້ ຈະຈັດໃນລະຫວ່າງວັນທີ 29-31 ຕຸລາ 2020

ຮູບແບບການຕັກບາດໃນຕອນເຊົ້າ ແມ່ນຈະມີການຈໍາກັດ ແລະ ຈັດຢູ່ສະເພາະແຕ່ເດີ່ນສະໜາມຫລວງ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

ສປປ ລາວເຝົ້າລະວັງການລະບາດ ໂຄວິດ-19 ເນື່ອງຈາກທົ່ວໂລກ ມີຜູ້ຕິດເຊື້ອເພີ່ມຂື້ນ

ສປປ ລາວເຝົ້າລະວັງການລະບາດ ໂຄວິດ-19 ເນື່ອງຈາກທົ່ວໂລກ ມີຜູ້ຕິດເຊື້ອເພີ່ມຂື້ນ

ໃນວັນທີ 14 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 14 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ), ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 38.312.310 ຄົນ ແລະ ເສຍຊິວິດ 1.089.441 ຄົນ, ກວມເອົາ 2,84% ຂອງຜູ້ຕິດເຊື້ອທັງໝົດ, ປີ່ນປົວຫາຍດີ 28.808.212 ຄົນ, ກວມເອົາ 75,1% ຂອງຜູ້ຕິດ ເຊື້ອທັງໝົດ.

ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ໃນວັນທີ 13 ຕຸລາ 2020, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສປປ ລາວ ຍັງສືບຕໍ່ເຝົ້າລະວັງພະຍາດ ໂຄວິດ-19 ຂະນະທີ່ບໍ່ມີຜູ້ຕິດເຊື້ອເພີ່ມ

ສປປ ລາວ ຍັງສືບຕໍ່ເຝົ້າລະວັງພະຍາດ ໂຄວິດ-19 ຂະນະທີ່ບໍ່ມີຜູ້ຕິດເຊື້ອເພີ່ມ

ປັດຈຸບັນ ສປປ ລາວ ຍັງ​ສືບ​ຕໍ່​ຕິດຕາມ ​ແລະ ​ເຝົ້າ​ລະວັງ ການລະບາດ​ຂອງ ພະຍາດ​ໂຄ​ວິດ-19 ​ໂດຍ​ສະ​ເພາະ​ແມ່ນ​ ການ​ຕິດຕາມ​ຜູ້​ເດີນທາງ​ ຈາກ​ຈຸດ​ຜ່ານ​ແດນ​ຕ່າງໆ, ຕິດຕາມ​ຜູ້​ທີ່​ຖືກ​ຈຳກັດ​ບໍລິ​ເວນຢູ່​ສະຖານ​ທີ່ ທີ່​ກຳນົດ​ໄວ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ລວມທັງ​ການ​ເກັບ​ຕົວຢ່າງ ມາກ​ວດວິ​ເຄາະ ​ແລະ ຄົ້ນ​ຫາ​ຜູ້​ຕິດ​ເຊື້ອ​ພະຍາດ, ມາ​ຮອດ​ປັດຈຸບັນ ສປປ ລາວ ບໍ່​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ, ​ເຊິ່ງຕົວ​ເລກຜູ້​ຕິດ​ເຊື້ອ​ສະ​ສົມ​ແມ່ນ 23 ຄົນ, ປິ່ນປົວ​ດີ 22 ຄົນ ​ແລະ ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.

ສ້າງລະບົບກວດກາຢັ້ງຢືນຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ

ສ້າງລະບົບກວດກາຢັ້ງຢືນຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ

ຂໍ້ຕົກລົງດັ່ງກ່າວມີຈຸດປະສົງເພື່ອສ້າງລະບົບກວດກາຢັ້ງຢືນຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ.

ປະທານປະເທດ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ບັນດາທ່ານທູດຕ່າງປະເທດ ມາປະຈຳຢູ່ ສປປ ລາວ

ປະທານປະເທດ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ບັນດາທ່ານທູດຕ່າງປະເທດ ມາປະຈຳຢູ່ ສປປ ລາວ

ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານທູດທັງສາມປະເທດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳລາວ, ເຊິ່ງເປັນການປະ ກອບສ່ວນສຳຄັນເຂົ້າ ໃນການເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມອວຍພອນໃຫ້ທ່ານທູດ ທັງສາມປະເທດ ຈົ່ງປະສົບຜົນສຳເລັດ ໃນຕະຫລອດໄລຍະການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 2 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 1 ຕຸລາ 2020, ທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 1.275 ຄົນ. ໃນນີ້, ຜ່ານດ່ານ ລາວ-ໄທ ຈໍານວນ 157 ຄົນ,​ ດ່ານລາວ-ຈີນ ມີ 233  ຄົນ, ດ່ານລາວ-ຫວຽດນາມ ມີ 681 ຄົນ, ໂດຍທັງໝົດແມ່ນ ໄດ້ຮັບການແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການໄຂ້, ພ້ອມທັງໄດ້ເກັບ ຕົວຢ່າງທຸກຄົນມາກວດ ແລະ ນໍາສົ່ງໄປສະຖານທີ່ ຈໍາກັດບໍລິເວນຈົນຄົບ 14 ມື້.

ເຫດການ